ຄະນະກຳມະການຍຸດທະສາດ ຊັອບພາວເວີ ແຫ່ງຊາດໄທ ເຜີຍວ່າ: ກຳລັງຈັດຊັບສິນທາງປັນຍາ ຫຼື ໄອພີ, ຈົດລິຂະສິດບຸນສົງການ ຫ້າມປະເທດອື່ນນຳໄປໃຊ້ ຕ້ອງໄດ້ຂໍອະນຸຍາດກ່ອນ ທັງນີ້ກໍເພື່ອເລັ່ງຂັບເຄື່ອນຊັອບພາວເວີສູ່ຊຸມຊົນ ເພີ່ມລາຍໄດ້ ດັນໄທສູ່ເມືອງທີ່ບໍ່ຫຼັບໄຫຼ
ທ່ານ ນາງ ຊະດາທິບ ຈູຕະກຸນ ຫົວໜ້າບໍລິຫານ ກຸ່ມບໍລິສັດສະຫຍາມພິວັດ ແລະ ກຳມະການຍຸດທະສາດ ຊັອບພາວເວີ ແຫ່ງຊາດ ກ່າວໃນງານ ເດນິນິວ ທັອກ 2024 ໃນຫົວຂໍ້: “ຊັອບພາວເວີ ໂອກາດປະເທດໄທວ່າ: ທາງຄະນະກຳລັງເຮັດວຽກເລັ່ງຂັບເຄື່ອນ ຊັອບພາວເວີ ແລະ ຮ່ວມເຮັດໃຫ້ປະເພນີໄທ ກ້າວເຂົ້າສູ່ການເປັນງານບຸນໃນລະດັບໂລກ ພ້ອມເຮັດໃຫ້ປະເທດໄທຕິດອັນດັບ ທັອບ 10 ເຟສຕິໂວ ລະດັບໂລກ
ທັງນີ້ ຊ່ວງທີ່ຜ່ານມາ ທາງເອກະຊົນໄດ້ຮ່ວມມືເຮັດໃຫ້ເທສະການເຄົາດາວ ທີ່ຈັດຂຶ້ນໃນປະເທດໄທ ກາຍເປັນງານໃຫຍ່ທີ່ຕິດອັນດັບ 1 ໃນ 5 ຂອງໂລກໄດ້ສຳເລັດມາແລ້ວ, ຂະນະດຽວກັນ ແມ່ນໄດ້ຍູ້ດັນ ຊັອບພາວເວີ ເປັນວາລະແຫ່ງຊາດ ຮ່ວມສ້າງລາຍໄດ້ໃຫ້ແກ່ປະເທດ ພ້ອມການເຮັດຊັອບພາວເວີ ລົງໄປເຖິງຊຸມຊົນໃນທົ່ວປະເທດ ເພື່ອການນຳສິ່ງທີ່ມີຄຸນຄ່າຂອງແຕ່ລະຊຸມຊົນ ມາຮ່ວມສ້າງມູນຄ່າທີ່ສູງຂຶ້ນ ເພື່ອດຶງດູດນັກທ່ອງທ່ຽວ ແລະ ສ້າງລາຍໄດ້ຕະຫຼອດ 365 ວັນ.
ເຖິງຢ່າງໃດກໍ່ຕາມ ພາບລວມຂອງປະເທດໄທ ມີການຈັດກິດຈະກຳຕ່າງໆ ປີໜຶ່ງສູງເຖິງ 30.000 ກິດຈະກໍາ ແຕ່ທີ່ຜ່ານມາຍັງບໍ່ມີການເຮັດ ອີໂຄຊີສ ເຕັມທີ່ຖືກຕ້ອງ ຈິ່ງຢູ່ໃນລະຫວ່າງການຮວບຮວມຂໍ້ມູນ ທັງພາກລັດ ແລະ ເອກະຊົນ ຮ່ວມກັນນຳສະເໜີ ຜ່ານແຟັດຟອມ ເພື່ອເຮັດໃຫ້ ອີໂຄຊີສ ຂອງຊັອບພາວເວີ ຂອງປະເທດໄທເຂັ້ມແຂງ.
ອີກທັງກຳລັງດັນໃຫ້ປະເທດໄທມີການເຮັດ ຊັບສິນທາງປັນຍາ ຫຼື ໄອພີ ໂດຍເຮັດໃຫ້ລັດຖະບານໄທ ແລະ ປະຊາຊົນທີ່ມີຄວາມສ້າງສັນຕ່າງໆ ສາມາດສ້າງໄອພີຮ່ວມ ຈົດລິຂະສິດໄດ້ ຍົກຕົວຢ່າງ ເທສະການສົງການ ກຳລັງສ້າງໂປຣໂຕໄທລ ຂອງສົງການປະເທດໄທ ດັ່ງນັ້ນຄຳວ່າ: ສົງການເຟສຕິໂວ ປະເທດອື່ນນຳໄປໃຊ້ບໍ່ໄດ້ ຕ້ອງໄດ້ຊື້ຈາກລັດຖະບານໄທ ຕາມທີ່ໄດ້ວາງຮູບແບບໄວ້.