ລາຄານໍ້າມັນຕະຫຼາດໂລກ ປັບລົງກວ່າ 4%

17 Oct 2024

ຄລິກແຊຣ໌ 0 Facebook WhatsApp

ລາຄານໍ້າມັນດິບເວັດເທັກຊັດ ຫຼຸດລົງກວ່າ 3,25 ໂດລາ ຫຼັງນັກລົງທຶນຜ່ອນຄາຍຄວາມກັງວົນຈາກກໍລະນີອິດສະຣາແອນ ອອກມາຢັ້ງຢືນຈະບໍ່ໂຈມຕີພື້ນຖານດ້ານນໍ້າມັນຂອງອີຣານ.

อาจเป็นรูปภาพของ โรงกลั่นน้ำมัน

ສັນຍານໍ້າມັນດິບເວັດເທັກຊັດ ຫຼື WTI ຕະຫຼາດນິວຢອກ ສະຫະລັດອາເມຣິກາ ສົ່ງມອບເດືອນພະຈິກຫຼຸດລົງ 3,25 ໂດລາ ຫຼື 4,40% ປິດທີ 70,58 ໂດລາສະຫະລັດຕໍ່ບາເຣລ; ຂະນະທີ່ສັນຍານໍ້າມັນດິບເບຣນ ສົ່ງມອບເດືອນທັນວາ ຫຼຸດລົງ 3,21 ໂດລາ ຫຼື 4,14% ປິດທີ່ 74,25 ໂດລາສະຫະລັດຕໍ່ບາເຣລ.

ການປັບລົງຂອງລາຄານໍ້າມັນດິບ ມີຂຶ້ນຫຼັງຈາກສື່ລາຍງານຢັ້ງຢືນວ່າອິດສະຣາແອນ ໄດ້ແຈ້ງຕໍ່ສະຫະລັດອາເມຣິກາວ່າ ອິດສະຣາແອນ ຈະບໍ່ໂຈມຕີພື້ນຖານດ້ານນໍ້າມັນ ຫຼື ໂຄງສ້າງພື້ນຖານພະລັງງານນິວເຄລຍຂອງ ອີຣານ ໂດຍຈະເນັ້ນໄປທີ່ພື້ນຖານດ້ານການທະຫານ.

ນອກນີ້, ຍັງໄດ້ແຮງຍູ້ໜູນຈາກການທີ່ສຳນັກງານພະລັງງານສາກົນ ( IEA ) ເປີດເຜີຍວ່າສະມາຊິກ IEA ກຽມພ້ອມທີ່ຈະດໍາເນີນການ ຫາກສະຖານະການຄວາມເຄັ່ງຕຶງໃນຕາເວັນອອກກາງ ເຮັດໃຫ້ອຸປະທານນໍ້າມັນຢຸດສະງັກລົງ. ພ້ອມນັ້ນ, ຍັງໄດ້ອອກລາຍງານເຕືອນພາວະນໍ້າມັນລົ້ນຕະຫຼາດ ອັນເນື່ອງມາຈາກອຸຸປະສົງນໍ້າມັນທີ່ງຽບເຫງົາ.

ລາຍງານຂອງ IEA ສອດຄ່ອງກັບລາຍງານຂອງກຸ່ມປະເທດຜູ້ສົ່ງອອກນໍ້າມັນ ເຊິ່ງໄດ້ປັບຫຼຸດຕົວເລກການຄາດຄະເນຄວາມຕ້ອງການນໍ້າມັນໃນປີນີ້ ແລະ ປີໜ້າ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ