​ເປີດ​ໂຮງໝໍ​ມະ​ໂຫສົດ ນາຍົກລັດຖະມົນຕີ ລາວ-ຈີນເຂົ້າຮ່ວມ

13 Oct 2024

ຄລິກແຊຣ໌ 0 Facebook WhatsApp

ວັນ​ທີ 12 ຕຸລາ​ 2024 ທ່ານ​ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ສປປ ລາວ  ແລະ ທ່ານ ​ຫຼີ​ສຽງ ນາຍົກລັດຖະມົນຕີ ສປ ຈີນ​ ໄດ້​ຮ່ວມ​ກັນ​ເຂົ້າ​ຮ່ວມ​ພິທີ​ເປີດ​ໂຮງໝໍ​ມະໂຫສົດ​ ທີ່​ລັດຖະບານ​ຈີນ​ໃຫ້ການຊ່ວຍ​ເຫຼືອ ທີ່ນະຄອນຫຼວງວຽງຈັນ. ໂຄງການປັບປຸງ ຍົກລະດັບໂຮງໝໍມະໂຫສົດ ໄດ້ມີພິທີວາງສີລາລືກກໍ່ສ້າງໃນເດືອນພະຈີກປີ 2017.

 

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ສປປລາວ ກ່າວວ່າ: ຂ້າພະເຈົ້າຕ່າງໜ້າ ພັກ-ລັດຖະບານ ແລະ ປະຊາຊົນລາວ ຂໍສະແດງຄວາມຂອບໃຈ ມາຍັງພັກ-ລັດຖະບານ ປະຊາຊົນຈີນ  ໃຫ້ການຊ່ວຍເຫຼືອລໍ້າຄ່າໃນການປັບປຸງ ຍົກລະດະດັບ ໂຮງໝໍມະໂຫສົດ ເຊິ່ງໂຮງໝໍມະໂຫສົດເປັນໂຮງໝໍທີ່ມີປະຫວັດສາດອັນຍາວນານ  ແລະ ເກົ່າແກ່ທີ່ສຸດແຫ່ງໜຶ່ງຂອງລາວ ເປັນສະຖານທີ່ທີ່ສໍາຄັນ ໃນການ ຮັກສາ ປິ່ນປົວຄົນເຈັບ ຂອງລາວ ແລະ ຄົນຕ່າງປະເທດ. ພາຍໃຕ້ນະໂຍບາຍຊ່ວຍເຫຼືອລ້າຂອງພັກ – ລັດຖະບານ ສປ ຈີນ ເຊິ່ງໄດ້ກໍານົດເອົາໂຄງການປັບປຸງກໍ່ສ້າງໂຮງໝໍມະໂຫສົດ ໄດ້ວາງສິລາລຶກ ໃນເດືອນພະຈິກ 2017 ໂດຍການເຂົ້າຮ່ວມຂອງສະຫາຍ ສີຈິ້ນຜິງ ເລຂາທີການໃຫຍ່ ປະທານປະເທດ ສປ ຈີນ  ແລະ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ປະທານປະເທດ ສປປລາວ ໃນເວລານັ້ນ ໂຄງການດັ່ງກ່າວເປັນໂຄງການທີ່ມີມູນຄ່າຊ່ວຍເຫຼືອລ້າທີ່ສູງທີ່ສຸດ ຂະໜາດໃຫຍ່ທີ່ສຸດ ທັນສະໄໝທີ່ສຸດ ທີ່ ສປປລາວ.

 

ຂ້າພະເຈົ້າເຊື່ອວ່າ ພາຍຫຼັງໂຄງການສໍາເລັດ ຈະກາຍເປັນສະຖານທີ່ ການປິນປົວ ຮັກສາຄົນເຈັບທີ່ທັນສະໄໝທີ່ສຸດ ລະບົບວິທະຍາການປິນປົວ ທີ່ຄົບຊຸດທີ່ສຸດ  ແລະ ມີປະສິດທິຜົນທີ່ສູງທີ່ສຸດ ໃນການຮັບໃຊ້ມະຫາຊົນພາຍໃຕ້ ສັນຍາລັກ ແຫ່ງມິດຕະພາບ ແລະ ການຮ່ວມມື ຂອງສອງຊາດລາວ – ຈີນນໍາອີກດ້ວຍ

 

ຂ້າພະເຈົ້າຂໍສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງພັກ – ລັດຖະບານ ປະຊາຊົນຈີນ ທີ່ໄດ້ມອບຂອງຂວັນອັນລໍ້າຄ່ານີ້ ໃຫ້ແກ່ປະຊາຊົນລາວ ຂໍສະແດງຄວາມຊົມເຊີຍມາຍັງທຸກພາກສ່ວນ ທັງສອງຝ່າຍລາວ-ຈີນ ທີ່ໄດ້ຕັ້ງໜ້າ ເຂົ້າຮ່ວມໃນການຈັດຕັ້ງປະຕິບັດໂຄງການໃຫ້ຈົນມີຜົນສໍາເລັດ.

ທ່ານ ຫຼີສຽງ ໄດ້ສະແດງຄວາມຊົມເຊີຍຢ່າງອົບອຸ່ນຕໍ່ຜົນສຳເລັດຂອງການກໍ່ສ້າງອາຄານໂຮງໝໍມະໂຫສົດວ່າ: ໃນໄລຍະການກໍ່ສ້າງໂຄງການໂຮງໝໍມະໂຫສົດ, ຜູ້ກໍ່ສ້າງຈາກສອງປະເທດໄດ້ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ, ສຳເລັດວຽກງານຕ່າງໆດ້ວຍຄຸນນະພາບ.

ໂຮງໝໍມະໂຫສົດ ໄດ້ກາຍເປັນໂຮງໝໍສັງລວມທີ່ໃຫຍ່ທີ່ສຸດ, ຄົບຊຸດ, ທັນສະໄໝທີ່ສຸດ ແລະ ມີອຸປະກອນການຮຽນ-ການສອນທາງການແພດທີ່ທັນສະໄໝທີ່ສຸດໃນລາວ ເຊິ່ງມີບົດບາດສຳຄັນໃນການປັບປຸງສະພາບທາງການແພດໃນທ້ອງຖິ່ນ ແລະຍົກລະດັບທາງດ້ານເຕັກນິກຂອງພະນັກງານແພດ, ຈະໄດ້ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນລາວຢ່າງແທ້ຈິງ, ​ຍັງຈະ​ເປັນ​ສັກຂີ​ພິຍານ​ຕໍ່​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ລະຫວ່າງ​ຈີນ​ກັບ​ລາວ​ຕະຫຼອດ​ໄປ.

ທ່ານ​ ຫຼີ​ສຽງ​ ຊີ້​ອອກ​ວ່າ, ​ໂຮງໝໍ​ມະ​ໂຫສົດ​ຍັງ​ແມ່ນ​ໝາກຜົນ​ສຳຄັນ​ຂອງ​ການ​ຮ່ວມ​ມື​ດ້ານ​ຄຸນ​ນະພາ​ບສູງ​ຈີນ-ລາວ​ໃນ​ການ​ກໍ່ສ້າງ”ໜຶ່ງ​ແລວ​​ໜຶ່ງ​ເສັ້ນທາງ”. ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ພາຍ​ໃຕ້​ການ​ຊີ້​ນຳ​ຍຸດ​ທະ​ສາດ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ປະທານປະເທດສີ​ຈິ້ນ​ຜິ​ງ ​ແລະທ່ານ​ເລຂາທິການໃຫຍ່ ປະທານປະເທດ ທອງ​ລຸນ ສີ​ສຸ​ລິດ, ສອງ​ປະ​ເທດ​ໄດ້​ເສີມ​ຂະຫຍາຍ​ຍຸດ​ທະ​ສາດ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ ​ໃນ​ຂອບ​ເຂດ​ການ​ກໍ່ສ້າງຄູ່ຮ່ວມຊາຕາກຳຈີນ-ລາວ​ທີ່​ມີ​ມາດຕະຖານ​ສູງ, ມີ​ຄຸນ​ນະພາ​ບສູງ ​ແລະລະດັບ​ສູງ. ​ໂດຍ​ມີ​ອະນາຄົດ​ຮ່ວມ​ກັນ, ພວກ​ເຮົາ​ຈະ​ສືບ​ຕໍ່​ລົງ​ເລິກ​ການ​ຮ່ວມ​ມື​ຕົວ​ຈິງ ​ແລະພະຍາຍາມ​ກໍ່ສ້າງ​ໂຄງ​ລ່າງ​ພື້ນຖານ​ທີ່​ສຳຄັນ​ຈຳນວນ​ໜຶ່ງ ​ເພື່ອ​ຍູ້​ແຮງ​ການ​ກໍ່ສ້າງ​ເສດຖະກິດ ​ແລະປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ສອງ​ປະ​ເທດ. ໂດຍ​ປະ​ເຊີນ​ໜ້າ​ກັບ​ສະຖານະ​ການ​ສາກົນ​ທີ່​ວຸ້ນວາຍ​ໃນ​ປະຈຸ​ບັນ, ຈີນ​ຍິນ​ດີ​ຮ່ວມ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ລາວ, ຊຸກຍູ້​ການ​ຮ່ວມ​ມື​ຈີນ-ລາວ​ໃຫ້​ກ້າວ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່​ ແລະ​ບັນລຸ​ໄດ້​ໝາກຜົນ​ໃໝ່.

 

ໃນພິທີຍັງມີ ຜູ້ຕາງໜ້າ​ຈາກ​ລັດຖະບານ​ສອງຊາດລາວ-ຈີນ, ບໍລິສັດ​ກໍ່ສ້າງ ​ແລະ ​ພະນັກງານ​ແພດ​ຈາກ​ໂຮງໝໍມະ​ໂຫສົດ​ເກືອບ 200 ຄົນ​ໄດ້​ເຂົ້າ​ຮ່ວມ​ພິທີ​ດັ່ງກ່າວ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ