ວິທະຍຸກະຈາຍສຽງ ຫວຽດນາມ ລາຍງານວ່າ: ທະນາຄານ HSBC ( Hongkong and Shanghai Banking Corporation: HSBC ) ຮັກສາການຄາດຄະເນການເຕີບໂຕເສດຖະກິດ ( GDP ) ຂອງຫວຽດນາມ ໃນປີ 2024 ຢູ່ລະດັບ 6,5%.
ນີ້ແມ່ນຂໍ້ມູນທີ່ພາກສ່ວນຄົ້ນຄວ້າທົ່ວໂລກຂອງ HSBC ຍົກອອກມາໃນບົດລາຍງານຫຼ້າສຸດທີ່ມີຊື່ວ່າ “ Asian Economics Quarterly – ການແຂ່ງຂັນໄປສູ່ຄວາມສຳເລັດ ” ໂດຍໃຫ້ຂໍ້ສັງເກດກ່ຽວກັບສະພາບການເສດຖະກິດຢູ່ອາຊີ ເວົ້າລວມ.

ຂ່າວລະບຸວ່າ: ຫວຽດນາມ ໄດ້ຮັບຄວາມຄາດຫວັງຈາກ HSBC ວ່າຈະມີການເຕີບໂຕຂຶ້ນຢ່າງແຂງແຮງກວ່າເກົ່າອີກ, ຍ້ອນການຟື້ນຟູສືບຕໍ່ມີຄວາມໝັ້ນຄົງ, ຂົງເຂດການຜະລິດໄດ້ບືນຕົວຂຶ້ນຢ່າງແຂງແຮງ ແລະ ໄພເງິນເຟີ້ມີການຜັນແປຕາມທິດສະດວກຂຶ້ນ, ການໄຈ້ແຍກຂອງ HSBC ຊີ້ໃຫ້ເຫັນວ່າການຟື້ນຟູເສດຖະກິດຂອງ ຫວຽດນາມ ໄດ້ສະແດງອອກຜ່ານການເຕີບໂຕ GDP ໄດ້ຮັບການປັບປຸງໃນໄຕມາດທີ 2 ປີ 2024 ດ້ວຍລະດັບເຕີບໂຕ 6,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

ໝາກຜົນດັ່ງກ່າວ ໄດ້ຊ່ວຍການສົ່ງອອກບັນລຸລະດັບເຕີບໂຕຢ່າງແຮງໃນລະດັບ 2 ໂຕເລກ. ນອກນັ້ນ, ບັນດາການກະຕຸກຊຸກຍູ້ຈາກພາຍນອກທີ່ສຳຄັນ ກໍພວມເພີ່ມຂຶ້ນ, ຄືການເປີດກວ້າງໃຫ້ແກ່ຜະລິດຕະພັນກະເສດຂອງ ຫວຽດນາມ ສຳຜັດກັບຕະຫຼາດ.