ໂຄງການຊົນລະປະທານອ່າງເກັບນໍ້າຕາດແຊຄໍາຫວາຍ ມີຄອງເໝືອງແມ່ 3 ເສັ້ນ ມີຄວາມຍາວ 8.731 ແມັດ ມາຮອດປັດຈຸບັນການກໍ່ສ້າງມີຄວາມຄືບໜ້າ 34,83%. ດ້ານເຈົ້າແຂວງຈຳປາສັກ ຊີ້ນໍາໃຫ້ເຈົ້າຂອງໂຄງການ ແລະ ຜູ້ປະສານງານໂຄງການຂັ້ນແຂວງ ເອົາໃຈໃສ່ປະສານສົມທົບ ເພື່ອສືບຕໍ່ຈັດຕັ້ງປະຕິບັດໂຄງການໃຫ້ສໍາເລັດຕາມຄາດໝາຍທີ່ວາງໄວ້.
ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ພ້ອມດ້ວຍການນໍາພະແນກການທີ່ກ່ຽວຂ້ອງຂອງແຂວງ ໄດ້ເຄື່ອນໄຫວຊຸກຍູ້ການຈັດຕັ້ງປະຕິບັດ ໂຄງການຊົນລະປະທານອ່າງເກັບນໍ້າຕາດແຊຄໍາຫວາຍ ບ້ານນາຈຽງ ນະຄອນປາກເຊ ໃນວັນທີ 9 ຕຸລາ 2024.
ທ່ານ ສົມຫວັງ ຈັນທະຈັກວົງສາ ຜູ້ປະສານໂຄງການຂັ້ນແຂວງ ຕາງໜ້າເຈົ້າຂອງໂຄງການ ໄດ້ລາຍງານກ່ຽວກັບໂຄງການຊົນລະປະທານອ່າງເກັບນໍ້າຕາດແຊຄຳຫວາຍ ເຊິ່ງມີຫົວງານຕັ້ງຢູ່ລະຫວ່າງກາງຂອງສາຍພູບາຈຽງ ແລະ ສາຍພູບ້ານຊົ້ງໃຫຍ່, ຫ່າງຈາກບ້ານຊົ້ງໃຫຍ່ ໄປທາງທິດຕາເວັນອອກສ່ຽງເໜືອ ປະມານ 4 ກິໂລແມັດ, ມູນຄ່າລວມທັງໝົດຂອງແຜນເບື້ອງຕົ້ນ 168,55 ຕື້ກີບ ເຊິ່ງງົບປະມານຂອງໂຄງການ ແມ່ນພາຍໃນປະເທດ ໂດຍແມ່ນບໍລິສັດເປັນຜູ້ລົງທຶນກ່ອນ.
ໂຄງການດັ່ງກ່າວ ໄດ້ແບ່ງການຈັດຕັ້ງປະຕິບັດອອກເປັນ II ໄລຍະ ຄື: ໄລຍະ I ເຊິ່ງມີ 2 ສັນຍາ ມູນຄ່າ 72 ຕື້ 153 ລ້ານກວ່າກີບ ເຊິ່ງມີລາຍລະອຽດໜ້າວຽກ ຄື: ກໍ່ສ້າງລະບົບຫົວງານເຂື່ອນດິນ, ກໍ່ສ້າງອາຄານລະບາຍນໍ້າລົ້ນ, ກໍ່ສ້າງທໍ່ເອົານໍ້າເຂົ້າຄອງເໝືອງ, ກໍ່ສ້າງເຂື່ອນສໍາຮອງ ແລະ ກໍ່ສ້າງເສັ້ນທາງທີ 1 ຈາກ 3 ແຍກຂົວຂ້າມຫ້ວຍຈຽງ ເຂົ້າຫາຫົວງານ ມີຄວາມຍາວ 5.700 ແມັດ, ກໍ່ສ້າງເສັ້ນທາງທີ 2 ຈາກບ້ານຈັດສັນ ເຂົ້າຫາຫົວງານມີ ຄວາມຍາວ 1.621 ແມັດ, ກໍ່ສ້າງເຮືອນຄຸ້ມຄອງໂຄງການ – ເຮືອນພັກພະນັກງານ ແລະ ກໍ່ສ້າງຕາຂ່າຍໄຟຟ້າ 22 ກິໂລໂວນ ຍາວ 495 ແມັດ. ນັບແຕ່ເລີ່ມລົງມືຈັດຕັ້ງປະຕິບັດໂຄງການ ແລະ ໄດ້ສືບຕໍ່ສັນຍາ ຄັ້ງທີ I ປະຕິບັດໜ້າວຽກຕ່າງໆໄດ້ 34,83%.

ເພື່ອສືບຕໍ່ຈັດຕັ້ງປະຕິບັດໂຄງການໄລຍະທີ II ມູນຄ່າ 95 ຕື້ 901 ລ້ານກວ່າກີບ, ມາຮອດວັນທີ 15 ສິງຫາ 2024 ບໍລິສັດຜູ້ຮັບເໝົາໂຄງການ ຈຶ່ງໄດ້ຂໍເຊັນສັນຍາສືບຕໍ່ຈັດຕັ້ງປະຕິບັດໂຄງການ, ໜ້າວຽກລະອຽດ ຄື: ສືບຕໍ່ປູຢາງດໍາເສັ້ນທາງທີ 1 ຈາກ 3 ແຍກຂົວຂ້າມຫ້ວຍຈຽງ ເຂົ້າຫາຫົວງານທີ່ມີໄລຍະຍາວ 5.700 ແມັດ; ສືບຕໍ່ປູຢາງດໍາ ເສັ້ນທາງທີ 2 ຈາກບ້ານຈັດສັນ ເຂົ້າຫາຫົວງານທີ່ມີໄລຍະຍາວ 1.621 ແມັດ, ກໍ່ສ້າງຄອງເໝືອງແມ່ 2 ເສັ້ນ, ຄອງຂັ້ນສອງ 14 ເສັ້ນ ແລະ ຄອງຊອຍ 5 ເສັ້ນ ໃຫ້ສໍາເລັດຕາມຄາດໝາຍທີ່ວາງໄວ້.
ທ່ານ ອາລຸນໄຊ ສູນນະລາດ ກໍມີຄໍາເຫັນຊີ້ນໍາ ໂດຍເນັ້ນໜັກໃຫ້ເຈົ້າຂອງໂຄງການ ແລະ ຜູ້ປະສານງານໂຄງການຂັ້ນແຂວງ ເອົາໃຈໃສ່ປະສານສົມທົບ, ປຶກສາຫາລືກັບ ບໍລິສັດ ຜູ້ຮັບເໝົາກໍ່ສ້າງ ເພື່ອສືບຕໍ່ຈັດຕັ້ງປະຕິບັດໂຄງການໃຫ້ມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.
ໂຄງການຊົນລະປະທານອ່າງເກັບນໍ້າຕາດແຊຄຳຫວາຍ ມີເນື້ອທີ່ຫົດລຽບຕາມຝັ່ງຊ້າຍສາຍນໍ້າເຊໂດນ ກວມເຂດເນື້ອທີ່ຫົດ ຈໍານວນ 4 ບ້ານ ຄື: ບ້ານຊຶ້ງໃຫຍ່, ບ້ານນາຈຽງ, ບ້ານແຮ່ ແລະ ບ້ານໂພຕາກ, ມີ 679 ຄອບຄົວ ຈໍານວນພົນ 3.775 ຄົນ, ສາມາດຫົດເນື້ອທີ່ໄດ້ 1.200 ເຮັກຕາ, ຈຸດທີ່ຕັ້ງໂຄງການດັ່ງກ່າວ ແມ່ນຕັ້ງຫ່າງຈາກເທສະບານນະຄອນປາກເຊ ໄປທາງທິດເໜືອ ປະມານ 12 ກິໂລແມັດ.
[ ຂ່າວ – ຮູບ:
ທູນທອງໃຈ ]