ລົງນາມອໍານວຍຄວາມສະດວກຂົນສົ່ງຜະລິດຕະພັນກະສິກໍາລາວ   

05 Oct 2024

ຄລິກແຊຣ໌ 0 Facebook WhatsApp

ກົມສົ່ງເສີມການຄ້າ ແລະ ຫັດຖະກຳ ຮ່ວມກັບ ບໍລິສັດ ຮຸງອາລຸນ ໂລຈິສຕິກ ຈໍາກັດ ລົງນາມບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການອໍານວຍຄວາມສະດວກໃນການຂົນສົ່ງສິນຄ້າ ໃນລະບົບແພລັດຟອມການຄ້າເອເລັກໂຕຣນິກ ສໍາລັບຜະລິດຕະພັນກະສິກໍາລາວ ໃນວັນທີ 4 ຕຸລາ 2024 ທີ່ ຫ້ອງດໍາເນີນງານໂຄງການຊ່ວຍເຫຼືອກໍ່ສ້າງລະບົບການຄ້າຜ່ານທາງເອເລັກໂຕຣນິກ ສຳລັບຜະລິດຕະພັນກະສິກໍາລາວ ເຊິ່ງຮ່ວມລົງນາມ ໂດຍ ທ່ານ ວິທູນ ສິດທິມໍລະດາ ຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກໍາ ແລະ ທ່ານ  ສີສະຫວັນ ມ່າຢົງເຊິນ ປະທານ ບໍລິສັດ ຮຸງອາລຸນ ໂລຈິສຕິກ ຈໍາກັດ ມີຮອງກົມ, ຫ້ອງການກະຊວງ ແລະ ພະນັກງານວິຊາການທັງສອງພາກສ່ວນເຂົ້າຮ່ວມ.

 

ຈຸດປະສົງ ແລະ ເປົ້າໝາຍຂອງໂຄງການນີ້ແມ່ນເພື່ອຊ່ວຍເຫຼືອກໍ່ສ້າງລະບົບການຄ້າຜ່ານທາງເອເລັກໂຕຣນິກສຳລັບສິນຄ້າກະສິກຳລາວ, ສ້າງPlatform ແຫຼ່ງຂໍ້ມູນສິນຄ້າກະສິກຳລາວ ແລະ ເວບໄຊສາທາລະນະ, ສ້າງພື້ນຖານໂຄງລ່າງດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ (ICT) ສ້າງຈຸດບໍລິການ e-commerce 20 ແຫ່ງທົ່ວປະເທດ, ຝຶກອົບຮົມໃຫ້ພະນັກງານ,ຜູ້ຜະລິດ ແລະ ຫົວໜ່ວຍທຸລະກິດທີ່ກ່ຽວຂ້ອງ, ສະໜັບສະໜູນດ້ານເຕັກນິກການບໍລິຫານລະບົບ e-commerce ໃຫ້ປະເທດລາວ,ສ້າງຕັ້ງຮູບແບບທາງດ້ານການພັດທະນາ e-commerce ຢູ່ເຂດຊົນນະບົດຂອງລາວເພື່ອບັນລຸການເຊື່ອມໂຍງຂໍ້ມູນໃຫ້ມີປະສິດທິຜົນສູງ ແລະ ຊື້-ຂາຍ ທາງອອນໄລ ລະຫວ່າງຜູ້ຜະລິດ ແລະ ຜູ້ບໍລິໂພກ, ຊຸກຍູ້ຜະລິດຕະພັນກະສິນກຳລາວອອກໄປຕ່າງປະເທດເພື່ອເພີ່ມລາຍຮັບໃຫ້ຊາວກະສິກອນທົ່ວປະເທດ.

ໂດຍສະເພາະແມ່ນບັນດາພືດ ແລະ ສິນຄ້າກະສິກຳທີ່ລັດຖະບານລາວໄດ້ມີການເຈລະຈາໃນໄລຍະຫຼາຍປີຜ່ານມາ ເຊິ່ງລາວໄດ້ຮັບໂຄຕ້າ ແລະ ຜ່ານມາດຖານເງື່ອນໄຂສຸຂະອານາໄມພືດ ( SPS) ຈຳນວນ ຫຼາຍກວ່າ 31 ລາຍການຈາກ ກົມໃຫຍ່ພາສີ ສປ ຈີນ,  ເພື່ອສົ່ງເສີມສິນຄ້າດັ່ງກ່າວສົ່ງຂາຍໄປ ສປ ຈີນ ໃນລະບົບຮູບບແບບອອບໄລ ສາມາດມາໂຄສະນາຂາຍໃນເວບໄຊ ອອນໄລຂອງພວກເຮົາກໍເປັນອີກຫນຶ່ງຊ່ອງທາງໃນການຊື້-ຂາຍສິນຄ້າທີ່ມີຄວາມສະດວກ

  1. ເວບໄຊ www.laoproduct.com.la (Platform ພາຍໃນ) ແລະ www.laoproduct.com.cn (Platform ຂ້າມແດນ) ເປັນອີກຊ່ອງທາງໜຶ່ງໃນການບໍລິການສົ່ງເສີມການຊື້-ຂາຍສິນຄ້າທີ່ທັນສະໄໝ, ແຟັດຟອມ ດັ່ງກ່າວເປັນການຄຸ້ມຄອງຂອງລັດຖະບານຂອງສອງປະເທດລາວ-ຈີນ, ປະຈຸບັນມີຫຼາຍປະເທດໃນໂລກແມ່ນຫັນມາໃຊ້ການຄ້າຂາຍແບບເອເລັກໂຕຣນິກເຂົ້າຊ່ວຍສາມາດຫຼຸດຜ່ອນຕົ້ນທຶນໃນຫຼາຍດ້ານ. ມີຄວາມສະດວກວ່ອງໄວ,ໄປຕາມຍຸກສະໄໝໃໝ່ ໃນການນຳໃຊ້ເຄື່ອງມືເອເລັກໂຕຣນິກເຮັດການຊື້-ຂາຍ, ການຊຳລະສະສາງສິນຄ້າຜ່ານທະນາຄານ ແລະ ຕິດຕາມການຂົນສົ່ງສິນຄ້າທີ່ຮັບປະກັນ.
  2. ນອກຈາກທັງສອງ Platform ທີ່ກ່າວມານັ້ນທາງກົມຍັງໄດ້ມີ ການລົງນາມສັນຍາການຮ່ວມມືການຈັດຕັ້ງປະຕິບັດການເປີດຮ້ານວາງສະແດງສິນຄ້າລາວລະຫວ່າງກົມສົ່ງເສີມການຄ້າ ແລະ ຫັດຖະກຳ ກັບ ບໍລິສັດ ອາໂລ ເທັກໂນໂລຊີ ຈຳກັດ ເພື່ອໂຄສະນາແພລັດຟອມ e-commerce ຂອງໂຄງການໃນເວັບໄຊ໌ JD.com ທີ່ເປັນແພລັດຟອມຊື້-ຂາຍສິນຄ້າແບບ B2C ເປົ້າໝາຍຄືການເພີ່ມຊ່ອງທາງໂຄສະນາສິນຄ້າລາວທີ່ເປັນກະສິກຳປຸງແຕ່ສຳເລັດຮູບ ແລະ ສິນຄ້າອື່ນທີ່ມີທ່າແຮງຂອງລາວ ໃຫ້ຄົນຈີນຮັບຮູ້ຢ່າງກ້ວາງຂວາງ

ນັບແຕ່ເດືອນມັງກອນ 2024 ເປັນຕົ້ນມາໄດ້ມີສິນຄ້າປະເພດຊາ ທີ່ໄປວາງຂາຍແລ້ວ,  ປະຈຸບັນທາງບໍລິສັດ ອາໂລແມ່ນກຳລັງຈະເພີ່ມລາຍການສິນຄ້າທີ່ມີມາດຖານເງື່ອນໄປຂາຍໃນເວບໄຊຕື່ມອີກ 20 ກວ່າລາຍການເຊັນ: ເຂົ້າ, ຊາ, ເບຍລາວ,ກາເຟດາວ,ກາເຟທ່າແຕງ,ກາເຟປາກຊ່ອງ,ກາເຟຂີ້ເຫງັນຫຼວງພະບາງ ແລະ ອື່ນໆ.

  1. ຄຽງຄູ່ກັບການຊື້ຂາຍສິນຄ້າຢູ່ພາຍໃນ ແລະ ຂ້າມແດນນັ້ນ ສິ່ງທີ່ຂາດບໍ່ໄດ້ກໍຄືການຮ່ວມມືອຳນວຍຄວາມສະດວກທາງດ້ານການບໍລິການຂົນສົ່ງສິນຄ້າຈາກຕົ້ນທາງສູ່ປາຍທາງເຖີງມືຂອງຜູ້ຊື້ທີ່ວ່ອງໄວ ແລະ ຮັບປະກັນຄວາມປອດໄຟສູງ ເຊິ່ງໃນໄລຍະເບື້ອງຕົ້ນ ທາງກົມສົ່ງເສີມການຄ້າ ແລະ ຫັດຖະກຳ ຈຶ່ງໄດ້ເລືອກເອົາການຮ່ວມມືກັບ ບໍລິສັດຂົນສົ່ງ ຮຸ່ງອາລຸນ ຈຳກັດ ມາເປັນຄູ່ຮ່ວມໃນການບໍລິການຂົນສົ່ງ ເຊິ່ງມີ ຈຸດບໍລິການ ອຳນວຍຄວາມສະດວກ ໃນ 20 ຈຸດບໍລິການ ກວມເອົາ 12 ແຂວງ 1 ນະຄອນຫຼວງ ທີ່ມີຖານການບໍລິການຫຼາຍທີ່ສຸດ

 

ສະນັ້ນ, ການຄ້າທາງເອເລັກໂຕຣນິກຈະເປັນອີທາງເລືອກໃຫ້ແກ່ບັນດາທ່ານຜູ້ປະກອບການສົ່ງອອກສິນຄ້າ

ກະສິກຳໄປ ສປ ຈີນ ເຊິ່ງໃນອານາຄົດ ໂດຍຜ່ານລະບົບອອນໄລສາມາດຮັບຮູ້ຂໍ້ມູນຂ່າວສານໄດ້ໄວຂຶ້ນຜ່ານໃນລະບົບແອບໃນໂທລະສັບມືຖືຂອງທ່ານບໍ່ວ່າຈະຢູ່ໃສ, ເວລາໃດກໍສາມາດເຮັດການຊື້-ຂາຍໄດ້

 

 

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ