ການຮັກສາພະນັກງານເກັ່ງໃນເງື່ອນໄຂໃໝ່

14 Oct 2024

ຄລິກແຊຣ໌ 0 Facebook WhatsApp

ໃນປັດຈຸບັນ ການບໍລິຫານຊັບພະຍາກອນມະນຸດ ເປັນປັດໄຈທີ່ຜູ້ບໍລິຫານໃຫ້ຄວາມສໍາຄັນຫຼາຍຂຶ້ນ. ເນື່ອງຈາກວ່າ ຊັບພະຍາກອນມະນຸດເປັນປັດໄຈທີ່ສົ່ງຜົນກະທົບຕໍ່ຜົນສຳເລັດ ຫຼື ການຂະຫຍາຍຕົວຂອງອົງກອນ, ເຊິ່ງຜູ້ບໍລິຫານລະດັບສູງໃນຫຼາຍອົງກອນ ໄດ້ຕິດຕາມຊຸກຍູ້ວຽກງານຄຸ້ມຄອງບຸກຄະລາກອນຢ່າງໃກ້ຊິດ, ມີຫລາຍອົງກອນ ໃຫ້ຄວາມສໍາຄັນ ກ່ຽວກັບພະນັກງານພາຍໃນອົງກອນ ແລະ ໄດ້ຮັບການຍອມຮັບໂດຍທົ່ວໄປໃນກຸ່ມຂອງນັກຄົ້ນຄວ້າວິໄຈວ່າ: ການສ້າງຄວາມໄດ້ປຽບໃນການແຂ່ງຂັນຂອງອົງກອນ ແມ່ນມາຈາກຄວາມສາມາດພາຍໃນອົງກອນ ແລະຍາກພໍສົມຄວນທີ່ຈະລອກກ່າຍ (Copy) ເນື່ອງຈາກຊັບພະຍາກອນມະນຸດ ເປັນຊັບພະຍາກອນທີ່ສ້າງຄວາມຮູ້ຂອງອົງກອນ ແລະ ເປັນເຄື່ອງມືເພື່ອສ້າງຄວາມໄດ້ປຽບໃນການແຂ່ງຂັນໃນການດໍາເນີນທຸລະກິດ. ການທີ່ອົງກອນຈະຮັກສາຊັບພະຍາກອນມະນຸດໃຫ້ຢູ່ກັບອົງກອນ ແລະ ຍຶດໝັ້ນໜັກແໜ້ນໃນການປະຕິບັດໜ້າທີ່ຢ່າງເຕັມສ່ວນນັ້ນ ຖືເປັນເລື່ອງທີ່ຄວນໃຫ້ຄວາມສຳຄັນ ເນື່ອງຈາກການລາອອກວຽກ ໄດ້ສົ່ງຜົນກະທົບຕໍ່ອົງກອນໃນຫຼາຍດ້ານເຊັ່ນ: ເກີດຄ່າໃຊ້ຈ່າຍ ຫຼື ເສຍເວລາໃນການຊອກຫາພະນັກງານສືບທອດປ່ຽນແທນ, ຄ່າໃຊ້ຈ່າຍໃນການຝຶກອົບຮົມ ແລະ ພັດທະນາບຸກຄະລາກອນ, ເກີດມີການເສຍກຳລັງໃຈ-ສົງໄສໃນອົງກອນ ແລະ ເກີດພາບພົດທີ່ບໍ່ດີຕໍ່ອົງກອນ ເປັນຕົ້ນ.

ຈາກຜົນການວິໄຈເຫັນວ່າ ການຝຶກອົບຮົມ ແລະ ການພັດທະນາບຸກຄະລາກອນ ໂດຍເນັ້ນໃສ່ການພັດທະນາສາຍອາຊີບ (Career Development) ເປັນປັດໄຈສໍາຄັນຕໍ່ການຕັດສິນໃຈຂອງພະນັກງານທີ່ຈະຈະເລີນກ້າວໜ້າໃນອົງກອນ ຫຼື ຕັດສິນໃຈລາອອກຈາກອົງກອນ ເພື່ອສະແຫວງຫາໂອກາດທີ່ດີ ກວ່າຢູ່ພາຍນອກອົງກອນ, ຈາກຜົນການສໍາຫລວດ ຄວາມຜູກພັນຂອງພະນັກງານຕໍ່ກັບອົງກອນເຫັນວ່າ: ປັດໄຈດ້ານໂອກາດໃນການຈະເລີນກ້າວໜ້າໃນສາຍອາຊີບ ເປັນປັດໄຈທີ່ເຮັດໃຫ້ເກີດຄວາມຜູກພັນຂອງພະນັກງານຕໍ່ອົງກອນຫຼາຍທີ່ສຸດ (ແນວໂນ້ມໃນ Global Employee Engagement, 2012 AON Hewitt). ດັ່ງນັ້ນ, ຖ້າອົງກອນສາມາດກຳນົດໃຫ້ບຸກຄະລາກອນຮັບຮູ້ເຖິງອະນາຄົດຂອງການເຮັດວຽກ ແລະ ອາຊີບຂອງພະນັກງານໄດ້ນັ້ນ ອົງກອນຈະໄດ້ຮັບການຮ່ວມມືຈາກຜູ້ທີ່ມີຄວາມຮູ້, ປະສົບການ, ພອນສະຫວັນໃນການພັດທະນາວຽກງານ ແລະ ອົງກອນ ແລະ ຍັງເປັນການເພີ່ມປະສິດທິພາບການເຮັດວຽກເຊັ່ນດຽວກັນ (Danai Thianput, 1997, cited in Warittha Worarat, 2006, p. 25).

ເຖິງແນວໃດກໍ່ຕາມ, ບຸກຄົນແມ່ນມີຄວາມຕ້ອງການເຕີບໃຫ່ຍຂະຫຍາຍຕົວໃນສາຍອາຊີບທີ່ແຕກຕ່າງກັນ. ຖ້າອົງກອນສາມາດເຂົ້າໃຈວ່າ: ພະນັກງານມີການວາງແຜນກ່ຽວກັບວຽກງານໃນອະນາຄົດຂອງພວກເຂົາ ກໍຈະສາມາດວາງແຜນດ້ານບຸກຄະລາກອນໄດ້ດີ, ເໝາະສົມ ແລະ ທັນສະພາບ ສາມາດຮັກສາບຸກຄະລາກອນໄວ້ໄດ້. ໃນນັ້ນ ຄວາມເຊື່ອໃນເລື່ອງຂອງການບໍລິຫານຊັບພະຍາກອນມະນຸດ ໄດ້ພັດທະນາຈາກແນວຄວາມຄິດທີ່ວ່າ: “ຄົນ” ຄືຊັບສິນທີ່ສໍາຄັນທີ່ສຸດຂອງອົງກອນ ແລະ ໄດ້ປ່ຽນຄວາມເຊື່ອທີ່ວ່າ: ຄົນ ແມ່ນຜູ້ທີ່ຈະເຮັດໃຫ້ຜົນການດໍາເນີນວຽກງານດີຂຶ້ນ ແຕ່ຕົວຈິງແລ້ວ ບໍ່ແມ່ນພຽງແຕ່ຄົນເທົ່ານັ້ນ ແຕ່ຕ້ອງເປັນຄົນທີ່ເກັ່ງກວ່າ (Handfield – Jones, Michaels and Axelrod, 2001). ສະນັ້ນ ອົງກອນຕ່າງໆ ຈຶ່ງຕັ້ງເປົ້າໝາຍຮັກສາພະນັກງານເກັ່ງ ທີ່ມີພອນສະຫວັນໄວ້ ເພື່ອຮັກສາ ພັດທະນາ ແລະ ເພີ່ມຄວາມອາດສາມາດໃຫ້ກັບອົງກອນ. ນອກນັ້ນ, ເພື່ອກໍານົດຄຸນລັກສະນະຂອງຄົນເກັ່ງ, ນັກຄົ້ນຄວ້າວິໄຈ ໄດ້ສຶກສາຄວາມໝາຍຂອງຄົນເກັ່ງ ຜ່ານຄໍານິຍາມ-ຄວາມໝາຍຂອງນັກວິຊາການ ມີລາຍລະອຽດດັ່ງນີ້:

■Howard Garder ໄດ້ເວົ້າວ່າ ຄົນເກັ່ງຄືບຸກຄົນທີ່ມີ ຄວາມສາມາດຫຼາຍດ້ານ ແລະ ມັກຈະມີຮູບແບບການໃຊ້ຊີວິດທີ່ມີສີສັນມີຜົນງານພົ້ນເດັ່ນ, ພວກເຂົາມີຄວາມກະຕືລືລົ້ນ ແລະ ມີຈິດໃຈທີ່ເຂັ້ມແຂງ ເຖິງແມ່ນວ່າພວກເຂົາຈະຕ້ອງຜ່ານຜ່າອຸປະສັກຫຼາຍຢ່າງທີ່ຫຍຸ້ງຍາກກໍຕາມ ແຕ່ໃນທີ່ສຸດຄົນເຫຼົ່ານີ້ມັກຈະໄດ້ຮັບຜົນຕອບແທນໃນຄວາມຮູ້ຄວາມສາມາດທີ່ຄຸ້ມຄ່າເໝາະສົມ. ນອກນັ້ນ ພວກເຂົາຍັງມີຄວາມພໍໃຈທີ່ຈະໄດ້ຮັບຄວາມສົນໃຈຈາກຜູ້ອື່ນ ລວມທັງພໍໃຈໃນການສ້າງ ຫຼື ປະດິດສ້າງນະວັດຕະກໍາໃໝ່ໆໃນສັງຄົມ, ເຊິ່ງສອດຄ່ອງກັບ David Sears (ອ້າງອີງຈາກ Supaporn Songsujaritkul et al., 2008, P. 10) ໄດ້ເວົ້າວ່າ: ຄົນເກັ່ງຄືບຸກຄົນທີ່ມີຈິດສໍານຶກ, ສະຕິ ທີ່ປາຖະໜາຕາມທີ່ຕ້ອງການຈະປະສົບຜົນສໍາເລັດໃນໜ້າທີ່ວຽກງານ, ພວກເຂົາຕ້ອງການສ້າງຜົນງານ ເພື່ອໃຫ້ຕົນເອງມີທັກສະ ແລະ ຄວາມຮູ້ຄວາມສາມາດໃນການເຮັດວຽກທີ່ໄດ້ຮັບການມອບໝາຍ;  Subir Chowdhury ຍັງໄດ້ໃຫ້ຄວາມໝາຍຂອງຄົນເກັ່ງວ່າ: ຄົນເກັ່ງເປັນຜູ້ສ້າງສັນ (Creator), ເປັນຜູ້ທີ່ກ້າຄິດແຕກຕ່າງ (a rule breaker), ມີແນວຄິດລິເລີ່ມໃນການປ່ຽນແປງ           (achange initiator) ແລະ ເປັນຜູ້ມີຄວາມຮູ້ທີ່ສ້າງສັນ            (acknowledge generator).

■Lance A. Berger & Associates (2004) ໄດ້ໃຫ້ທັດສະນະວ່າ: Super keepers (Talented People) ຈະເປັນພະນັກງານທີ່ມີຜົນງານດີເລີດ (ປະສິດທິພາບສູງ) ແລະ ເປັນຄົນທີ່ມີທ່າແຮງສູງ ແລະ ມີຜົນງານພົ້ນເດັ່ນ ເກີນຄວາມຄາດຫວັງ ຫຼື ມາດຕະຖານທີ່ກໍານົດໄວ້. ນອກຈາກນີ້ ບຸກຄົນທີ່ເປັນ Super keepers ເປັນຄົນທີ່ສາມາດກະຕຸ້ນຈູງໃຈໃຫ້ຄົນອື່ນສະແດງຜົນງານໄດ້ດີເຊັ່ນດຽວກັນ, ມີຄວາມສາມາດຕາມທີ່ອົງກອນຕ້ອງການ ແລະ ເປັນແບບຢ່າງທີ່ດີ ຫຼື ຕົວຢ່າງຂອງຜູ້ທີ່ປະສົບຜົນສຳເລັດໃນໜ້າທີ່ວຽກງານ. ຄົນທີ່ມີບຸກຄະລິກລັກສະນະປະເພດນີ້ ຈະເປັນບຸກຄະລາກອນທີ່ອົງກອນຄວນຮັກສາ ແລະ ດຶງເອົາຄວາມຮູ້ ຄວາມສາມາດ ແລະ ຄວາມອາດສາມາດ (ທ່າແຮງບົ່ມຊ້ອນ) ທີ່ມີຢູ່ມາໃຊ້ໃຫ້ເກີດປະໂຫຍດຢ່າງເຕັມສ່ວນ. ໂດຍປົກກະຕິ ອົງກອນຄວນສ້າງກຸ່ມຄົນທີ່ເອີ້ນວ່າ Super keepers ປະມານ 3-5% ຂອງຈຳນວນກໍາລັງແຮງງານ, ເຊິ່ງນອກຈາກສາມາດເຮັດວຽກບັນລຸເປົ້າໝາຍທີ່ວາງໄວ້; ສ້າງແຮງບັນດານໃຈໃຫ້ຜູ້ອື່ນປະຕິບັດວຽກງານບັນລຸເປົ້າໝາຍແລ້ວ ຄົນເກັ່ງເຫລົ່ານີ້ຍັງເປັນບຸກຄະລາກອນທີ່ມີຄວາມອາດສາມາດ ແລະ ມີຄ່ານິຍົມຕາມທີ່ອົງກອນຕ້ອງການ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ