ຈີນ ປະກາດຕົວເລກເສດຖະກິດ 3 ໄຕມາດ

0
488

ຂ່າວຊີອາໄອ ລາຍງານວ່າ: ຈີນ ໄດ້ປະກາດຕົວເລກເສດຖະກິດໃນ 3 ໄຕມາດຂອງປີນີ້ ເຊິ່ງສະແດງໃຫ້ເຫັນວ່າໃນ 3 ໄຕມາດຂອງປີນີ້ ລາຍຮັບຈາກການຈຳໜ່າຍໃນຫຼາຍຂົງເຂດຂອງຈີນ ໄດ້ເພີ່ມຂຶ້ນຢ່າງໝັ້ນທ່ຽງ, ກຳລັງແຮງບົ່ມຊ້ອນດ້ານການບໍລິໂພກໄດ້ຂຸດຄົ້ນປ່ອຍອອກມາຢ່າງຕໍ່ເນື່ອງ.

ไม่มีคำอธิบายรูปภาพ

ໃນລາຍງານໄດ້ລະບຸວ່າ: ລາຍຮັບຈາກການຈຳໜ່າຍວິສາຫະກິດອຸດສາຫະກຳທົ່ວປະເທດຈີນ ໄດ້ເພີ່ມຂຶ້ນ 3,6% ເມື່ອທຽບກັບໄລຍະດຽວກັນຂອງປີກາຍນີ້. ໃນນັ້ນ, ອຸດສາຫະກຳການຜະລິດວັດຖຸອຸປະກອນເພີ່ມຂຶ້ນ 5,3% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ ໂດຍສະເພາະແມ່ນອຸດສາຫະກຳການຜະລິດທີ່ທັນສະໄໝ ເຊັ່ນ: ອຸປະກອນຄອມພິວເຕີ – ໂທລະຄົມ ແລະ ມີເຕີ ໄດ້ພັດທະນາຢ່າງໄວວາ.

ນອກຈາກນີ້, ຈີນ ຍັງໄດ້ເລັ່ງລັດພັດທະນາອຸດສາຫະກຳສີຂຽວ ແລະ ກາກບອນຕ່ຳ, ລາຍຮັບຈາກການຈຳໜ່າຍອຸດສາຫະກຳອະນຸລັກລະບົບນິເວດ ແລະ ປັບປຸງສິ່ງແວດລ້ອມ ໄດ້ເພີ່ມຂຶ້ນ 11,4% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ. ອຸດສາຫະກຳພະລັງງານສະອາດຕ່າງໆ ເຊັ່ນ: ພະລັງງານແສງຕາເວັນ, ພະລັງງານໄຟຟ້າ ແລະ ພະລັງງານລົມເປັນຕົ້ນ ໄດ້ພັດທະນາອ່າວໄວຂຶ້ນ.

LEAVE A REPLY

Please enter your comment!
Please enter your name here