ການຈັດຕັ້ງປະຕິບັດແຜນແມ່ບົດເສົາຄໍ້າການເມືອງ-ຄວາມຫມັ້ນຄົງອາຊຽນ 2025 ສໍາເລັດແລ້ວ 99.6%

0
419

ໃນວັນທີ 8 ຕຸລາ 2024, ທີ່ ຫໍປະຊຸມແຫ່ງຊາດ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໃນນາມປະທານກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 28 ພາຍໃຕ້ຄໍາຂວັນ: “ເພີ່ມທະວີການເຊື່ອມ ຈອດ ແລະ ຄວາມເຂັ້ມແຂງອາຊຽນ” ໂດຍມີບັນດາລັດຖະມົນຕີຕ່າງປະເທດອາຊຽນ, ລັດຖະມົນຕີປະສານງານດ້ານການເມືອງ, ກົດໝາຍ ແລະ ຄວາມໝັ້ນຄົງຂອງອິນໂດເນເຊຍ, ເລຂາທິການໃຫຍ່ອາຊຽນ, ລັດຖະມົນຕີຕ່າງປະເທດຕີມໍ ເລສເຕ ແລະ ບັນດາ ຜູ້ແທນ ເຂົ້າຮ່ວມ.

ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 28 ໄດ້ທົບທວນຄືນ ແລະ ຕີລາຄາສູງ ຕໍ່ຄວາມຄືບຫນ້າໃນການຈັດຕັ້ງປະຕິບັດແຜນແມ່ບົດເສົາຄໍ້າການເມືອງ-ຄວາມຫມັ້ນຄົງອາຊຽນ 2025 ຊຶ່ງມາຮອດ ປັດຈຸບັນ ໄດ້ສໍາເລັດແລ້ວ 99.6% ແລະ ຍັງເຫຼືອພຽງບາງກິດຈະກຳ ທີ່ອາຊຽນຈະຕ້ອງສືບຕໍ່ຈັດຕັ້ງປະຕິບັດໃຫ້ສໍາ ເລັດພາຍໃນປີ 2025.

ນອກຈາກນີ້, ກອງປະຊຸມຍັງໄດ້ຮັບຊາບ ການຈັດຕັ້ງປະຕິບັດບັນດາຫນ້າວຽກຂອງຂະແຫນງການຕ່າງໆ ພາຍໃຕ້ ເສົາຄໍ້າປະຊາຄົມການເມືອງ-ຄວາມຫມັ້ນຄົງອາຊຽນ ສໍາລັບປີ 2024 ພາຍໃຕ້ການເປັນປະທານຂອງ ສປປ ລາວ ເປັນຕົ້ນແມ່ນ ບັນດາຜົນ ແລະ ກິດຈະກຳຕ່າງໆຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ (ADMM); ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນບວກສາມ (ADMM Plus); ກອງປະຊຸມ ລັດຖະມົນຕີອາຊຽນ ວ່າດ້ວຍການຕ້ານອາຊະຍາກຳຂ້າມຊາດ (AMMTC); ເວທີພາກພື້ນອາຊຽນ (ARF) ແລະ ກອງປະຊຸມໜ່ວຍງານຄຸ້ມຄອງພະລັງງານປະລໍາມະນູຂອງອາຊຽນ (ASEANTOM); ຄະນະກຳມາທິການລະຫວ່າງ ລັດຖະບານອາຊຽນວ່າດ້ວຍ ສິດທິມະນຸດ (AICHR) ແລະ ບັນດາກົນໄກອື່ນໆຂອງເສົາຄໍ້າປະຊາຄົມການເມືອງ- ຄວາມໝັ້ນຄົງອາຊຽນ. ພ້ອມນີ້, ກອງປະຊຸມ ໄດ້ຮັບຊາບບົດລາຍງານປະຈໍາ 2023 ຂອງສະຖາບັນເພື່ອສັນຕິພາບ ແລະ ຄວາມປອງດອງອາຊຽນ (ASEAN-IPR).

LEAVE A REPLY

Please enter your comment!
Please enter your name here