ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ວັນທີ 21 ຕຸລາ ຢູ່ນະຄອນຫຼວງຮ່າໂນ້ຍ ໃນກອງປະຊຸມສະໄໝສາມັນ ເທື່ອທີ 8 ສະພາແຫ່ງຊາດ ຊຸດທີ XV ພາຍໃຕ້ການເປັນປະທານຂອງ ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຊຸດທີ XV, ສະພາແຫ່ງຊາດ ໄດ້ເລືອກຕັ້ງປະທານປະເທດ ສສ ຫວຽດນາມ ອາຍຸການ 2021 – 2026.
ຫຼັງຈາກ ທ່ານ ນາງ ຫງວຽນ ທິແທັງ ຮອງປະທານສະພາແຫ່ງຊາດ ໄດ້ສະເໜີຮ່າງມະຕິເລືອກຕັ້ງປະທານປະເທດ ສສ ຫວຽດນາມ ອາຍຸການ 2021 – 2026 ສຳລັບ ທ່ານ ພົນເອກ ເລືອງເກືອງ. ມະຕິນີ້ສະພາແຫ່ງຊາດ ໄດ້ຮັບຮອງເອົາດ້ວຍສຽງສະໜັບສະໜູນ 440/440 ສະມາຊິກສະພາແຫ່ງຊາດ.
ພາຍຫຼັງໄດ້ຮັບການເລືອກຕັ້ງ, ທ່ານ ພົນເອກ ເລືອງເກືອງ ປະທານປະເທດ ສສ ຫວຽດນາມ ປະຕິຍານຕົວວ່າ: ພາຍໃຕ້ທຸງແດງດາວຄຳ ທີ່ສັກກາລະບູຊາຂອງປະເທດຊາດ, ຕໍ່ໜ້າສະພາແຫ່ງຊາດ ແລະ ພໍ່ແມ່ປະຊາຊົນ, ຜູ້ມີສິດເລືອກຕັ້ງໃນທົ່ວປະເທດ. ຂ້າພະເຈົ້າ ຂໍປະຕິຍານຕົວວ່າເດັດດ່ຽວ ຈົ່ງຮັກພັກດີ ຕໍ່ປະເທດຊາດ, ຕໍ່ປະຊາຊົນ, ຕໍ່ລັດຖະທຳມະນູນຂອງປະເທດ ສສ ຫວຽດນາມ, ມານະພະຍາຍາມສູ້ຊົນປະຕິບັດ ສຳເລັດໜ້າທີ່ ໂດຍພັກ – ລັດ ແລະ ປະຊາຊົນ ມອບໝາຍໃຫ້.