ກອງປະຊຸມ ສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດ ອາຊຽນ (AIPA) ຄັ້ງທີ 45 ໄດ້ເປີດຂຶ້ນ ໃນວັນທີ 19 ຕຸລາ 2024 ທີ່ຫໍປະຊຸມແຫ່ງຊາດ ໂດຍການເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປລາວ, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ປະທານ AIPA ຄັ້ງທີ 45, ທ່ານນາງ ຊິຕີ ໂຣໄຊເມຣີຢັນຕີ ດາໂຕະ ຫາຈິ ອັບດຸນ ຣາມັນ ເລຂາທິການໃຫຍ່ໄອປາ, ມີປະທານສະພາ, ປະທານລັດຖະສະພາ ຈາກບັນດາປະເທດສະມາຊິກໄອປາ ແລະ ປະເທດສັງເກດການ, ເລຂາທິການໃຫຍ່ອາຊຽນ, ສະມາຊິກລັດຖະສະພາ, ທູຕານຸທູດ, ຕາງໜ້າອົງການຈັດຕັ້ງສາກົນເຂົ້າຮ່ວມ.

ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ສປປລາວ ແລະ ໃນນາມປະທານໄອປາ 45 ກ່າວວ່າ: ກອງປະຊຸມສະມັດຊາໃຫຍ່ໄອປາ ແມ່ນເວທີໜຶ່ງ ທີ່ມີຄວາມໝາຍຄວາມສໍາຄັນຍິ່ງ, ເຊິ່ງສະມາ ຊິກລັດຖະສະພາ ຈາກບັນດາປະເທດອາຊຽນ ຈະໄດ້ຮ່ວມກັນຄົ້ນຄວ້າ ປຶກສາຫາລື ແລະ ກຳນົດທິດທາງການດຳເນີນງານ ເພື່ອບັນລຸຈຸດປະສົງ ແລະ ຄາດໝາຍລວມຂອງ ໄອປາ ກໍຄືອາຊຽນ.

ກອງປະຊຸມສະມັດຊາໃຫຍ່ໄອປາ ຄັ້ງທີ 45 ນີ້ ໄດ້ຈັດຂຶ້ນໃນທ່າມກາງບັນຍາກາດ ທີ່ສະພາບການພາກພື້ນ ແລະ ສາກົນ ມີການຜັນແປໄປຢ່າງໄວວາສັບສົນ ແລະ ສະຫຼັບສັບຊ້ອນ ຄາດຄະເນໄດ້ຍາກ, ມີທັງກາລະໂອກາດ ແລະ ສິ່ງທ້າທາຍຫຼາຍດ້ານ ເປັນຕົ້ນ: ຄວາມຂັດແຍ່ງໃນຫຼາຍພາກພື້ນຂອງໂລກ ບັນຫາໄພພິບັດທາງທຳມະຊາດ, ການປ່ຽນແປງສະພາບດິນຟ້າອາກາດ, ວິກິດການທາງດ້ານເສດຖະກິດ-ການເງິນ, ແລະ ອື່ນໆ ລ້ວນແຕ່ເປັນສິ່ງທ້າທາຍຕໍ່ພາກພື້ນ ແລະ ວົງຄະນະຍາດສາກົນໃນປັດຈຸບັນ.

ແຕ່ແນວໃດກໍຕາມ, ການຮ່ວມມືເພື່ອການພັດທະນາ, ການປົກປັກຮັກສາ ສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ຄວາມຈະເລີນຮຸ່ງເຮືອງ ຍັງເປັນທ່າອ່ຽງລວມ ຂອງປະຊາຊາດພວກເຮົາ ເຫັນໄດ້ຈາກສະພາບເສດຖະກິດ-ການເງິນ ໃນຫຼາຍປະເທດ ແລະ ພາກພື້ນ ພວມໄດ້ຮັບການແກ້ໄຂ, ມີທ່ວງທ່າໝັ້ນທ່ຽງດີຂຶ້ນ ເວົ້າລວມ, ເວົ້າສະເພາະ ແມ່ນປະຊາຄົມອາຊຽນ ມີຄວາມຄືບໜ້າ ແລະ ປະສົບຜົນສໍາເລັດຕາມຄາດໝາຍໃນການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ແລະ ແຜນແມ່ບົດ ພາຍໃຕ້ 3 ເສົາຄໍ້າປະຊາຄົມອາຊຽນ ກໍຄື ແຜນແມ່ບົດວ່າດ້ວຍ ການເຊື່ອມຈອດ 2025 ແລະ ແຜນປະຕິບັດງານຂໍ້ລິເລີ່ມເພຶ່ອການເຊື່ອມໂຍງອາຊຽນ.

ທ່ານກ່າວວ່າ: ຄືດັ່ງທີ່ພວກເຮົາຮູ້ນຳກັນແລ້ວວ່າ ໄອປາໃນນາມທີ່ເປັນອົງການນິຕິບັນຍັດ ແລະ ເປັນຕົວແທນແຫ່ງລັດຂອງປະຊາຊົນປະເທດສະມາຊິກອາຊຽນ ໂດຍມີຈຸດປະສົງຕົ້ນຕໍ ເພື່ອຊຸກຍູ້ພາລະກິດລວມຂອງອາຊຽນ ໃຫ້ບັນລຸ ຜົນປະໂຫຍດຕາມເປົ້າໝາຍທີ່ວາງໄວ້. ກອງປະຊຸມສະມັດຊາໃຫຍ່ໄອປາຄັ້ງທີ 45 ນີ້ ໄດ້ກໍານົດ ຄຳຂວັນ: “ບົດບາດຂອງລັດຖະສະພາໃນການຊຸກຍູ້ການເຊື່ອມຈອດ ແລະ ການເຕີບໂຕແບບກວມລວມຂອງອາຊຽນ” ແມ່ນສອດຄ່ອງກັບ ຄຳຂວັນປະທານອາຊຽນຂອງ ສປປລາວ ຄື: “ຮັດແໜ້ນການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ໂດຍສຸມໃສ່ການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ ໃນປີ 2025 ເພື່ອເຮັດໃຫ້ພາກພື້ນມີິການເຊື່ອມຈອດ ແລະ ເຂັ້ມແຂງ ແລະ ທັງເປັນການຊຸກຍູ້ສົ່ງເສີມຄວາມພະຍາຍາມຂອງບັນດາປະເທດສະມາຊິກອາຊຽນ ໃນການບັນລຸເປົ້າໝາຍດ້ານການພັດທະນາພື້ນຖານໂຄງລ່າງ ແລະ ລະບຽບການຕ່າງໆທີ່ມີການ ເຊື່ອມຈອດ ທາງດ້ານການຂົນສົ່ງ, ໂທລະຄົມມະນາຄົມ, ພະລັງງານ ແລະ ອື່ນໆ ເພື່ອອໍານວຍຄວາມສະດວກໃຫ້ແກ່ການຄ້າ, ການລົງທຶນ, ການຜະລິດ, ການບໍລິການ, ການທ່ອງທ່ຽວ ແລະ ການໄປມາຫາສູ່ກັນຂອງປະຊາຊົນອາຊຽນ ໃຫ້ຫລາຍຂຶ້ນ, ການເຊື່ອມໂຍງທາງດ້ານເສດຖະກິດ ການຮັດແຄບຄວາມແຕກໂຕນທາງດ້ານການພັດທະນາ, ສ້າງເສດຖະກິດອາຊຽນມີຄວາມເຂັ້ມແຂງ, ເປີດກວ້າງ, ປະຊາຄົມມີຄວາມສາມັກຄີປອງດອງ, ມີການພັດທະນາທີ່ເທົ່າທຽມກັນ ແລະ ການເສີມຂະຫຍາຍການພົວພັນຮ່ວມມືອາຊຽນ ກັບຄູ່ຮ່ວມມືພາຍນອກ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ ແລະ ພ້ອມກັນກ້າວໄປຂ້າງໜ້າ.

ຂ້າພະເຈົ້າ, ຕີລາຄາສູງຕໍ່ການປະສານສົມທົບ ລະຫວ່າງ ໄອປາ ກັບ ອາຊຽນ ເຊິ່ງໄດ້ມີກົນໄກພົບປະເຮັດວຽກຮ່ວມກັນເປັນລະບົບ ແລະ ມີການປັບປຸງດີຂຶ້ນ ເປັນຕົ້ນ ການພົບປະ ລະຫວ່າງຜູ້ນຳອາຊຽນ ກັບຜູ້ນຳໄອປາ, ການເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ໄອປາ ຂອງເລຂາທິການໃຫຍ່ອາຊຽນ, ການເຂົ້າຮ່ວມກອງປະຊຸມ ແລະ ກິດຈະກຳຕ່າງໆຂອງກັນ ແລະ ກັນ ກໍຄືການແລກປ່ຽນຂໍ້ມູນຂ່າວສານນຳກັນ.
ໃນຂະບວນການສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ ກໍຄືຶ ການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ແລະ ຕໍ່ໜ້າ, ໄອປາ ແລະ ອາຊຽນ ຍິ່ງຈະຕ້ອງເພີ່ມທະວີການຮ່ວມມື, ຮັດແໜ້ນການເປັນຄູ່ຮ່ວມທີ່ສະໜັບສະໜູນການປະຕິບັດໜ້າທີ່ເຊິ່ງກັນ ແລະ ກັນ ຕາມພາລະບົດບາດຂອງຕົນ ເພື່ອເສີມສ້າງສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຢືນຍົງ ເພື່ອນຳເອົາຄວາມອຸດົມສົມບູນພູນສຸກມາສູ່ປະຊາຊົນ ໃນບັນດາປະເທດສະມາຊິກອາຊຽນ ຢ່າງແທ້ຈິງ.
ໃນໄລຍະດໍາເນີນກອງປະຊຸມສະມັດຊາໃຫຍ່ໄອປາ ຈະມີກອງປະຊຸມບັນດາກຳມາທິການປະຈຳຕ່າງໆ ຈະໄດ້ລົງເລິກຄົ້ນຄວ້າ ປຶກສາຫາລື ບັນດາເນື້ອໃນ ແລະ ຮ່າງມະຕິ ໃນຂົງເຂດການເມືອງ, ເສດຖະກິດ, ສັງຄົມ, ແມ່ຍິງ, ຊາວໜຸ່ມ ແລະ ວຽກງານພາຍໃນ ຂອງໄອປາ. ນອກຈາກນີ້, ຍັງຈະມີກອງປະຊຸມລະຫວ່າງ ໄອປາ ກັບ ລັດຖະສະພາປະເທດສັງເກດການ ເພື່ອຊອກຫາຊ່ອງທາງໃນການຮ່ວມມືກັນ ແລະ ວິທີແກ້ໄຂບັນຫາ ແລະ ສິ່ງທ້າທາຍຕ່າງໆຮ່ວມກັນ, ສະໜັບສະໜູນບັນດາເປົ້າໝາຍອາຊຽນ ແນໃສ່ຮັບປະກັນການເຊື່ອມໂຍງ ແລະ ການເຕີບໂຕແບບກວມລວມ.
ພ້ອມກັນນີ້ ກອງປະຊຸມພວກເຮົາມີຄວາມຍິນດີທີ່ໄດ້ຕ້ອນຮັບຄູ່ຮ່ວມພັດທະນາໄອປາ ຈາກຫຼາຍອົງການຈັດຕັ້ງສາກົນ, ເຊິ່ງເປັນໂອກາດອັນດີທີ່ຈະໄດ້ມີການແລກປ່ຽນຄຳຄິດເຫັນ ແລະ ປະສົບການ ກ່ຽວກັບການຍົກສູງຂີດຄວາມສາມາດໃນການປະຕິບັດໜ້າທີ່ຂອງໄອປາ ກໍຄືລັດຖະສະພາສະມາຊິກໄອປາ ໃຫ້ເຂັ້ມແຂງຂຶ້ນ.
ເພື່ອເຮັດໃຫ້ກອງປະຊຸມສະມັດຊາໃຫຍ່ ໄອປາ ຄັ້ງທີ 45 ປະສົບຜົນສໍາເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້, ຂ້າພະເຈົ້າ ຂໍສະເໜີມາຍັງບັນດາທ່ານຜູ້ແທນ ຄົ້ນຄວ້າ ປຶກສາຫາລື ແລະ ພິຈາລະນາບັນຫາຕ່າງໆ ດ້ວຍຄວາມຮັບຜິດຊອບສູງ, ສ້າງສັນ ແລະ ດຳເນີຕາມຫຼັກການຄວາມເປັນເອກະສັນຂອງອາຊຽນ. ການປະກອບສ່ວນ ຂອງບັນດາທ່ານຜູ້ແທນໃນແຕ່ລະກອງປະຊຸມກຳມາທິການປະຈໍາຕ່າງໆນັ້ນ ຈະເປັນສິ່ງຢັ້ງຢືນເຖິງບົດບາດຂອງໄອປາ ໃນພາລະກິດກວມລວມຂອງອາຊຽນ ກໍຄື ການຮັບໃຊ້ສິດຜົນປະໂຫຍດ ຂອງປະຊາຊົນພວກເຮົາ.
ປີນີ້ ເປັນປີທ່ອງທ່ຽວຂອງ ສປປ ລາວ, ຂ້າພະເຈົ້້າ ຫວັງວ່າ ບັນດາທ່ານທີ່ມາເຂົ້າຮ່ວມປະຊຸມໃນຄັ້ງນີ້ ຈະຍາດໂອກາດໄປຢ້ຽມຢາມສຳພັດກັບແຫຼ່ງທ່ອງທ່ຽວທາງດ້ານປະຫວັດສາດ, ວັດທະນະທຳ ແລະ ວິຖີຊີວິດຂອງປະຊາຊົນລາວບັນດາເຜົ່າ ທັງຢູ່ນະຄອນຫຼວງວຽງຈັນ, ນະຄອນຫຼວງພະບາງ ເມືອງມໍລະດົກໂລກ ແລະ ສະຖານທີ່ທ່ອງທ່ຽວສຳຄັນອື່ນໆ ແລະ ເຊື່ອວ່າບັນດາທ່ານ ຈະມີຄວາມເບີກບານມ່ວນຊື່ນ ໃນໄລຍະກອງປະຊຸມ ຢູ່ ສປປ ລາວ.