ແຕ່ງຕັ້ງທ່ານ ຄໍາຫວັນ ນັນທະວົງ ເປັນປະທານ ສະຫະພັນບານເຕະນະຄອນຫຼວງວຽງຈັນ ຄົນໃໝ່

0
185

ຕອນແລງວັນທີ 4 ພະຈິກ 2024 ທີ່ຫໍປະຊຸມແຫ່ງຊາດ ໄດ້ມີພິທີປະກາດແຕ່ງຕັ້ງຄະນະບໍລິຫານງານສະຫະພັນກິລາບານເຕະ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມ ແລະ ເປັນສັກຂີພິຍານໂດຍ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ເດດສົງຄາມ ທຳມະວົງ ປະທານສະຫະພັນບານເຕະນະຄອນຫຼວງ ຜູ້ເກົ່າ ແລະ ທ່ານ ຄໍາຫວັນ ນັນທະວົງ ປະທານສະຫະພັນບານເຕະນະຄອນຫຼວງ ຜູ້ໃໝ່ ພ້ອມດ້ວຍຄະນະ ແລະ ສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ທ່ານ ຫັດສະດີ ຈັນທະວົງ ຫົວໜ້າຂະແໜງການຈັດຕັ້ງ-ພະນັກງານ ໄດ້ຂຶ້ນອ່ານຂໍ້ຕົກລົງວ່າ: ອີງຕາມ ການປຶກສາຫາລື ເປັນເອກະພາບກັນຂອງທ່ານເຈົ້າຄອງ-ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ຄັ້ງວັນທີ 25 ກັນຍາ 2024.

ເຈົ້າຄອງນະຄອນຫຼວງວຽງຈັນ ຕົກລົງ:
ມາດຕາ 1 ແຕ່ງຕັ້ງຄະນະບໍລິຫານງານສະຫະພັນກິລາບານເຕະ ນະຄອນຫຼວງວຽງຈັນ, ເຊິ່ງປະກອບມີບັນດາທ່ານ ດັ່ງນີ້:
1) ແຕ່ງຕັ້ງຄະນະທີ່ປຶກສາ ສະຫະພັນກິລາບານເຕະ ນະຄອນຫຼວງວຽງຈັນ:
-ທ່ານ ພັນທະຈິດ ອິນທິລາດ ປະທານສະໂມສອນລ້ານຊ້າງ ຢູໄນເຕັດ ເປັນປະທານທີ່ປຶກສາ
-ທ່ານ ວຽງສາລີ ອິນທະພົມ ຫົວໜ້າພະແນກການເງິນ ນວ ເປັນຮອງປະທານທີ່ປຶກສາ
-ທ່ານ ປະສິດ ສຸພາບ ນັກທຸລະກິດ ເປັນຮອງປະທານທີ່ປຶກສາ

2) ແຕ່ງຕັ້ງຄະນະບໍລິຫານງານສະຫະພັນກິລາບານເຕະ ນະຄອນຫຼວງວຽງຈັນ:
1.ທ່ານ ຄໍາຫວັນ ນັນທະວົງ ພະນັກງານບໍານານ, ກະຊວງການເງິນ ເປັນປະທານ
2. ທ່ານ ສຸລິວັນ ເຊີນວິໄລ ຜູ້ອໍານວຍການສະຖາບັນກິລາ-ກາຍຍະກຳ ເປັນຮອງປະທານ ທັງເປັນເລຂາທິການ
3. ທ່ານ ຄໍາສະຫວັນ ໂຄດໄຊ ຮອງເຈົ້າເມືອງໄຊເສດຖາ ເປັນຮອງປະທານ ທັງເປັນຮອງເລຂາທິການ

4. ທ່ານ ຄໍາໃສ ທອງປະເສີດ ປະທານ ບໍລິສັດ ຮຸ່ງຈະເລີນ ກໍ່ສ້າງຂົວທາງ ເປັນຮອງປະທານ;
5. ທ່ານ ບຸນມີ ຫລ່ຽມໄຊຍະຈັກ ປະທານ ບໍລິສັດ ເບສະຫວັນ ອິນເຕີກຣຸບ ເປັນຮອງປະທານ (ຊີ້ນໍາກິລາບານເຕະ 11 ຄົນ ແລະ ກິລາບານເຕະ ຄົນພິການ)
6. ທ່ານ ທະນູສັກ ພົມມະຈັກ ນັກທຸລະກິດ ເປັນຮອງປະທານ;
7. ທ່ານ ເສກສັນ ໄຊສະນັ່ນ ຜູ້ອໍານວຍການບໍລິສັດ ເສກສັນ ອໍກາໄນ ເປັນຄະນະ (ຊີ້ນຳກິລາບານເຕະ ຟຸດຊໍ)
ນອກນັ້ນ, ກໍຍັງມີຄະນະອີກ 6 ທ່ານ
ຂ່າວ-ຮູບ: Larh Creators

LEAVE A REPLY

Please enter your comment!
Please enter your name here