ກອງປະຊຸມຄົບຄະນະ 10 ກຳມະການ ກຽມຄວາມພ້ອມຈັດງານກີລານັກຮຽນມັດທະຍົມ ທົ່ວປະເທດ ຄັ້ງທີ VII ມີຫຼາຍປະເດັນໜ້າສົນໃຈ

0
440

ກອງປະຊຸມຄົບຄະນະ 10 ກຳມະການ ເພື່ອກະກຽມຄວາມພ້ອມໃຫ້ແກ່ງານກີລານັກຮຽນມັດທະຍົມ ທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນ ຮັບກຽດເປັນເຈົ້າພາບ ເປີດສາກຂຶ້ນໃນຕອນເຊົ້າວັນທີ 9 ຕຸລາ 2024 ທີ່ສະໂມສອນຫ້ອງວ່າການແຂວງສາລະວັນ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ, ຮອງປະທານຈັດງານແຂ່ງຂັນກີລານັກຮຽນມັດທະຍົມ ທົ່ວປະເທດ ຄັ້ງທີ VII ແລະ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ, ຮອງປະທານຈັດງານແຂ່ງຂັນງານກີລານັກຮຽນມັດທະຍົມ ທົ່ວປະເທດ ຄັ້ງທີ VII, ມີທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກີລາມວນຊົນ, ພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກີລາ ທັງເປັນຫົວໜ້າກອງເລຂາຈັດງານດັ່ງກ່າວ ພ້ອມດ້ວຍບັນດາຫົວໜ້າ-ຮອງຫົວໜ້າ 10 ກໍາມະການ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມ ຄະນະຮັບຜິດຊອບ 10 ກຳມະການ ກໍຄື ກຳມະການກອງເລຂາ, ກຳມະການເຕັກນິກ-ຈັດການແຂ່ງຂັນ, ກຳມະການພິທີເປີດ-ປິດ, ກຳມະການງົບປະມານ, ການເງິນ ແລະ ລະດົມທຶນ, ກຳມະການກໍ່ສ້າງ ແລະ ສ້ອມແປງພື້ນຖານໂຄງລ່າງ, ກຳມະການທີ່ພັກ, ອາຫານ, ຂົນສົ່ງ ແລະ ປະດັບປະດາ, ກຳມະການພິທີການຕ້ອນຮັບ ແລະ ຍ້ອງຍໍ, ກຳມະການໂຄສະນາປະຊາສຳພັນ, ກຳມະການແພດ ແລະ ປະຖົມພະຍາຍາມ, ກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ພັດປ່ຽນກັນຂຶ້ນລາຍງານຄວາມຄືບໜ້າ ບັນດາວຽກທີ່ຕົນຮັບຜິດຊອບ ພ້ອມທັງຂໍ້ສະເໜີ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຂອງແຕ່ລະກຳມະການສຳເລັດຕາມຄາດໝາຍທີ່ວາງໄວ້.

ໂອກາດນີ້, ທ່ານ ກິ່ງມະໂນ ພົມມະຫາໄຊ ໃນນາມປະທານຮ່ວມກອງປະຊຸມ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ຊຶ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ທຸກພາກສ່ວນໄດ້ມີການປະສານງານ, ລົງຕິດຕາມຊຸກຍູ້ວຽກງານໃນແຕ່ລະໄລຍະຢ່າງຕັ້ງໜ້າ ແລະ ມີຜົນງານທີ່ພົ້ນເດັ່ນໃນແຕ່ລະຂົງເຂດວຽກ ເຖິງແມ່ນວ່າຈະພົບຄວາມຫຍຸ້ງຍາກ ແລະ ມີສິ່ງທ້າທາຍໃນຫຼາຍໆດ້ານ ແຕ່ທຸກພາກສ່ວນໄດ້ມີຄວາມເອົາໃຈໃສ່ສູ້ຊົນ, ທຸ້ມເທເຫື່ອແຮງ, ສະຕິປັນຍາ ພ້ອມກັນອົດທົນຜ່ານຜ່າ ແລະ ນໍາພາຈັດຕັ້ງປະຕິບັດໜ້າທີ່ຂອງຕົນ ດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສໍາເລັດຕາມວັດຖຸປະສົງທີ່ວາງໄວ້. ແນວໃດກໍດີ, ຕໍ່ກັບຜົນສໍາເລັດທີ່ກ່າວມາຂ້າງເທິງນັ້ນ ພວກເຮົາຈຶ່ງໄດ້ສືບຕໍ່ຮັກສາມູນເຊື້ອ ແລະ ເພີ່ມທະວີສຸມໃສ່ຈັດຕັ້ງປະຕິບັດວຽກງານໃຫ້ສຳເລັດຜົນທັນກັບກຳນົດເວລາຈັດງານດັ່ງກ່າວ ສະນັ້ນ ຂໍຮຽກຮ້ອງມາຍັງ ຄະນະນໍາ ແລະ ພະນັກງານທຸກພາກສ່ວນ ທີ່ຮັບຜິດຊອບວຽກງານ ຈົ່ງພ້ອມກັນເອົາໃຈໃສ່ເພີ່ມທະວີຄວາມສາມັກຄີເປັນເອກະພາບ ພ້ອມກັນຈັດຕັ້ງປະຕິບັດໜ້າທີ່ວຽກງານດ້ວຍຄວາມເປັນເຈົ້າການ, ໃຫ້ມີຄຸນນະພາບ, ປະສິດທິພາບ ແລະ ປະສິດທິຜົນ ໂດຍສະເພາະການເປັນເສນາທິການໃຫ້ຄະນະນໍາແຂວງ ແລະ ຄະນະນໍາກະຊວງ ເອົາໃຈໃສ່ນໍາພາ-ຊີ້ນໍາວຽກຈຸດສຸມ.

ພ້ອມນັ້ນ ກໍໃຫ້ເອົາໃຈໃສ່ເພີ່ມທະວີປະສານສົມທົບໃຫ້ລະອຽດລະຫວ່າງຄະນະຮັບຜິດຊອບຂັ້ນແຂວງ ແລະ ກະຊວງ ກ່ຽວກັບຄວາມຄືບໜ້າໃນສ້າງສະໜາມເປີດ-ປິດ, ສະໜາມຈັດການແຂ່ງຂັນ, ສະຖານທີ່ພັກເຊົ່າຂອງຄະນະນຳ, ຄູຝຶກ ແລະ ນັກກີລາ ຕະຫຼອດຮອດຖະໜົນຫົນທາງໃຫ້ມີຄວາມສະດວກແກ່ແຂກທີ່ເຂົ້າຮ່ວມງານໃນເທື່ອນີ້ ແລະ ວຽກງານອື່ນໆ ທີ່ປະກອບສ່ວນເຂົ້າໃນການກະກຽມຈັດການແຂ່ງຂັນ; ໃຫ້ປະສານສົມທົບກັບສະຫະພັນແມ່ຍິງແຂວງ ຕິດຕາມຊຸກຍູ້ກຸ່ມຜະລິດເຄື່ອງທີ່ລະນຶກ (ແພຄ້ອງຄໍ ຄູຝຶກ ແລະ ນັກກີລາທີ່ໄດ້ຫຼຽນ) 3 ຕົວເມືອງ: ເມືອງຕຸ້ມລານ ບ້ານດິນດາກ, ບ້ານດອນບຸ່ງ; ເມືອງຕະໂອ້ຍ ບ້ານເທດສະບານ; ເມືອງເລົ່າງາມ ບ້ານຫ້ວຍຫູນ ໃຫ້ສໍາເລັດການຜະລິດ ໃນເດືອນຕຸລາ 2024.

LEAVE A REPLY

Please enter your comment!
Please enter your name here