ທີມຊາດຍິງລາວ ຊຸດໃຫຍ່ ສໍາເລັດການອຸ່ນເຄື່ອງ, ພາລະກິດຕໍ່ໄປເປັນເຈົ້າພາບຊີງແຊັມອາຊຽນ ຄັ້ງປະຫວັດສາດ

30 Oct 2024

ຄລິກແຊຣ໌ 0 Facebook WhatsApp

ທີມຊາດຍິງລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ໂທໂຢດະ ນາຢູຮະ (Toyoda Nayuha) ຄູຝຶກ ສັນຊາດຍີປຸ່ນ ສໍາເລັດການແຂ່ງຂັນບານເຕະນັດມິດຕະພາບ 3 ປະເທດ INTERNATIONAL WOMEN’S TOURNAMENT 2024 ຢູ່ປະເທດສະຫະລັດອາຣັບ ເອມີເຣດ ໂດຍທີມເຂົ້າຮ່ວມປະກອບມີ: ມາເລເຊຍ, ລາວ ແລະ ຊາອຸດິ ອາຣັບບີ ລະຫວ່າງວັນທີ 20-31 ຕຸລາ 2024.

ໂດຍຜົນງານປາກົດວ່າ: ທີມຊາດຍິງລາວ ເສຍໄປທັງສອງນັດຄື ເສຍໃຫ້ກັບ ມາເລເຊຍ 1-3 ແລະ ນັດຫຼ້າສຸດເມື່ອວັນທີ 29 ຕຸລາ 2024 ເສຍໃຫ້ກັບ ຊາອຸດິ ອາຣັບບີ 0-4. ຢ່າງໃດກໍຕາມ, ນີ້ເປັນການລົງແຂ່ງຂັນນັດອຸ່ນເຄື່ອງ ເພາະທີມຊາດຍິງລາວ ມີນັດລຸຍລາຍການສໍາຄັນກໍຄື ບານເຕະຍິງຊີງແຊັມ ອາຊຽນ 2024 ( AFF WOMEN’S CUP 2024 ) ຮອບທໍາອິດທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ມີ 6 ປະເທດ ເຂົ້າຮ່ວມແຂ່ງຂັນ ໂດຍແບ່ງອອກເປັນ 2 ກຸ່ມໄດ້ແກ່ ກຸ່ມ A: ລາວ ( ເຈົ້າພາບ), ສິງກະໂປ ແລະ ຕີມໍ ເລສເຕ, ສ່ວນກຸ່ມ B: ກຳປູເຈຍ, ມາເລເຊຍ ແລະ ອິນໂດເນເຊຍ.

ການບານເຕະຍິງຊີງແຊັມອາຊຽນ 2024 ກໍານົດແຂ່ງຂັນລະຫວ່າງ ວັນທີ 23 ພະຈິກ ຫາ 6 ທັນວາ 2024 ໂດຍ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ເພື່ອຄັດເອົາອັນດັບ 1 ຫາ ອັນດັບ 4 ແມ່ນຈະສິດເຂົ້າຮ່ວມ ການແຂ່ງຂັນ ບານເຕະຍິງຊີງແຊັມ ອາຊຽນ 2024 ຮອບສຸດທ້າຍ ທີ່ມີ ຫວຽດນາມ, ໄທ , ຟີລິບປິນ ແລະ ມຽນມາ ທີ່ໄດ້ເຂົ້າຮອບແບບອັດຕະໂນມັດ ຢືນລໍຖ້າ ໂດຍຮອບສຸດທ້າຍຈະມີການເລືອກປະເທດເຈົ້າພາບອີກ ຄັ້ງໜຶ່ງ.

ສໍາລັບ ຕາຕະລາງແຂ່ງຂັນຂອງ ທີມຊາດຍິງລາວ ຊຸດໃຫຍ່ ມີດັ່ງນີ້:
-ວັນທີ 23 ພະຈິກ 2024 ເວລາ 19:30 ໂມງ ທີມຊາດຕີມໍ ເລັສເຕ ພົບ ທີມຊາດລາວ
-ວັນທີ 29 ພະຈິກ 2024 ເວລາ 15:00 ໂມງ ທີມຊາດລາວ ພົບ ທີມຊາດສິງກະໂປ
ໂດຍລາຍການນີ້ໃຊ້ແຂ່ງຂັນຢູ່ 2 ສະໜາມ, ແຕ່ທາງເຈົ້າພາບ ຍັງບໍ່ມີການເປີດເຜີຍຢ່າງເປັນທາງການ ແລະ ຈະມີການປະກາດຢ່າງເປັນທາງການອີກຄັ້ງໜຶ່ງ.
ຂ່າວ: Larh Creators; ຮູບຈາກ: ສຕລ

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ