9 ເດືອນ ເຂດເສດຖະກິດພິເສດ ນວ ດຶງດູດການລົງທຶນໃໝ່ໄດ້ 39 ບໍລິສັດ

0
700

9 ເດືອນ ປີ 2024 ເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ ທັງ 5 ເຂດ ສາມາດດຶງດູດການລົງທຶນໃໝ່ຈາກພາຍໃນ ແລະ ຕ່າງປະເທດ ໄດ້ 39 ບໍລິສັດ ມີທຶນທັງໝົດ 622,59 ລ້ານໂດລາສະຫະລັດ ແລະ ມີທຶນຈົດທະບຽນ 224,51 ລ້ານໂດລາສະຫະລັດ.

ໃນກອງປະຊຸມເຜີຍແຜ່ບັນດານິຕິກຳ ໃນການຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດມະຕິ 04/ກມສພ ມະຕິ 19/ກມສພ ມະຕິ 05/ລບ 2 ວາລະແຫ່ງຊາດ ແລະ ວຽກຈຸດສຸມເຄັ່ງຮ້ອນຕາມແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ ຄັ້ງທີ IX ຂອງຄະນະສະເພາະກິດ 116 ( ທີມງານທີ 3 ) ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນເມື່ອມໍ່ໆມານີ້ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ( ນວ ) ໂດຍການເປັນປະທານຮ່ວມຂອງ ທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ທ່ານ ສິລິລາດທົງສິນ ທອງເພັງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ມີຄະນະທີມງານສະເພາະກິດໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວເຂົ້າຮ່ວມ.


ທ່ານ ສິລິລາດທົງສິນ ທອງເພັງ ໄດ້ລາຍງານໂດຍສັງເຂບ ກ່ຽວກັບການຈັດຕັ້ງຜັນຂະຫຍາຍ ມະຕິ 04/ກມສພ ມະຕິ 19/ກມສພ ມະຕິ 05/ລບ 2 ວາລະແຫ່ງຊາດ ແລະ ວຽກຈຸດສຸມເຄັ່ງຮ້ອນ ຕາມແຜນພັດທະນາເສດຖະກິດ – ສັງຄົມ 5 ປີ ຄັ້ງທີ IX ຂອງນະຄອນຫຼວງວຽງຈັນ ວ່າ: ເພື່ອເປັນການສົ່ງເສີມ ແລະ ດຶງດູດການລົງທຶນພາກເອກະຊົນພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາລົງທຶນຢູ່ນະຄອນຫຼວງວຽງຈັນ ນັບແຕ່ປີ 2021 ເປັນຕົ້ນມາ ອົງການປົກຄອງນະຄອນຫຼວງວຽງຈັນ ໄດ້ຄົ້ນຄວ້າສ້າງບັນຊີໂຄງການຮຽກການລົງທຶນຢູ່ນະຄອນຫຼວງວຽງຈັນ ( ປີ 2021 – 2025 ) ລວມມີ 38 ໂຄງການ ຄາດຄະເນມູນຄ່າການລົງທຶນທັງໝົດ 10.678,98 ຕື້ກີບ; ໃນນີ້ ຂະແໜງກະສິກຳ ແລະ ປ່າໄມ້ ມີ 14 ໂຄງການ ຄາດຄະເນມູນຄ່າການລົງທຶນ 3.036 ຕື້ກີບ, ຂະແໜງອຸດສາຫະກຳ ແລະ ການຄ້າ ມີ 6 ໂຄງການ ຄາດຄະເນມູນຄ່າການລົງທຶນ 1.191 ຕື້ກີບ, ຂະແໜງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມີ 12 ໂຄງການ ຄາດຄະເນມູນຄ່າການລົງທຶນ 14,98 ຕື້ກີບ, ຂະແໜງໂຍທາທິການ ແລະ ຂົນສົ່ງ ມີ 6 ໂຄງການ ຄາດຄະເນມູນຄ່າການລົງທຶນ 6.437 ຕື້ກີບ.

ມາຮອດປັດຈຸບັນ ບັນດາໂຄງການໃນບັນຊີຮຽກການລົງທຶນໃຫ້ຄວາມສົນໃຈມາລົງທຶນ ຈໍານວນ 12 ໂຄງການ; ໃນນັ້ນ ໄດ້ຮັບອະນຸຍາດການລົງທຶນອະນຸຍາດສໍາປະທານ ແລະ ກຳລັງຈັດຕັ້ງປະຕິບັດໂຄງການ 7 ໂຄງການ ກໍາລັງສຶກສາຄວາມເປັນໄປໄດ້ໃນການລົງທຶນ 4 ໂຄງການ ສະເໜີຂໍສຶກສາຄວາມເປັນໄປໄດ້ໃນການລົງທຶນ 1 ໂຄງການ.
ສຳລັບເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ ປະກອບມີ 5 ເຂດ ຄື: ເຂດພັດທະນາກວມລວມໄຊເຊດຖາ, ເຂດເສດຖະກິດພິເສດບຶງທາດຫຼວງ, ເຂດເສດຖະກິດພິເສດລອງແທງ – ວຽງຈັນ, ເຂດເສດຖະກິດພິເສດດົງໂພສີ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ໄລຍະຜ່ານມາການຈັດຕັ້ງປະຕິບັດສັນຍາໂຄງການ ເຫັນວ່າມີການພັດທະນາຢ່າງຕໍ່ເນື່ອງ ໂດຍສະເພາະການພັດທະນາພື້ນຖານໂຄງລ່າງ ເພື່ອຮອງຮັບແກ່ການລົງທຶນ ຕຶກອາຄານທີ່ຢູ່ອາໄສ ໂຮງງານ ແລະ ອື່ນໆ ບັນດາເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ ແມ່ນໄດ້ດໍາເນີນການພັດທະນາຕາມແຜນແມ່ບົດຂອງຕົນ ໂດຍມີການຕິດຕາມກວດກາປະເມີນຜົນຈາກຂະແໜງການຕ່າງໆທີ່ກ່ຽວຂ້ອງເປັນປົກກະຕິ ໂດຍສະເພາະແມ່ນໄດ້ມີການປະເມີນທຸກໆປີຕາມສັນຍາສໍາປະທານ.

ໃນໄລຍະ 9 ເດືອນຜ່ານມາ ເຂດເສດຖະກິດພິເສດທັງ 5 ແຫ່ງ ສາມາດດຶງດູດການລົງທຶນໃໝ່ຈາກພາຍໃນ ແລະ ຕ່າງປະເທດ ໄດ້ 39 ບໍລິສັດ ( ຕ່າງປະເທດ 24 ບໍລິສັດ, ພາຍໃນ 7 ບໍລິສັດ ແລະ ພາຍໃນບວກຕ່າງປະເທດ 8 ບໍລິສັດ ); ໃນນັ້ນ ລົງທຶນໃນຂະແໜງອຸດສາຫະກຳ 11 ບໍລິສັດ, ການຄ້າ 17 ບໍລິສັດ ແລະ ບໍລິການ 11 ບໍລິສັດ ( ທຽບໃສ່ແຜນການປີ 35 ບໍລິສັດ ລື່ນແຜນການ 4 ບໍລິສັດ ) ມີທຶນທັງໝົດ 622,59 ລ້ານໂດລາສະຫະລັດ ແລະ ມີທຶນຈົດທະບຽນ 224,51 ລ້ານໂດລາສະຫະລັດ ມີມູນຄ່າການລົງທຶນຕົວຈິງ 40,32 ລ້ານໂດລາສະຫະລັດ.

LEAVE A REPLY

Please enter your comment!
Please enter your name here