ຫ້ອງການກະຊວງການເງິນ ໄດ້ອອກແຈ້ງການຢຸດຕິຊົ່ວຄາວ ການແກ້ໄຂຄະດີທາງພາສີ ສຳລັບຍານພາຫະນະນໍາເຂົ້າບໍ່ຖືກຕ້ອງ ແລະ ນໍາໃຊ້ບໍ່ຖືກເປົ້າໝາຍ ທັງນີ້ກໍເພື່ອຕີຖອຍປາກົດການຫຍໍ້ທໍ້ຂອງສັງຄົມໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ ຮັບປະກັນການແກ້ໄຂຄະດີຍານພາຫະນະນໍາເຂົ້າບໍ່ຖືກຕ້ອງ ແລະ ນໍາໃຊ້ບໍ່ຖືກເປົ້າໝາຍ ດ້ວຍການບັງຄັບໃຊ້ກົດໝາຍຢ່າງເຂັ້ມງວດ ແລະ ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດໃນຂອບເຂດທົ່ວປະເທດ.
ແຈ້ງການເລກທີ 2190/ຫກ ລົງວັນທີ 20 ສິງຫາ 2024 ມີເນື້ອໃນດັ່ງນີ້:
1. ຢຸດຕິຊົ່ວຄາວ ການແກ້ໄຂຄະດີທາງພາສີ ສຳລັບຍານພາຫະນະນໍາເຂົ້າບໍ່ຖືກຕ້ອງ ແລະ ນໍາໃຊ້ບໍ່ຖືກເປົ້າໝາຍ;
2. ສຳລັບຍານພາຫະນະນໍາເຂົ້າຊົ່ວຄາວ ໃນຮູບແບບທ່ອງທ່ຽວຢ້ຽມຢາມ ບໍ53 ແລະ ຍານພາຫະນະຮັບໃຊ້ສະຖານທູດ, ອົງການຈັດຕັ້ງສາກົນ ແລະ ໃນກອບນະໂຍບາຍສົ່ງເສີມການລົງທຶນ ຈະຕ້ອງດໍາເນີນການແກ້ໄຂຄະດີ ດັ່ງນີ້:
2.1 ຍານພາຫະນະນໍາເຂົ້າໃນຮູບແບບທ່ອງທ່ຽວຢ້ຽມຢາມ ບໍ53 ໃນກໍລະນີຫາກມີການລະເມີດກົດໝາຍ ວ່າດ້ວຍພາສີ ແລະ ລະບຽບການ ຕ້ອງດຳເນີນການແກ້ໄຂຄະດີຕາມແຕ່ລະກໍລະນີ ຄື:

– ກໍລະນີ ຜົນການສືບສວນ – ສອບສວນເອົາຂໍ້ມູນ, ເກັບກຳຂໍ້ມູນຫຼັກຖານສຳເລັດແລ້ວ ເຫັນວ່າເປັນຍານພາຫະນະນຳເຂົ້າໃນຮູບແບບທ່ອງທ່ຽວຢ້ຽມຢາມ ບໍ53 ຢູ່ເກີນກໍານົດ ໂດຍມີເຈົ້າຂອງຍານພາຫະນະຕົວຈິງມາຢັ້ງຢືນ ເຫດຜົນທີ່ຢູ່ເກີນບໍ່ນໍາລົດອອກຄືນ ໃຫ້ດຳເນີນຄະດີ, ປັບໃໝ ແລະ ສົ່ງຍານພາຫະນະອອກຄືນ ຕາມລະບຽບການທີ່ໄດ້ກໍານົດໄວ້;
– ກໍລະນີ ຜົນການສືບສວນ – ສອບສວນເອົາຂໍ້ມູນ, ເກັບກຳຂໍ້ມູນຫຼັກຖານສຳເລັດແລ້ວ ເຫັນວ່າຍານພາຫະນະນໍາເຂົ້າໃນຮູບແບບທ່ອງທ່ຽວຢ້ຽມຢາມ ບໍ53 ຢູ່ເກີນກໍານົດ, ຜູ້ຄອບຄອງ, ນໍາໃຊ້ຍານພາຫະນະ ບໍ່ແມ່ນເຈົ້າຂອງຍານພາຫະນະຕົວຈິງ ຫຼື ມີການຊື້ – ຂາຍ, ປ່ຽນ – ໂອນກຳມະສິດ ຖືວ່າເປັນຍານພາຫະນະດັ່ງກ່າວ ນໍາໃຊ້ບໍ່ຖືກເປົ້າໝາຍໃຫ້ດໍາເນີນຄະດີຢຶດ, ຕົກເປັນຂອງລັດຕາມກົດໝາຍ ວ່າດ້ວຍພາສີ:
– ກໍລະນີຜົນການສືບສວນ – ສອບສວນເອົາຂໍ້ມູນຜູ້ຖືກຫາ ຫາກມີຂໍ້ມູນຫຼັກຖານ, ເງື່ອນໄຂຄົບຖ້ວນຕາມ 4 ອົງປະກອບຂອງການກະທໍາຜິດທາງອາຍາ ແມ່ນໃຫ້ປະກອບສຳນວນຍື່ນຕໍ່ອົງການໄອຍາການປະຊາຊົນ ຕາມຂະບວນການຍຸຕິທໍາ.
2.2 ຍານພາຫະນະນໍາເຂົ້າຊົ່ວຄາວ ຮັບໃຊ້ສະຖານທູດ, ອົງການຈັດຕັ້ງສາກົນ ແລະ ໃນກອບນະໂຍບາຍສົ່ງເສີມການລົງທຶນ, ກໍລະນີເຈົ້າໜ້າທີ່ພາສີກວດກາພົບເຫັນການນໍາໃຊ້ບໍ່ຖືກເປົ້າໝາຍທີ່ລະເມີດກົດໝາຍ ວ່າດ້ວຍພາສີ ແລະ ລະບຽບການອື່ນທີ່ກ່ຽວຂ້ອງ ແມ່ນໃຫ້ດໍາເນີນຄະດີ ຢຶດ, ຕົກເປັນຂອງລັດ ຕາມກົດໝາຍ ວ່າດ້ວຍພາສີ.
3. ໃຫ້ພາສີປະຈຳແຂວງ, ນະຄອນຫຼວງວຽງຈັນ ສະຫຼຸບ, ສັງລວມຍານພາຫະນະທີ່ເປັນຄະດີທາງພາສີ ທີ່ໄດ້ເກັບຮັກສາໄວ້ຢູ່ຫ້ອງການພາສີຂອງຕົນ ແລ້ວລາຍງານກົມພາສີ, ກະຊວງການເງິນ ເພື່ອສະເໜີຍານພາຫະນະດັ່ງກ່າວຕົກເປັນຂອງລັດ ຕາມກົດໝາຍ ວ່າດ້ວຍພາສີ ແລະ ລະບຽບການທີ່ກ່ຽວຂ້ອງ;
4. ພະແນກການເງິນແຂວງ, ນະຄອນຫຼວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງ ຈົ່ງຮັບຮູ້ ແລະ ພ້ອມກັນເອົາໃຈໃສ່ຈັດຕັ້ງປະຕິບັດແຈ້ງການສະບັບນີ້ຢ່າງເຂັ້ມງວດ;
5. ໃນການຈັດຕັ້ງປະຕິບັດຕົວຈິງ ຖ້າພົບບັນຫາຂໍ້ຫຍຸ້ງຍາກແມ່ນໃຫ້ລາຍງານຄືນຄະນະນຳກະຊວງການເງິນ ເພື່ອມີທິດຊີ້ນຳໃນການແກ້ໄຂໃຫ້ທັນສະພາບການ;
6. ແຈ້ງການສະບັບນີ້ ມີຜົນສັກສິດ ແລະ ນຳໃຊ້ໄດ້ ນັບແຕ່ວັນທີລົງລາຍເຊັນເປັນຕົ້ນໄປ.