ປັດຈຸບັນມີ ຄູຝຶກ 411 ຄົນ ທີ່ສໍາເລັດຫຼັກສູດການຝຶກອົບຄູຝຶກບານເຕະຂອງ AFC ທີ່ ສປປ ລາວ

17 Oct 2024

ຄລິກແຊຣ໌ 0 Facebook WhatsApp

ມາຮອດປັດຈຸບັນມີຄູຝຶກບານເຕະ ມີຄູຝຶກຈໍານວນ 411 ຄົນທີ່ສາມາດຈົບຫຼັກສູດການຝຶກອົບຮົມຄູຝຶ ກບານເຕະຂອງ ສະຫະພັນບານເຕະອາຊີ ( AFC ) ທີ່ສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ຈັດຂຶ້ນໃນ ສປປ ລາວ ໃນນັ້ນເປັນຊາວລາວ

ທ່ານ ວົງມີໄຊ ສຸບົວຄໍາ ຜູ້ສອນຄູຝຶກລະດັບ C ລາຍເຊັນ ຫຼື AFC ‘C’ DIPLOMA INTSTUCTOR ຄົນລາວຄົນທໍາອິດ ທີ່ໄດ້ຮັບຮອງຈາກ ສະຫະພັນບານເຕະອາຊີ ( AFC ) ໃຫ້ສໍາພາດກັບທີມ ຂ່າວເສດຖະກິດ-ການຄ້າ ພວກເຮົາວ່າ: ປັດຈຸບັນ ສປປ ລາວ ກໍຄື ສະຫະພັນບານເຕະແຫ່ງຊາດລາວ ໄດ້ຖືກຮັບຮອງຈາກ ສະຫະພັນບານເຕະອາຊີ ( AFC ) ໃນຫຼັກສູດການຝຶກອົບຮົມຄູບານເຕະບານເຕະ ລະດັບ D ຈົນເຖິງລະດັບ A ແລະ ແນ່ນອນເປົ້າໝາຍຕໍ່ໄປຂອງພວກເຮົາຄືການພັດທະນາໃຫ້ມີຫຼັກສູງລະດັບ ໂປຣ ລາຍເຊັນໃນອະນາຄົດ ເພື່ອຮອງຮັບໃນການເປັນຄູຝຶກລະດັບອາຊີບ ສາມາດຄຸມທີມຊາດຊຸດໃຫຍ່ ແລະ ສະໂມສອນໃຫຍ່ໆໄດ້.

ມາຮອດປັດຈຸບັນ ມີຄູຝຶກຈໍານວນ 411 ທ່ານ ( ເປັນຄົນລາວ 335 ທ່ານ ) ທີ່ສາມາດເສັງຈົບຫຼັກສູດຄູຝຶກບານເຕະຂອງ AFC ທີ່ ສະຫະພັນບານເຕະແຫ່ງຊາດລາວ ຈັດຂຶ້ນໃນນັ້ນແບ່ງເປັນຄື:
-ຄູຝຶກ ເອ ລາຍເຊັນ ຫຼື AFC A license ມີທັງໝົດ 31 ທ່ານ ( ເປັນຊາວລາວ 21 ທ່ານ )
-ຄູຝຶກ ບີ ລາຍເຊັນ ຫຼື AFC B license ມີ 79 ທ່ານ ( ເປັນຊາວລາວ 64 ທ່ານ )
-ຄູຝຶກ ຊີ ລາຍເຊັນ AFC C license ມີ 301 ທ່ານ ( ເປັນຊາວລາວ 250 ທ່ານ )
ຂ່າວ: Larh Creators

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ