ກ້ວຍ ສິນຄ້າເສດຖະກິດຈາກລາວ 390 ໂຕນ ສົ່ງຮອດນະຄອນຫຼວງປັກກິ່ງ

25 Oct 2024

ຄລິກແຊຣ໌ 0 Facebook WhatsApp

ຫຼາຍປີມານີ້ ໝາກກ້ວຍແມ່ນສິນຄ້າເສດຖະກິດທີ່ສຳຄັນ ແລະ ສ້າງລາຍຮັບເຂົ້າປະເທດໄດ້ຫຼາຍ ບໍ່ວ່າຕົວຜູ້ລົງທຶນເອງ ແລະ ປະຊາຊົນຜູ້ທີ່ໄປເຮັດວຽກໃນສວນກ້ວຍທຸກຂະບວນການ.
ຕາມຂ່າວລາຍງານວ່າ: ໃນວັນທີ 20 ຕຸລາ 2024 ລົດໄຟແຊ່ເຢັນສາກົນ ( ນະຄອນຫຼວງວຽງຈັນ – ນະຄອນຄຸນ ໝິງ – ເມືອງພີງກູ ນະຄອນຫຼວງປັກກິ່ງ ) ຂອງທາງລົດໄຟລາວ – ຈີນ ຂະບວນທຳອິດໄດ້ເດີນທາງຮອດປັກກິ່ງ.

ລົດໄຟຂະບວນດັ່ງກ່າວ ໄດ້ອອກເດີນທາງຈາກສະຖານີວຽງຈັນໃຕ້ ແຕ່ວັນທີ 12 ຕຸລາ ໂດຍໄດ້ຂົນສົ່ງໝາກກ້ວຍ 390 ໂຕນ ທີ່ຜະລິດຢູ່ລາວໄປຈຳໜ່າຍຢູ່ ສປ ຈີນ.
ຫຼາຍປີຜ່ານມາ ໝາກກ້ວຍ ໄດ້ເຂົ້າໄປຢູ່ໃນບັນຊີ 10 ອັນດັບສິນຄ້າສົ່ງອອກມາໂດຍຕະຫຼອດ ສະເພາະເດືອນກັນຍາ ສປປ ລາວເຮົາ ໄດ້ສົ່ງອອກສິນຄ້າທັງໝົດ ປະມານ 455 ລ້ານໂດລາ, ໃນນັ້ນ ໝາກກ້ວຍແມ່ນມີມູນຄ່າ 18 ລ້ານໂດລາ.

ອີງຕາມຕົວເລກລາຍງານ ໂດຍສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ ໃຫ້ຮູ້ວ່າ: ສະເພາະການສົ່ງອອກກ້ວຍປີນີ້ ນັບແຕ່ເດືອນມັງກອນ ຮອດ ເດືອນພຶດສະພາ ແມ່ນມີມູນຄ່າຫຼາຍເຖິງ 175,7 ລ້ານໂດລາ; ໃນນັ້ນເດືອນມັງກອນ ສົ່ງອອກ 21 ລ້ານກວ່າໂດລາ, ເດືອນກຸມພາ ສົ່ງອອກກ້ວຍ 21,4 ລ້ານໂດລາ, ເດືອນມີນາ ຖືເປັນເດືອນທີ່ມີການສົ່ງອອກກ້ວຍຫຼາຍສຸດເຖິງ 34,7 ລ້ານໂດລາ, ເດືອນເມສາ ສົ່ງອອກທີ່ 23 ລ້ານກວ່າໂດລາ, ເດືອນພຶດສະພາ 18,4 ລ້ານໂດລາ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ