ແລກປ່ຽນຄົ້ນຄວ້ານະໂຍບາຍ ສົ່ງເສີມບົດບາດຍິງຊາຍ ໃນໄວໜຸ່ມ

0
378

ສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ ກະຊວງສາທາລະນະສຸກ   ແລະ ຄູ່ຮ່ວມພັດທະນາ ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ (UNFPA) ໄດ້ຈັດກອງປະຊຸມ ຄົ້ນຄວ້າ ວິທະຍາສາດກ່ຽວກັບໄວໜຸ່ມຄັ້ງທີ 9 ໃນຫົວຂໍ້  ເສັ້ນທາງ ດິຈິຕອນ ທີ່ກ່ຽວພັນກັບຄວາມບໍ່ສະເໝີພາບຍິງ-ຊາຍ ແລະ ສິດທິ , ເພດສໍາພັນ ແລະ ສະຂະພາບ ຈະເລີນພັນໃນໄວໜຸ່ມ  ຂຶ້ນໃນວັນທີ 23 ຕຸລາ 2024 ທີ່ໂຮງແຮມ Double Tree by Hilton ເຂົ້າຮ່ວມຂອງທ່ານ ປອ ດຣ ນາງ ຄໍາແພງ ຟອງລືຊາ ຫົວໜ້າ  ສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ ມີຜູ່ຕ່າງໜ້າຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ ແລະ ພະນັກງານວິຊາການກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ປອ ດຣ ນາງ ຄໍາແພງ ຟອງລືຊາ ກ່າວວ່າ: ໂຄງການດັ່າງກ່າວເລີ່ມຕົ້ນມາແຕ່ປີ 2016 ເນື່ອງຈາກວ່າ ໄດ້ມີຈຸດປະສົງຈັດຕັ້ງປະຕິບັດແຜນງານນາງນ້ອຍ ເພື່ອເຮັດແນວໃດ ຢາກໃຫ້ໄວໜຸ່ມຍິງໄດ້ມີ ຄວາມຮູ້ຄວາມສາມາດ ອັນເຕັມປ່ຽມໃນການຕັດສິນບັນຫາດ້ວຍຕົນເອງ ກ່ຽວກັບຊີວິດຂອງເຂົາເຈົ້າ  ບໍ່ວ່າຈະເປັນການຮຽນ, ສຸຂະພາບ  ກ່ຽວກັບການມີວຽກເຮັດງານທໍາ ສະນັ້ນ ເຮົາຈຶ່ງໄດ້ຈັດກອງປະຊຸມນີ້ຂຶ້ນ ເຊິ່ງພວກເຮົາຈະຈັດກອງປະຊຸມຈົນໄປຮອດປີ 2030 ຫຼື ວ່ານາງນ້ອຍໄດ້ອາຍຸ 25ປີ ຖືວ່າຜູ້ກ່ຽວຈະມີຄວາມຮູ້ຄວາມສາມາດທີ່ເຕັມປ່ຽມໃນການຮັບຜິດຊອບຕໍ່ຊີວິດຂອງຕົນເອງ

ທ່ານກ່າວວ່າ: ກອງປະຊຸມຄັ້ງນີ້ເປັນຄັ້ງທີ 9 ທີ່ສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ ໄດ້ຈັດຂຶ້ນ ຫົວຂໍ້ແມ່ນເສັ້ນທາງ ດິຈິຕອນ ທີ່ກ່ຽວພັນກັບຄວາມບໍ່ສະເໝີພາບຍິງ-ຊາຍ ແລະ ສິດທິ , ເພດສໍາພັນ ແລະ ສະຂະພາບ ຈະເລີນພັນໃນໄວໜຸ່ມ  ເຊິ່ງໄວໜຸ່ມແມ່ນເກນອາຍຸອາຍຸ 10-19ປີ.

ພ້ອມນັ້ນ ເປົ້າໝາຍແມ່ນ ເພື່ອໃຫ້ບັນດານັກຄົ້ນຄວ້າຜູ້ກໍານົດນະໂຍບາຍ ຄູ່ຮ່ວມ ພັດທະນາ ໄດ້ມີການແລກປ່ຽນປະສົບການກ່ຽວກັບຫົວຂໍ້ດັ່ງກ່າວ ເພື່ອນໍາເອົາຜົນການຄົ້ນຄວ້າ ໄປນໍາໃຊ້ເຂົ້າໃນການວາງແຜນກໍານົດນະໂຍບາຍ ເຂົ້າໃນການວາງແຜນງານຕ່າງໆ ເພື່ອເຮັດແນວໃດ ໃຫ້ໄວໜຸ່ມຍິງພວກເຮົາມີ ຄວາມຮູ້ຄວາມສາມາດ ມີທ່າແຮງ ມີຄວາມສາມາດໃນການຕັດສິນໃຈກ່ຽວກັບຊີວິດຂອງຕົນເອງ ບໍ່ໃຫ້ມີການແຕ່ງງານແຕ່ອາຍຸຍັງນ້ອຍ ເພາະບັຫາດັ່ງກ່າວ ຢູ່ ສປປລາວ ແມ່ນມີອັດຕາສ່ວນສູງ ຖ້າສົມທຽບໃສ່ບັນດາປະເທດໃນພາກພື້ນ.

ພ້ອມດຽວກັນນັ້ນເຮົາກໍຮູ້ວ່າໃນປັດຈຸບັນນີ້ ເລື່ອງການນໍາໃຊ້ເທັກໂນໂລຊີ ແລະ ອອນລາຍແມ່ນນັບມື້ນັບຫຼາຍຂຶ້ນ ສະນັ້ນມັນກໍໃຫ້ເກີດຜົນດີ ແລະ ຜົນຮ້າຍຕໍ່ໄວໜຸ່ມ ຂອງພວກເຮົາໂດຍສະເພາະໄວໜຸ່ມຍິງຂອງພວກເຮົາ ຜົນດີແມ່ນສາມາດເຂົ້າເຖິງຂໍ້ມູນຂ່າວສານຕ່າງໆ ໄດ້ຮຽນຮູ້ ສິ່ງອ້ອມໂຕຂອງພວກເຮົາງ່າຍ ແຕ່ຜົນກະທົບ ມັນອາດຈະມີເລື່ອງເພດສໍາພັນ, ການຂົ່ມຂູ່ ທາງດ້ານເພດສໍາພັນໃນໄວໜຸ່ມເກີດຂຶ້ນ  ຫຼື ເຂົາອາດຈະໂພສ ສິ່ງໃດສິ່ງໜຶ່ງໃນອອນລາຍ ແລ້ວມັນກໍເຮັດໃຫ້ມີການໃຊ້ຄວາມຮຸນແຮງ ຢູ່ໃນໄວໜຸ່ມຍິງ ໂດຍຜ່ານການນໍາໃຊ້ສື່ຕ່າງໆ ສະນັ້ນ ກອງປະຊຸມໃນຄັ້ງນີ້ກໍເປັນປັດໄຈໜຶ່ງທີ່ເຮົາເນັ້ນໃສ່ ແລະ ໃຫ້ຄວາມສໍາຄັນ.

ໃນທີ່ປະຊຸມ ຜູ້ເຂົ້າຮ່ວມໄດ້ມີການແລກປ່ຽນສົນທະນາກັນຢ່າງກົງໄປກົງມາ ເພື່ອເຈາະຈີມເອົາປະເດັນສໍາຄັນ ທີ່ເກີດຂຶ້ນໃນສັງຄົມ ມາຫາວິທີຮັບມື ແລະ ແກ້ໄຂ, ພ້ອມນັ້ນກໍມີການສະແດງລະຄອນສັ້ນສະທ້ອນເຖິງຊີວິດຈິງທີ່ເກີດຂຶ້ນກັບໄວໜຸ່ມຢູ່ໃນເຂດຫາງໄກສອກຫຼີກ ເພື່ອໃຫ້ຜູ້ເຂົ້າຮ່ວມຮູ້ເຖິງບັນຫາກົກປາຍສາຍເຫດ ແລະ ຫາວິທີໃນການຮັບມື ແລະ ກໍານົດເປັນແຜນງານໃນການຈັດຕັ້ງປະຕິບັດແກ້ໄຂວຽກງານດັ່ງກ່າວ.

ກອງປະຊຸມ ຈະຈັດຂຶ້ນໄປຈົນຮອດວັນທີ 25 ຕຸລາ ໂດຍມີການນໍາສະເນີແລກປ່ຽນໃນຫຼາຍຫົວຂໍ້ສາຄັນ ເພືອໃຫ້ຜູ້ເຂົ້າຮ່ວມໄດ້ສົນທະນາ ແລກປ່ຽນນໍາກັນ.

LEAVE A REPLY

Please enter your comment!
Please enter your name here