ຍັງອີກບໍ່ດົນ! ການປັບປຸງເສັ້ນທາງ ແຕ່ ສີໄຄ ຫາ ສີເກີດ ກໍຈະສຳເລັດ

0
383

ມາຮອດປັດຈຸບັນ ການປັບປຸງ, ສ້ອມແປງເສັ້ນທາງເລກ 13 ເໜືອ ໄລຍະທາງແຕ່ ສີໄຄ – ສີເກີດ ສຳເລັດໄປແລ້ວ 65% ຄາດວ່າຈະສໍາເລັດ 100% ພາຍໃນໄຕມາດ 1 ປີໜ້າ.
ອີງຕາມການລາຍງານຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໂດຍການໃຫ້ສຳພາດຂອງ ທ່ານ ດາລາວຽງ ຈັນທະລັງສີ ຜູ້ຈັດການບໍລິຫານໂຄງການປັບປຸງເສັ້ນທາງສີໄຄ ຫາ ສີເກີດ ໃນວັນທີ 16 ຕຸລານີ້ວ່າ: ໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງແຕ່ ສີໄຄ – ສີເກີດ ມີຄວາມຍາວ 6 ກິໂລແມັດ.

ປັດຈຸບັນນີ້ທາງໂຄງການພວມເລັ່ງກໍ່ສ້າງຮ່ອງນໍ້າແຄມທາງ ເຊິ່ງຍັງເຫຼືອປະມານ 900 ແມັດ ຄາດວ່າຈະໃຫ້ສໍາເລັດພາຍໃນທ້າຍເດືອນຕຸລາ 2024 ນີ້.
ສ່ວນການເທເບຕົງໜ້າທາງ ແມ່ນສໍາເລັດແລ້ວປະມານ 35% ຄາດວ່າຈະສໍາເລັດພາຍໃນເດືອນມັງກອນ 2025.
ມາຮອດປັດຈຸບັນ ໜ້າວຽກທັງໝົດຄືບໜ້າ 65% ເຊິ່ງຄາດວ່າຈະສໍາເລັດ 100% ພາຍໃນເດືອນມີນາ 2025 ທີ່ຈະມາເຖິງນີ້.
ທ່ານໃຫ້ຮູ້ຕື່ມວ່າ: ປັດຈຸບັນທາງໂຄງການ ໄດ້ເລັ່ງມືຢ່າງເຕັມທີ່ ເພື່ອໃຫ້ໂຄງການນີ້ສໍາເລັດໂດຍໄວ ແຕ່ຜ່ານການປະຕິບັດວຽກງານຕົວຈິງພົບ ຄວາມຫຍຸ້ງຍາກຫຼາຍຢ່າງ ເພາະເປັນເສັ້ນທາງສາຍຫຼັກທີ່ມີລົດບັນທຸກໜັກ ແລະ ລົດຊະນະນິດຕ່າງໆ ສັນຈອນຢ່າງຫຼວງຫຼາຍໃນແຕ່ລະວັນ ເຮັດໃຫ້ການສັນຈອນແອອັດ.


ທ່ານຍັງຮຽກຮ້ອງມາຍັງປະຊາຊົນ ກໍຄືຜູ້ໃຊ້ລົດສັນຈອນໄປ – ມາຜ່ານເສັ້ນທາງທີ່ມີການປັບປຸງເອົາໃຈໃສ່ສັງເກດປ້າຍຕ່າງໆທີ່ໂຄງການວາງໄວ້ໃນແຕ່ລະຈຸດ ເພື່ອຄວາມປອດໄພ ແລະ ບໍ່ສ້າງຄວາມສັບສົນຫຍຸ້ງຍາກໃຫ້ແກ່ທາງໂຄງການໃນການຈັດຕັ້ງປະຕິບັດວຽກງານຕົວຈິງ.
ໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງເລກ 13 ເໜືອ ໄລຍະ ສີໄຄ ຫາ ສີເກີດ ມີລວງຍາວ 6 ກິໂລແມັດ ເປັນໂຄງການສືບຕໍ່ຈາກໄລຍະທາງ ສີເກີດ ຫາ ໂພນໂຮງ ລວງຍາວ 58 ກິໂລແມັດ ທີ່ສຳເລັດການກໍ່ສ້າງກາງປີ 2023.
ການກໍ່ສ້າງທາງໄລຍະສີໄຄ ຫາ ສີເກີດ ເປັນການຂະຫຍາຍໜ້າທາງຕາມແລວທາງເກົ່າໃຫ້ກວ້າງອອກຈາກໜ້າທາງເກົ່າ 7 ຫາ 8 ແມັດ ປູຢາງສອງຊັ້ນມີ 2 ຊ່ອງຈະລາຈອນໄປ – ກັບ ມາເປັນໜ້າທາງກວ້າງ 20 ຫາ 23 ແມັດ ປູດ້ວຍເບຕົງຊີມັງເສີມເຫຼັກ ມີ 4 ຊ່ອງຈະລາຈອນໄປ – ກັບ ໂດຍແມ່ນ ກຸ່ມບໍລິສັດ ຕັງຈະເລີນ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ.

LEAVE A REPLY

Please enter your comment!
Please enter your name here