ອົງການພັດທະນາສາກົນ ປະເທດສະຫະລັດອາເມລິກາ (USAID) ໄດ້ມອບຊຸດອຸປະກອນທົດສອບຕູ້ສາກລົດໄຟຟ້າ ສຳລັບຫົວສາກໄຟຟ້າກະແສສະລັບ ຈຳນວນ 1 ຊຸດ ແລະ ຫົວສາກໄຟຟ້າກະແສກົງ ຈຳນວນ 1 ຊຸດລວມມູນຄ່າ 620 ລ້ານກີບ ໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ , ຕາງໜ້າຮັບໂດຍ ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງ ພະລັງ ງານ ແລະ ບໍ່ແຮ່ ແລະ ມອບໂດຍ ທ່ານ ໄມໂຄ ຊິຟເຟີຣ ຜູ້ຊ່ວຍຜູ້ອໍານວຍການໃຫຍ່ ອົງການ USAID ຂົງເຂດພາກພື້ນອາຊີ, ມີຕາງໜ້າຈາກຄະນະກົມ, ສະຖານທູດສະຫະລັດອາເມລິກາ ແລະ ອົງການ USAID ເຂົ້າຮ່ວມເປັນສັກຂີພິຍານ.

ຊຸດອຸປະກອນທົດສອບດັ່ງກ່າວ, ສາມາດນໍາໃຊ້ເຂົ້າໃນການທົດສອບຕູ້ສາກລົດໄຟຟ້າ ທີ່ຕິດຕັ້ງ ຢູ່ເຮືອນ ແລະ ສະຖານີສາກລົດໄຟຟ້າ ສາທາລະນະແບບສາກທຳມະດາ ແລະ ແບບສາກໄວ ທີ່ສາມາດ ທົດສອບການຮົ່ວໄຫລຂອງກະແສໄຟ, ຄຸນນະພາບກະແສໄຟຟ້າ (ຄ່າ harmonics) ແລະ ທົດສອບ ການຕິດຕໍ່ສື່ສານລະຫວ່າງຕູ້ສາກ ແລະ ລົດໄຟຟ້າ (communication protocol) ໃຫ້ໄດ້ຕາມມາດ ຕະຖານສາກົນ ເພື່ອຮັບປະກັນຄວາມປອດໄພໃນການນຳໃຊ້ຕູ້ສາກ ແລະ ຫລຸດຜ່ອນຄວາມສ່ຽງຕໍ່ລະ ບົບຈ່າຍໄຟຟ້າ ພ້ອມທັງສ້າງຄວາມໝັ້ນໃຈໃຫ້ແກ່ຜູ້ນຳໃຊ້ລົດໄຟຟ້າ ໃນ ສປປ ລາວ.

ໃນໄລຍະຜ່ານມາ, ອົງການ USAID ໄດ້ໃຫ້ການສະໜັບສະໜູນດ້ານວິຊາການແກ່ພະນັກ ງານກະຊວງພະລັງງານ ແລະ ບໍ່ແຮ່ ແລະ ລັດວິສາຫະກິດໄຟຟ້າລາວ ເປັນຕົ້ນ ແມ່ນການຝຶກອົບຮົມ ການນຳໃຊ້ຊຸດອຸປະກອນທົດສອບຕູ້ສາກລົດໄຟຟ້າ, ການຍົກລະດັບຄວາມອາດສາມາດດ້ານວິຊາການ ແລະ ການແລກປ່ຽນທັດສະນະທີ່ປະເທດໄທ ແລະ ສະຫະລັດອາເມລິກາ ເພື່ອກຽມຄວາມພ້ອມໃນ ການຄຸ້ມຄອງ ສະຖານີສາກລົດໄຟຟ້າທີ່ເພີ່ມຂຶ້ນ ສອດຄ່ອງກັບພາລະບົດບາດຂອງກະຊວງ ທີ່ລະບຸໄວ້ ໃນມະຕິເລກທີ 08/ລບ ລົງວັນທີ 04 ຕຸລາ 2021 ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ ນະໂຍ ບາຍການນຳໃຊ້ລົດໄຟຟ້າ ໃນ ສປປ ລາວ. ລັດຖະບານ ຍັງໄດ້ວາງຄາດໝາຍສູ້ຊົນໃຫ້ການນຳໃຊ້ລົດ ໄຟຟ້າກວມເອົາ 30% ຂອງຍານພາຫານະທັງໝົດ ແລະ ມີສະຖານີສາກລົດໄຟຟ້າຫລາຍກວ່າ 100 ແຫ່ງໃນປີ 2030.
ຂໍ້ມູນ-ພາບ: ກະຊວງພະລັງງານ ແລະ ບໍ່ແຮ່