ດິຈິຕອນ ບໍ່ແມ່ນທາງເລືອກ ແຕ່ມັນເປັນທາງລອດ ໃຫ້ທຸລະກິດກ້າວຂະຫຍາຍໄປ

05 Oct 2024

ຄລິກແຊຣ໌ 0 Facebook WhatsApp

 ການເປັນຜູ້ປະກອບການ ຫຼື ທຸລະກິດ ໃນປັດຈຸບັນ ເຈົ້າຕ້ອງເອົາໂຕເອງເຂົ້າໄປໃນ ອອນລາຍ ຫຼື digital ຂະໜາດທຸລະກິດດັ້ງເດີມ ຍັງເອົາໂຕເອງເຂົ້າໄປສູ່ລະບົບດິຈິຕອນ. ການທີ່ເຈົ້າຫຼີກລ້ຽງ ບໍ່ນໍາໃຊ້ digital ຈະເຮັດໃຫ້ເຈົ້າ ຫຼຸດການແຂ່ງຂັນ, ປິດໂອກາດຂະຫຍາຍຕະຫຼາດ, ບໍ່ເຂົ້າໃຈຄວາມຕ້ອງການຂອງລູກຄ້າ ກາຍເປັນຜູ້ປະລາໄຊໃນສະໜາມທຸລະກິດ.

 

      ທ່ານ ຈັນທະວົງ ພະມີສິດ ປະທານກໍາມະການບໍລິຫານຂອງກຸ່ມ ບໍລິສັດ ຄໍາພູວົງ ກ່າວວ່າ: ຂ້າພະເຈົ້າມີຄວາມພາກພູມໃຈ ເຊິ່ງເປັນໜຶ່ງໃນບໍລິສັດຂອງລາວເຮົາ ທີ່ຖືກເລືອກຕ່າງໜ້າໃຫ້ບັນດາ ນັກທຸລະກິດໜຸ່ມ ໃນປະເທດອາຊຽນ ຂຶ້ນນໍາສະເໜີ ແລກປ່ຽນ ຫົວຂໍ້: “ການເດີນທາງຂອງນະວັດຕະກໍາ ແລະ ການຫັນສູ່ຍຸກດິຈິຕອນ ຈາກທຸລະກິດແບບດັ້ງເດີມ ໄປສູ່ທຸລະກິດໃນຮູບແບບ ດິຈິຕອນ A JOURNEY OF INNOVATION AND DIGITAL TRANSFORMATION – FROM A TRADITIONAL BUSINESS TO A DIGITAL PLATFORM ໃນກອງປະຊຸມນັກທຸລະກິດໜຸ່ມອາຊຽນ  (AYEC) ຄັ້ງທີ 9 ປະຈໍາປີ 2024 ທີ່ໂຮງແຮມ ແລນມາກ ລິເວີຊາຍ ນະຄອນຫຼວງວຽງຈັນ  ໃນວັນທີ 3 ຕຸລາ 2024

ເຊິ່ງເພີ່ນລິ່ງເຫັນຜົນສໍາເລັດຂອງການດໍາເນີນທຸລະກິດຂອງຂ້າພະເຈົ້າ ໃນໄລຍະຜ່ານມາ  ທີ່ດໍາເນີນທຸລະກິດໂດຍນໍາເອົາ ດິຈິຕອນ digital transformation ເຮົາເປັນໜຶ່ງໃນຜູ້ຖືກເລືອກຕ່າງໜ້າໃຫ້ບັນດາທຸລະກິດໜຸ່ມ ໃນປະເທດອາຊຽນ ໄດ້ຂຶ້ນມາເວົ້າເລື່ອງວິໄສທັດ ຄວາມຄິດ ແລະ ເລື່ອງຂອງຂໍ້ມູນທີ່ເຫັນວ່າມີຄວາມສໍາຄັນ ແລະ ເປັນປະໂຫຍດຕໍ່ສັງຄົມ  ແລະ ຜູ້ປະກອບການລຸ້ນໃໝ່.

      ທ່ານກ່າວວ່າ: ປັດຈຸບັນມີຜູ້ນໍາໃຊ້ ອີຊີໂກ (Easy Gold) ທັງໝົດ 1 ແສນຄົນ ເຊິ່ງເປົ້າໝາຍໃນປີ 2028 ວາງໄວ້ໃຫ້ມີການນໍາໃຊ້ Easy Gold ໃຫ້ໄດ້ 7 ແສນຄົນ  ຫຼື 10% ຂອງປະຊາກອນລາວ ເຊິ່ງໃນໂຕເລກນີ້ພວກເຮົາຫວັງວ່າຢາກສ້າງ ຄວາມຮູ້ທາງດ້ານການເງິນໃຫ້ເຂົາເຈົ້າ  ແລະ ເຊື່ອວ່າເຂົາເຈົ້າຈະກາຍເປັນຜູ້ສອນຕໍ່ໆໄປ. ແນວໃດກໍດີ ຖ້າປັດສະຈາກຄວາມຮູ້ທາວດ້ານການເງິນ ເຮົາຈະບໍ່ປະສົບຜົນສໍາເລັດ ດ້ານທຸລະກິດໄດ້ ສະນັ້ນ ສິ່ງທີ່ຂ້າພະເຈົ້າໄດ້ກ່າວມານີ້ ຈະກາຍເປັນກໍາລັງແຮງສໍາຄັນໃນການສ້າງໜໍ່ແໜງໃຫ້ກັບ ຄົນລຸ້ນໃໝ່ຕໍ່ໆໄປໃນອະນາຄົດ

      ສໍາລັບຂໍ້ຄິດເຫັນສໍາລັບຜູ້ປະກອບການ ລຸ້ນໃໝ່ທີ່ຢູ່ໃນເງື່ອນໄຂສະພາບເສດຖະກິດໃນປັດຈຸບັນ ຫຼື ຕໍ່ໜ້າເຮົາຈະເບິ່ງໃນແນ່ການນໍາໃຊ້ລະບົບດິຈິຕອນເຂົ້າມາຊ່ວຍ ຖ້າວ່າພວກເຮົາໃຊ້ລະບົບດິຈິຕອນ  digital ມັນບໍ່ແມ່ນທາງເລືອກ ແຕ່ມັນເປັນທາງລອດທີ່ເຮັດໃຫ້ທຸລະກິດສາມາດກ້າວຂະຫຍາຍໄປ ການທີ່ເຈົ້າຫຼີກລ້ຽງທີ່ຈະບໍ່ນໍາໃຊ້ ຈະເຮັດໃຫ້ເຈົ້າ ຫຼຸດການແຂ່ງຂັນ ໃນຕະຫຼາດ ລວມທັງປິດໂອກາດໃນການຂະຫຍາຍຕະຫຼາດ ເຈົ້າ ບໍ່ເຂົ້າໃຈຄວາມຕ້ອງການຂອງລູກຄ້າ ຈະເຮັດໃຫ້ການປ່ຽນແປງມັນຈະຍິ່ງນັບມື້ນັບຍາກຂຶ້ນ ທ່ານ ຈັນທະວົງ ກ່າວ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ