ເມື່ອມໍ່ໆມານີ້, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງ ຄໍາມ່ວນ ພ້ອມດ້ວຍ ພະແນກການກ່ຽວຂ້ອງ ໄດ້ເຄື່ອນໄຫວກວດກາຄວາມພ້ອມການກໍ່ສ້າງ ໂຮງງານຜະລິດທໍ່ ຂອງບໍລິສັດຄໍາມ່ວນ ອຸດສາຫະກໍາ ຈໍາກັດ ຢູ່ບ້ານາແງວ ເມືອງທ່າແຂກ ເພື່ອກະກຽມເປີດການຜະລິດຢ່າງເປັນທາງການໃນກາງເດືອນພະຈິກນີ້.

ທ່ານ ຊຸຍ ຫວນຟູ ຜູ້ຈັດການບໍລິສັດໂຮງງານທໍ່ຄໍາມ່ວນ ໄດ້ໃຫ້ຮູ້ວ່າ: ໂຮງງານແຫ່ງນີ້ໄດ້ເລີ່ມລົງມືກໍ່ສ້າງແຕ່ຕົ້ນເດືອນເມສາ 2024, ຮູບແບບ ແລະ ຂະໜາດຂອງຜະລິດຕະພັນເໝາະແກ່ການນໍາໃຊ້ເຂົ້າໃນວຽກງານປ້ອງກັນອັກຄີໄພ, ບໍລິຫານເທສະບານ, ວຽກງານນ້ຳປະປາ, ການກໍ່ສ້າງອາຄານທີ່ພັກອາໄສ ແລະ ວຽກງານການກະສິກຳເປັນຫຼັກ.

ຜະລິດຕະພັນປະກອບມີ: ປະເພດທໍ່ PVC ຂະໜາດຕັ້ງແຕ່ 20 mm – 200 mm, ປະເພດທໍ່ PEຂະໜາດຕັ້ງແຕ່ 20 mm -315 mm, ປະເພດທໍ່ຂະໜາດຕັ້ງແຕ່ PPR 20 mm -75 mm
ປັດຈຸບັນ, ປະລິມານການຜະລິດ ປະມານ 1.000 ໂຕນ/ເດືອນ, ປະລິມານການຜະລິດຕໍ່ປີແມ່ນຫຼາຍກວ່າ 10.000 ໂຕນ, ຫຼັງຈາກການຕິດຕັ້ງເຄື່ອງກົນຈັກຜະລິດທໍ່PEຂະຫນາດໃຫຍ່ສຳເລັດ, ກໍາລັງການຜະລິດຈະເພີ່ມຂຶ້ນຢ່າງຫຼວງຫຼາຍ, ຈະສາມາດສ້າງປະລິມານການຜະລິດຕໍ່ປີຫຼາຍກວ່າ 50.000 ໂຕນ.

ໂອກາດນີ້ ທ່ານເຈົ້າແຂວງ ຄໍາມ່ວນ ຍັງໄດ້ມີຄໍາເຫັນແນະນໍາມາຍັງບໍລິສັດເອົາໃຈໃສ່ສືບຕໍ່ປັບປຸງບັນດາໜ້າວຽກທີ່ຍັງຄ້າງ ໂດຍສະເພາະການກໍ່ສ້າງພື້ນຖານໂຄງລ່າງ, ການຕົບແຕ່ງປະດັບປະດາ ແລະ ປັບໜ້າດິນຢູ່ໃນຂອບເຂດບໍລິເວນໂຮງງານໃຫ້ສໍາເລັດ, ປັບປຸງຜະລິດຕະພັນເພີ່ມຕື່ມໃຫ້ມີຄວາມຫຼາກຫຼາຍ ເພື່ອເປັນທ່າແຮງອັນແຂງແກ່ນໃຫ້ກັບການຈຳໜ່າຍ ແລະ ຮອງຮັບຕອບສະໜອງໄດ້ຕາມຄວາມຕ້ອງການຂອງຜູ້ຊົມໃຊ້.