ພິທີເປີດທາງການ ຈັດຂຶ້ນ ໃນວັນທີ 18 ຕຸລາ ປີ 2024 ທີ່ນະຄອນຄອນຫຼວງວຽງຈັນ (ນວ) ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ເຈິນ ແທັງ ເໝີ້ນ ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ, ທ່ານ ພົຈວ ອຸດົມ ສີສົງຄາມ ຮອງຫົວໜ້າກົມໃຫຍ່ພະລາທິການ ປ້ອງກັນຄວາມສະຫງົບ, ທ່ານ ດວນ ກ໊ວກ ຮຸຍ, ຮອງປະທານບໍລິຫານ ແລະ ຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ BIM ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຮໍລິເດ ອິນ ແອນ ສຫວີທສ໌ ວຽງຈັນເປັນໂຮງແຮມທີ່ນໍາໃຊ້ຊື່ສັນຍາລັກການຄ້າ ມາດຕະຖານ ສາກົນແຫ່ງທີສອງ ຂອງກຸ່ມບໍລິສັດ BIM ປະຈຳລາວ ເຊິ່ງໂຮງແຮມແຫ່ງໃຫມ່ນີ້ ໄດ້ສ້າງຕັ້ງຂຶ້ນ ໂດຍ ສືບຕໍ່ເນື່ອງຈາກການໄດ້ຮັບຜົນສໍາເລັດຂອງໂຮງແຮມທີ່ຢູ່ພາຍໃນເຄືອດຽວກັນຢ່າງ ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ.
ຮໍລິເດ ອິນ ແອນ ສຫວີທສ໌ ວຽງຈັນ ຕັ້ງຢູ່ໃຈກາງຕົວເມືອງ ສີໂຄດຕະບອງ, ຫ່າງຈາກ ສະໜາມບິນວັດໄຕສາກົນ ໃຊ້ເວລາປະມານ 15 ນາທີ ເຊິ່ງລວມມີ 10 ຊັ້ນ, 273 ຫ້ອງພັກ, ໃນນັ້ນລວມມີ: 209 ຫ້ອງພັກມາດຕະຖານ ແລະ 64 ຫ້ອງສູດມາດຕະຖານສູງ.

ນອກຈາກນັ້ນກໍຍັງມີ ສູນການປະຊຸມໃໝ່ເໝາະສຳລັບໃຊ້ເປັນພື້ນທີ່ໃນການຈັດກອງປະຊຸມໃຫຍ່ ເຊິ່ງມີພື້ນທີ່ກວ້າງເຖິງ 3,000 ຕາແມັດ ແລະ ສາມາດຮອງຮັບຜູ້ເຂົ້າຮ່ວມງານໄດ້ຫຼາຍກວ່າ 1,500 ຄົນ. ນອກຈາກຫ້ອງພັກ ແລະ ຫ້ອງຈັດງານ ກໍຍັງມີບັນດາຮ້ານອາຫານເອີຣົບ ແລະ ອາຊີ; ສູນອອກກໍາລັງກາຍ ພ້ອມສະໜອງອຸປະ ກອນ ທີ່ໄດ້ມາດຕະຖາດສາກົນ, ສູນການຄ້າ, ສູນຮ້ານອາຫານ ແລະ ອາຄານຫ້ອງການໃຫ້ເຊົ່າ ອີກດ້ວຍ.
ທ່ານ ດວນ ກ໊ວກ ຮຸຍ, ຮອງປະທານບໍລິຫານ ແລະ ຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ BIM ໄດ້ແບ່ງປັນປະສົບການວ່າ: ໃນໄລຍະ 30 ປີທີ່ຜ່ານມາ, ກຸ່ມບໍລິສັດ BIM ໄດ້ສຸມກໍາລັງໃສ່ໃນວຽກ ງານການສ້າງພັດທະນາຢ່າງບໍ່ຢຸດຢັ້ງ ເພື່ອສ້າງຄວາມເຊື່ອໝັ້ນ ແລະ ເປັນຈຸດຢືນໃຫ້ກັບຄູ່ຮ່ວມງານ ໃນການວາງແຜນຍຸດທະສາດການຕະຫຼາດຂອງກຸ່ມບໍລິຫານຄຸ້ມຄອງໂຮງແຮມທີ່ມີຊື່ສຽງລະດັບໂລກ. ພິເສດ ແມ່ນກຸ່ມບໍລິຫານ IHG Hotels & Resorts.

ການປະສົບຜົນສໍາເລັດຂອງ ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ ເປັນໂຮງແຮມ 5 ດາວ ມາດຕະຖານສາກົນທໍາອິດຢູ່ລາວ ແລະ ໄດ້ພິສູດໃຫ້ເຫັນເຖິງ ຄວາມສາມາດ ແລະ ການໃຫ້ຄໍາ ໝັ້ນສັນຍາຂອງພວກເຮົາ ໃນການສ້າງພັດທະນາໂຄງການໃຫ້ໄດ້ຮັບໝາກຜົນດີເດັ່ນກວ່າບັນດາ ຄູ່ແຂ່ງໃນຂົງເຂດພາກພື້ນ ທີ່ພວກຂ້າພະເຈົ້າໄດ້ລົງທຶນໃສ່ຕໍ່ໂຄງການ, ທ່ານ ດວນ ກ໊ວກ ຮຸຍ ກ່າວ.
ໃນໂອກາດດຽວກັນ, ທ່ານ ພົຈວ ອຸດົມ ສີສົງຄາມ ຮອງຫົວໜ້າກົມໃຫຍ່ພະລາທິການ ປ້ອງກັນຄວາມສະຫງົບກໍໄດ້ມີຄໍາເຫັນວ່າ: ໂຄງການກໍ່ສ້າງໂຮງແຮມ ຮໍລິເດ ອິນ ແອນ ສຫວີທສ໌ ວຽງຈັນ ເປັນໂຄງການທີ່ສຳຄັນ, ມີຂະໜາດໃຫຍ່ ແລະ ມີບົດບາດຕໍ່ກັບສາຍພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ-ຫວຽດນາມ, ເວົ້າສະເພາະແມ່ນ ການຮ່ວມມືທີ່ໜັກແໜ້ນ ລະຫວ່າງ ກະຊວງ ປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກຸ່ມບໍລິສັດ BIM Group ໄດ້ນໍາພາສ້າງໂຄງການໂຮງ ແຮມ 5 ດາວ ທີ່ມີມາດຕະຖານ, ຄຸນນະພາບສູງຮັບໃຊ້ແກ່ສັງຄົມ ແລະ ຊຸກຍູ້ການຮ່ວມມືດ້ານເສດຖະ ກິດ, ວັດທະນະທໍາ ລະຫວ່າງ ສອງປະເທດ.

ໂຮງແຮມນີ້, ຕັ້ງຢູ່ຈຸດໃຈກາງຕົວເມືອງສີໂຄດຕະບອງ ເຂດຊຸມຊົນໃຈກາງເມືອງຂອງ ນະຄອນຫຼວງ ເຊິ່ງຈະໃຫ້ຄວາມສະດວກ, ບໍລິການທີ່ທັນສະໄໝ ໃຫ້ແກ່ແຂກທີ່ມາທ່ອງທ່ຽວ, ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ເປັນການປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດ ແລະ ການ ທ່ອງທ່ຽວຢູ່ ນະຄອນຫຼວງວຽງຈັນ, ທ່ານ ພົຈວ ອຸດົມ ສີສົງຄາມ ກ່າວ.