ບໍລິສັດຍີ່ປຸ່ນລົ້ມລະລາຍຫຼາຍສຸດໃນຮອບທົດສະວັດ ພິດເງິນເຟີ້ກະທົບໜັກ

0
308

ຍີ່ປຸ່ນຜະເຊີນກັບວິກິດເສດຖະກິດໜັກໜ່ວງ ເຮັດໃຫ້ມີຈຳນວນບໍລິສັດລົ້ມລະລາຍສູງສຸດໃນຮອບ11 ປີ ໂດຍສະເພາະພາກການຜະລິດ ແລະ ບໍລິການ ທີ່ໄດ້ຮັບຜົນກະທົບຈາກຕົ້ນທຶນທີ່ເພີ່ມສູງຂຶ້ນ, ບັນຫາເງິນເຟີ້ ແລະ ການຂາດແຮງງານ.

อาจเป็นรูปภาพของ 10 คน, ถนน, แผงขายหนังสือพิมพ์ และ ข้อความ

ສຳນັກຂ່າວບລູມເບີກລາຍງານວ່າ: ຍີ່ປຸ່ນ ຜະເຊີນຈຳນວນບໍລິສັດລົ້ມລະລາຍຫຼາຍສຸດ ຕັ້ງແຕ່ປີ2013, ຕາມການລາຍງານຂອງ Teikoku Databank ບໍລິສັດວິໄຈຊັ້ນນຳຂອງຍີ່ປຸ່ນໃຫ້ຮູ້ວ່າ:ໃນໄລຍະ6ເດືອນຂອງປີນີ້ ມີປະມານ4.990ບໍລິສັດທີ່ລົ້ມລະລາຍ ເພີ່ມຂຶ້ນ18,6%ຈາກປີຜ່ານມາ ໂດຍຈຳນວນບໍລິສັດທີ່ລົ້ມລະລາຍໃນຍີ່ປຸ່ນມີທ່າອ່ຽງເພີ່ມຂຶ້ນຢ່າງຕໍ່ເນື່ອງນັບຕັ້ງແຕ່ເຄິ່ງປີຫຼັງຂອງປີງົບປະມານ 2021.

ການເພີ່ມຂຶ້ນຂອງຈຳນວນບໍລິສັດທີ່ລົ້ມລະລາຍ ສ່ວນໜຶ່ງສະທ້ອນເຖິງຜົນກະທົບຂອງລາຄາທີ່ສູງຂຶ້ນ ໂດຍສະເພາະສຳລັບບໍລິສັດທີ່ມີຂະໜາດນ້ອຍ ຈຳນວນ472ແຫ່ງ ຈາກທັງໝົດ4.990ແຫ່ງ ທີ່ລະບຸວ່າເງິນເຟິ້ເປັນສາເຫດຫຼັກທີ່ເຮັດໃຫ້ລົ້ມລະລາຍ ເຊິ່ງເປັນສະຖິຕິຫຼາຍສຸດ.

ລາຍງານລະບຸວ່າພາກການກໍ່ສ້າງ, ການຜະລິດ  ແລະ ການຄ້າຍ່ອຍ ເປັນໜຶ່ງໃນພາກທຸລະກິດທີ່ມີຈຳນວນບໍລິສັດລົ້ມລະລາຍ ເນື່ອງຈາກຕົ້ນທຶນທີ່ສູງຂຶ້ນ.

ນອກຈາກລາຄາທີ່ສູງຂຶ້ນແລ້ວຍັງມີ163ບໍລິສັດ ລະບຸວ່າ ການຂາດແຄນແຮງງານ ເປັນສາເຫດຂອງບັນຫາ ໂດຍອັດຕາວ່າງງານຂອງຍີ່ປຸ່ນຍັງຕໍ່າກວ່າ3% ມາເປັນເວລາດົນກວ່າ3ປີ ເຊິ່ງເປັນລະດັບຕໍ່າສຸດໃນບັນດາປະເທດພັດທະນາແລ້ວ.

LEAVE A REPLY

Please enter your comment!
Please enter your name here