ໃນວັນທີ 9 ຕຸລາ 2024 ທີ່ ຫໍປະຊຸມແຫ່ງຊາດ ໄດ້ຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 45 (ແບບວົງແຄບ) ຂຶ້ນ ພາຍໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ສປປ ລາວ ມີບັນດາຜູ້ນຳປະເທດສະມາຊິກອາຊຽນ ເຂົ້າຮ່ວມ.
ກອງປະຊຸມ ໄດ້ແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ ກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ໂດຍສະເພາະ ບັນດາສິ່ງທ້າທາຍເຊັ່ນ: ຂໍ້ຂັດແຍ່ງຕ່າງໆ ຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ການປ່ຽນແປງດ້ານສະພາບດິນຟ້າອາກາດ ໄພພິບັດທໍາມະຊາດ ອາດຊະຍາກໍາຂ້າມຊາດ ແລະ ສະພາບການທີ່ພົ້ນເດັ່ນໃນພາກພື້ນທີ່ມີຄວາມສົນໃຈ ແລະ ເປັນຫ່ວງຮ່ວມກັນ ພ້ອມນີ້ ກອງປະ ຊຸມໄດ້ປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາອາຊຽນກ່ຽວ ກັບມຽນມາ.
ກອງປະຊຸມ ສະແດງຄວາມຊົມເຊີຍ ສປປ ລາວ ໃນນາມປະທານອາຊຽນ ທີ່ໄດ້ປະຕິ ບັດໜ້າທີ່ຂອງຕົນ ສືບຕໍ່ຍຶດໝັ້ນຄວາມໝາຍໝັ້ນລວມຂອງອາຊຽນໃນການຈັດ ຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາອາຊຽນ ໃນນີ້ ກອງປະຊຸມໄດ້ຮັບຮອງເອົາເອກະສານການທົບທວນ ແລະ ຄຳຕົກລົງຂອງຜູ້ນໍາອາຊຽນ ກ່ຽວກັບ ການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງ.