ສກຂ ບໍລິຄຳໄຊ ຈັດກິດຈະກໍາແຂ່ງຂັນກິລາ ຕ້ອນຮັບວັນຄູແຫ່ງຊາດ ຄົບຮອບ 30 ປີ

03 Oct 2024

ຄລິກແຊຣ໌ 0 Facebook WhatsApp

ພະແນກສຶກສາທິການ ແລະ ກິລາແຂວງ ຫຼື ສກຂ ບໍລິຄຳໄຊ ໄດ້ຈັດການແຂ່ງຂັນກິລາ ເພື່ອຕ້ອນຮັບວັນຄູແຫ່ງຊາດ ຄົບຮອບ 30 ປີ (7 ຕຸລາ 1994-7 ຕຸລາ 2024) ຂຶ້ນໃນວັນທີ 1 ຕຸລາ 2024 ຢູ່ເດີ່ນໂຮງຮຽນ ມສ ສີທ່ານາໄຊ ເມືອງປາກຊັນ ແຂວງບໍລິຄໍາໄຊ.

ພິທີດັ່ງກ່າວໃຫ້ດຽດເຂົ້າຮ່ວມໂດຍ ທ່ານ ຄຳເພັດ ໄຊປັນຍາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ດວງຕາ ຈັນທະວົງ ຜູ້ອຳນວຍການໂຮງຮຽນ ມສ ສີທ່ານາໄຊ ແລະ ທ່ານພິດສະໄໝ ແພງກົມກອງ ຜູ້ອຳນວຍການ ມສ ປາກງຽບ, ມີຄະນະອຳນວຍການໂຮງຮຽນ, ຄະນະກຳມະການຈັດການແຂ່ງຂັນ, ຄູ-ອາຈານ, ນັກກິລາຈາກໂຮງຮຽນ ມສ ສີທ່ານາໄຊ, ມສ ປາກງຽບ, ມສ ໜອງບົວ, ມສ ສົມມຸງຄຸນ ແລະ ມ.ປາຍ ປາກຊັນ ເຂົ້າຮ່ວມຢ່າງພ້ອມພຽງ.

ການແຂ່ງຂັນກິລາໃນຄັ້ງນີ້ ເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງວັນຄູແຫ່ງຊາດ ທີ່ຈະມາເຖິງໃຫ້ມີບັນຍາກາດຟົດຟື້ນ ແລະ ມີຄວາມໝາຍຄວາມສຳຄັນ. ສະນັ້ນ, ພະແນກສຶກສາທິການ ແລະ ກິລາແຂວງ ຈຶ່ງໄດ້ຈັດການແຂ່ງຂັນ 7 ປະເພດກິລາຄື: ບານເຕະ, ບານສົ່ງຊາຍ-ຍິງ, ດອກປີກໄກ່, ເປຕັງ, ຍ່າງມາຣາທອນເພື່ອສຸຂະພາບ, ເຕັ້ນແອໂຣບິກ ແລະ ສະແດງສິລະປະ-ວັນນະຄະດີ. ໂດຍກິລາດອກປີກໄກ່ເລີ່ມແຂ່ງຂັນວັນທີ 3-4 ຕຸລາ 2024, ເປຕັງ ວັນທີ 10-11 ຕຸລາ, ຍ່າງເພື່ອສຸຂະພາບ ແລະ ເຕັ້ນແອໂຣບິກ ຈະແຂ່ງຂັນໃນວັນທີ 8 ຕຸລາ ແລະ ສະແດງສິລະປະ ຈະໄດ້ຈັດໃສ່ມື້ປາຖະກະຖາວັນຄູ.

ສ່ວນການແຂ່ງຂັນກິລາບານເຕະ ແລະ ບານສົ່ງ ແມ່ນໄດ້ເລີ່ມແຂ່ງຂັນມາແຕ່ວັນທີ 27 ກັນຍາ ຈົນຮອດທີ 1 ຕຸລາ 2024 ແມ່ນສຳເລັດຕາມຄາດໝາຍ ແລະ ສາມາດສະຫຼຸບໄດ້ດັ່ງນີ້: ກິລາບານເຕະ ທີ 1 ໂຮງຮຽນ ມ.ປາຍ ປາກຊັນ, ທີ 2 ມສ ປາກງຽບ ແລະ ທີ 3 ມສ ສີທ່ານາໄຊ; ສ່ວນສາຍທົ່ວໄປແມ່ນຈະແຂ່ງຂັນໃນວັນທີ 2-8 ຕຸລາ 2024; ປະເພດບານສົ່ງຊາຍ ທີ 1 ມ.ປາຍ ປາກຊັນ, ທີ 2 ມສ ປາກງຽບ, ທີ 3 ມສ ສີທ່ານາໄຊ; ບານສົ່ງຍິງ ທີ 1 ມ.ປາຍ ປາກຊັນ, ທີ 2 ມສ ສົມມຸງຄຸນ ແລະ ທີ 3 ມສ ປາກງຽບ.

ສຳລັບປະເພດລາງວັນ ອັນດັບ 1 ໄດ້ຮັບເງິນ 5 ແສນກີບ ພ້ອມຂັນ 1 ໜ່ວຍ, ອັນດັບ 2 ໄດ້ຮັບເງິນສົດ 3 ແສນກີບ ແລະ ອັນດັບ 3 ໄດ້ຮັບເງິນສົດ 2 ແສນກີບ.
ຂ່າວ-ພາບ: ຄຳຟອງ

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ