ໃນວັນທີ 8 ຕຸລາ 2024 ທີ່ ສຳນັກງານນາຍົກລັດຖະມົນຕີ ໄດ້ຈັດພິທີລົງນາມບົດບັນທຶກຄວາມເຂົ້າໃຈ ໂດຍການລົງນາມລະຫວ່າງ ທ່ານ ວຽງທອງ ວົງທະວິໄລ ຫົວໜ້າກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ ແລະ ທ່ານ ອຸດົມ ສີສົມຊົງ ຮັກສາການແທນຫົວໜ້າກົມການຄ້າພາຍໃນ ກະຊວງການຄ້າ ຣາຊະອານາຈັກໄທ ພາຍໃຕ້ໂຄງການຮ່ວມມືການຊ່ວຍເຫຼືອທາງດ້ານເຕັກນິກວິຊາການ ລະຫວ່າງ ໜ່ວຍງານວັດແທກທາງດ້ານກົດໝາຍ ຣາຊະອານາຈັກໄທ ກັບ ສປປ ລາວ.

ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຄີພະຍານ ຂອງທ່ານ ສອນໄຊ ສິພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ.

ຈຸດປະສົງ ແມ່ນເພື່ອເສີມສ້າງມິດຕະພາບ, ຄວາມສຳພັນອັນດີຂອງທັງສອງຝ່າຍ ແລະ ເພື່ອປະຕິບັດຕາມບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການພັດທະນາ ແລະ ແລກປ່ຽນຄວາມຮູ້ທາງດ້ານວິຊາການຂອງວຽກງານວັດແທກ ໃນການຊ່ວຍເຫຼືອດ້ານເຕັກນິກວິຊາການ ໃນການຄຸ້ມຄອງເຄື່ອງມືວັດແທກ ແລະ ສິນຄ້າຫຸ້ມຫໍ່ ໃຫ້ເປັນໄປຕາມກົດໝາຍ, ລະບຽບການ ພ້ອມທັງຈັດຕັ້ງປະຕິບັດໃຫ້ສອດຄ່ອງຕາມມາດຕະຖານສາກົນ.