ນໍາສະເໜີລົດ ອໍນິວ ຈີດັບເບີນຢູເອັມ ແທງ 500 ເອັດອີວີ ໃນຕະຫລາດລາວ

0
243

ຕະຫຼາດລົດໃນລາວເລີ່ມຄືກຄັກ ໃນໄລຍະຜ່ານມາ ຫຼາຍຄ້າຍນໍ້າລົດໃຫມ່ເຂົ້າມາເປີດໂຕ ຫຼ້າສຸດບໍລິສັດ ໂອໂຕ ເອເຊຍ ຕົວແທນຈຳໜ່າຍລົດຍີ່ຫໍ້ GWM ໃນ ສປປ ລາວ ໄດ້ນຳເອົາລົດ ອໍນິວ ຈີດັບເບີນຢູເອັມ ແທງ 500 ເອັດອີວີ (ALL New GWM TANK 500 HEV) ມາຈຳໜ່າຍ ໃນຕະຫລາດ ສປປ ລາວ ເຊິ່ງພິທີ ນຳສະເໜີລົດຍີ່ຫໍ້ ດັ່ງກ່າວ ຈັດຂຶ້ນວັນທີ 27 ກັນຍາ 2024 ຢູ່ສູນການຄ້າຟາກຊັນ ນະຄອນຫລວງວຽງຈັນ.

ທ່ານ ນາງ ສົມປະສົງ ພະສິນສັກສິດ ຜູ້ຈັດການຝ່າຍຂາຍ ບໍລິສັດ ໂອໂຕ ເອເຊຍ ຈຳກັດ ກ່າວວ່າ: ລົດຮຸ່ນໃໝ່ ALL New GWM TANK 500 HEV ເປັນລົດ SUV ສຸດຍອດສະມັດຕະພາບທີ່ແຂງແກ່ນ ລຸຍໄດ້ທຸກເສັ້ນທາງ ທັງໃນເມືອງ ແລະ Off-road ດ້ວຍເຄື່ອງຈັກເບນຊິນ 2.0 ລິດ, ເທີໂບ 244 ແຮງມ້າ, 380 ແຮງບິດ, ເຮັດວຽກຮ່ວມກັບມໍເຕີໄຟຟ້າ, ໃຫ້ກຳລັງສູງສຸດ 106 ແຮງມ້າ, 268 ແຮງບິດ, ເກຍໂອໂຕ 9 Speed, ໂຄງສ້າງເຮັດດ້ວຍເຫລັກກ້າ, ທົນແຮງດຶງສູງ ທີ່ຖືກອອກແບບໃຫ້ຮອງຮັບແຮງກະແທກຮອບທິດທາງ, ສັດສ່ວນການໃຊ້ເຫລັກກ້າທົນແຮງດຶງສູງເກີນ 70%.

ຈຸດເດັ່ນຫລັກຂອງ GWM TANK 500 ເປັນ SUV 7 ບ່ອນນັ່ງ ທີ່ໃຫຍ່ກວ່າໃນກຸ່ມລົດລາຄາທີ່ໃກ້ຄຽງກັນ. ນອກຈາກລະບົບຂັບເຄື່ອນ ຄວາມແຂງແກ່ນຂອງໂຄງສ້າງໂຕລົດແລ້ວ ຍັງປະສົມປະສານເຕັກໂນໂລຊີການຂັບຂີ່ ເພື່ອໃຫ້ລູກຄ້າໄດ້ສຳຜັດການຂັບຂີ່ທີ່ເໜືອລະດັບ ພ້ອມລະບົບອໍານວຍຄວາມສະດວກທີ່ທັນສະໄໝ ແລະ ລະບົບຄວາມປອດໄພຄົບຊຸດ.

GWM ມຸ່ງເນັ້ນ ໃນສິນຄ້າ ເຕັກໂນໂລຊີອັດສະລິຍະ ແລະ ພັດທະນາ ຈົນກາຍເປັນຜະລິດຕະພັນທີ່ຕອບສະໜອງຄວາມຕ້ອງການນຳໃຊ້ໃນຊີວິດປະຈຳວັນຢ່າງແທ້ຈິງ ເຊິ່ງມີຈຳໜ່າຍຫລາຍກວ່າ 65 ປະເທດທົ່ວໂລກ ເປັນຕົ້ນ ເອີຣົບ, ອາເມລິກາໃຕ້, ອາຊີ, ອາຣັບ, ອາຟຣິກາ ແລະ ອົດສະຕຣາລີ ຍອດຂາຍລວມ 1.231.000 ຄັນ ໃນປີ 2023 ແລະ GWM TANK ມີຍອດຂາຍອັນດັບ 1 ໃນຕະຫລາດພາຍໃນປະເທດ 39 ເດືອນຕິດຕໍ່ກັນ ແລະ ຍອດຂາຍທົ່ວໂລກຫລາຍກວ່າ 400.000 ຄັນ.

 


ALL New GWM TANK 500 HEV ຮັບປະກັນພິເສດ ເປັນເວລາ 5 ປີ/150.000 ກິໂລແມັດ, ແບດເຕີລີ ຮັບປະກັນ 8 ປີ/150.000 ກິໂລແມັດ, ພ້ອມ ມີທີມງານ ທີ່ມີຄວາມຊໍານິຊໍານານ ໄວ້ໃຫ້ບໍລິການທີ່ທັນເວລາ ແລະ ມີປະສິດທິຜົນ.

LEAVE A REPLY

Please enter your comment!
Please enter your name here