ໃຫ້ບໍລິການແລກປ່ຽນເງິນຕາຜ່ານ ແອບພິເຄຊັນທາງມືຖືຜ່ານລະບົບ Mobile Banking

30 Oct 2024

ຄລິກແຊຣ໌ 0 Facebook WhatsApp

ພິທີເປີດບໍລິສັດຕະຫຼາດແລກປ່ຽນເງິນຕາຕ່າງປະເທດລາວ ຈໍາກັດ (ຕລຕ) ຈັດຂຶ້ນໃນວັນທີ 30 ຕຸລາ 2024 ທີ່ໂຮງແຮມສຸພັດຕຣາ  ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມນີ້ມີ ທ່ານ ນາງ ວັດທະນາ ດາລາລອຍ ຮັກສາການຜູ້ວ່າການ ທຫລ, ລັດຖະມົນຕີກະຊວງທີ່ກ່ຽວຂ້ອງ, ຄະນະກົມພາຍໃນ ທຫລ, ບັນດາກະຊວງທີ່ກ່ຽວຂ້ອງ ຕະຫຼອດຮອດຄະນະອໍານວຍການທະນາຄານທຸລະກິດ, ສະພາອຸດສາຫະກໍາ ແລະ ການຄ້າ ແລະ ອົງການຈັດຕັ້ງສາກົນ ປະຈໍາລາວ ເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ນາງ ຟອງຈິນດາ  ແສງສຸລິວົງ ຫົວໜ້າກົມນະໂຍບາຍເງິນຕາ, ທຫລ ໄດ້ລາຍງານສະພາບຄວາມເປັນມາໃນການສ້າງຕັ້ງບໍລິສັດ ຕະຫຼາດແລກປ່ຽນເງິນຕາຕ່າງປະເທດ ລາວ ຈຳກັດ (ຕລຕ) ຫຼື Lao Foreign Exchange Company Limited Co.,Ltd, (LFX) ມີສໍານັກງານຕັ້ງຢູ່ ຊັ້ນ 6 ຕຶກຕະຫຼາດຫຼັກຊັບລາວ, ຕລຕ ເປັນສະຖາບັນການເງິນໜຶ່ງ ທີ່ເຄື່ອນໄຫວພາຍໃຕ້ການຄຸ້ມຄອງຂອງ ທຫລ ທີ່ມີການຮ່ວມທຶນກັນລະຫວ່າງ ລັດຖະບານ ແລະ ບັນດາ ທທກ ຈໍານວນ 11 ແຫ່ງ (BCEL, APB, ST, BIC, JDB, LVB, LDB, IB, BFL, PSVB, MJBL). ຈຸດປະສົງ ເພື່ອຊຸກຍູ້ໃຫ້ການເຄື່ອນໄຫວແລກປ່ຽນເງິນຕານອກລະບົບ ຫັນເຂົ້າມາໃນລະບົບຕະຫຼາດແລກປ່ຽນເງິນຕາຢ່າງເປັນທາງການ, ເປັນບ່ອນດັດສົມເງິນຕາຕ່າງປະເທດລະຫວ່າງກັນໃນສັງຄົມ ເພື່ອໃຫ້ເກີດຄວາມສົມດຸນທາງດ້ານເງິນຕາ ພ້ອມນີ້, ຍັງເປັນເຄື່ອງມືສໍາຄັນໃຫ້ ທຫລ ສາມາດເກັບກໍາຂໍ້ມູນທີ່ແທ້ຈິງກ່ຽວກັບການສະ   ໜອງ ແລະ ຄວາມຕ້ອງການເງິນຕາຕ່າງປະເທດ, ທັງເປັນບ່ອນດັດປັບອັດຕາແລກປ່ຽນທົ່ວລະບົບໃຫ້ຄ່ອງຕົວ ແລະ ປິດຂອບສ່ວນຕ່າງລະຫວ່າງອັດຕາແລກປ່ຽນຂອງທະນາຄານ ແລະ ຕະຫຼາດນອກລະບົບ.

ການດໍາເນີນງານໃນບໍລິສັດດັ່ງກ່າວ ແມ່ນໄດ້ອະນຸຍາດໃຫ້ບຸກຄົນ ແລະ ນິຕິບຸກຄົນ ເຂົ້າມາແລກປ່ຽນຊື້-ຂາຍ ເງິນຕາຕ່າງປະເທດ ໃນຮູບແບບອອນລາຍຜ່ານຊ່ອງທາງ ແອບພິເຄຊັນທາງມືຖືຜ່ານລະບົບ Mobile Banking ຫຼື ຜ່ານເວບບຼາວເຊີທາງຄອມພິວເຕີ Internet Banking ໃນ 3 ສະກຸນເງິນ ຄື: ເງິນໂດລາ, ເງິນບາດ ແລະ ເງິນຢວນ. ໃນປະຈຸບັນສາມາດໃຊ້ບໍລິການຜ່ານແອບພິເຄຊັນຂອງທະນາຄານທຸລະກິດຈໍານວນ 7 ແຫ່ງ ແລະ ຈະຂະຫຍາຍການບໍລິການໃຫ້ໄດ້ທຸກທະນາຄານ ໃນອານາຄົດ. ມາຮອດປະຈຸບັນ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກໃບທະບຽນວິສາຫະກິດ ສະບັບເລກທີ 4016/ຈທວ,​ລົງວັນທີ 22 ຕຸລາ 2024  ແລະ ໜັງສືແຈ້ງຕອບເຫັນດີ ໃນການດໍາເນີນທຸລະກິດ ບໍລິສັດ ຕະຫຼາດແລກປ່ຽນເງິນຕາຕ່າງປະເທດ ລາວ ຈຳກັດ ສະບັບເລກທີ 1199/ກນງ, ລົງວັນທີ 29 ຕຸລາ 2024.

ທ່ານ ນ​າງ ວັດທະນາ ດາລາລອຍ ຮັກສາການຜູ້ວ່າການ ທຫລ ໄດ້ກ່າວມີຄໍາເຫັນໃນພິທີ ໂດຍເນັ້ນເຖິງຄວາມຈຳເປັນ ແລະ ຄວາມສຳຄັນ ໃນການສ້າງຕັ້ງຕະຫຼາດແລກປ່ຽນເງິນຕາຕ່າງປະເທດລາວ ຈໍາກັດ ໃນການປະກອບສ່ວນຮັກສາສະຖຽນລະພາບເງິນຕາແຫ່ງຊາດ ແລະ ໃນໂອກາດອັນສະຫງ່າລາສີນີ້ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ແຂກກິດຕິມະສັກ ໃຫ້ກຽດຂຶ້ນກົດປຸ່ມເປີດບໍລິສັດ ຕະຫຼາດແລກປ່ຽນເງິນຕາຕ່າງປະເທດ ລາວ ຢ່າງເປັນທາງການ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ