ກອງປະຊຸມຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ ຄັ້ງທີ 10 (10th Meeting of the Committee of Permanent Representatives to ASEAN (CPR) – 10/2024 CPR Meeting) ໄຂຂຶ້ນໃນວັນທີ 6 ຕຸລາ 2024 ທີ່ຫໍປະຊຸມແຫ່ງຊາດ (NCC) ນະຄອນຫຼວງວຽງຈັນ.
ພາຍໃຕ້ການເປັນປະທານຂອງ ທ່ານ ບໍວອນທັດ ດວງຈັກ ເອກອັກຄະລັດຖະທູດ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອາຊຽນ ໃນນາມປະທານຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ ສໍາລັບປີ 2024; ໂດຍມີບັນດາຜູ້ຕາງໜ້າຖາວອນປະຈໍາອາຊຽນ, ຕີມໍແລັດສະເຕ ໃນນາມຜູ້ສັງເກດການ ແລະ ກອງເລຂາອາຊຽນເຂົ້າຮ່ວມ.
ກອງປະຊຸມໄດ້ປຶກສາຫາລືຫຼາຍບັນຫາສຳຄັນ ໂດຍສະເພາະການກະກຽມບັນດາເອກະສານຜົນກອງປະຊຸມທີ່ຈະນໍາສະເໜີໃຫ້ແກ່ຜູ້ນຳພິຈາລະນາຮັບຮອງເອົາໃນໂອກາດກອງປະຊຸມສຸດຍອດຊຽນ ຄັ້ງ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ລວມມີ:
ຮ່າງຖະແຫຼງການກອງປະຊຸມສຸດຍອດອາຊຽນ-ການາດາ ສະໄໝພິເສດ; ຮ່າງຖະແຫຼງການກອງປະຊຸມສຸດຍອດອາຊຽນ-ອິນເດຍ ຄັ້ງທີ 21; ຮ່າງຖະແຫຼງການກອງປະຊຸມສຸດຍອດອາຊຽນ-ຈີນ; ຮ່າງຖະແຫຼງການກອງປະຊຸມສຸດຍອດອາຊຽນ-ສ.ເກົາຫຼີ ຄັ້ງທີ 25; ແລະ ຮ່າງເອກະສານກອງປະຊຸມສຸດຍອດອາຊີຕາເວັກອອກ ຄັ້ງທີ 19 .
ນອກຈາກນີ້, ກອງປະຊຸມຍັງໄດ້ປຶກສາຫາລື ແລະ ທົບທວນຄືນຄວາມຄືບໜ້າຂອງວຽກງານການສ້າງປະຊາຄົມອາຊຽນ, ການພົວພັນຮ່ວມມືກັບພາຍນອກ ເເລະ ການກະກຽມດ້ານພະລາທິການໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ຈະຈັດຂຶ້ນໃນວັນທີ 8-11 ຕຸລາ 2024 ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ. ກອງປະຊຸມຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນຄັ້ງນີ້ ແມ່ນຈັດເປັນຄັ້ງທີ 4 ຢູ່ ສປປ ລາວ ພາຍໃຕ້ການເປັນປະທານຂອງຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອາຊຽນ.