ການແຂ່ງຂັນກິລາບານສົ່ງໃນຮົ່ມ ຊາຍ – ຍິງ ງານແຂ່ງຂັນກິລາບານສົ່ງລາວລີກ ລາຍການ Beerlao Laos Volleyball League 2024 ເປີດສາກຂຶ້ນຢ່າງເປັນທາງການໃນຕອນແລງຂອງວັນທີ 28 ກັນຍາ 2024 ທີ່ເດີ່ນບານສົ່ງໃນຮົ່ມ ກອງທັບ ຫຼັກ 5 ໂດຍລາຍການນີ້ຈະແຂ່ງຂັນລະຫວາ່ງວັນທີ 28 ກັນຍາ ໄປຈົນເຖິງ ວັນທີ 10 ພະຈິກ 2024 ຈຶ່ງຈະສໍາເລັດ ພິເສດປີນີ້ມີເງິນລາງວັນລວມເກືອບ 300 ລ້ານກີບ
ພິທີເປີດການແຂ່ງຂັນຢ່າງເປັນທາງການໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຮສ. ປອ. ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ແສງພອນ ພົນອາມາດ, ຫົວໜ້າກົມກິລາລະດັບສູງ ທັງເປັນຮອງ- ເລຂາທິການຄະນະກໍາມະການໂອແລມປິກແຫ່ງຊາດລາວ, ທ່ານ Paul BARTMAN National Sale and Channel Dirteater ຜູ້ອຳນວຍການຝ່າຍຂາຍ ແລະ ຊ່ອງທາງການຈັດຈຳໜ່າຍ ບໍລິສັດເບຍລາວ ຈໍາກັດ, ທ່ານ ຈັນສະໝອນ ຜອງຈັນທາ ປະທານ ສະຫະພັນບານສົ່ງແຫ່ງຊາດລາວ ພ້ອມດ້ວຍຄະນະນໍາ, ຄູຝືກ ແລະ ນັກກີລາ ເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດດັ່ງກ່າວ ທ່ານ ຈັນສະໝອນ ຜອງຈັນທາ ປະທານ ສະຫະພັນບານສົ່ງແຫ່ງຊາດລາວ ໄດ້ລາຍງານວ່າ: ການແຂ່ງຂັນກິລາບານສົ່ງໃນຮົ່ມ ຊາຍ – ຍິງ ງານແຂ່ງຂັນກິລາບານສົ່ງລາວລີກ Beerlao Laos Volleyball League 2024. ຮູ້ສຶກເປັນກຽດ ແລະ ພາກພູມໃຈເປັນຢ່າງຍິ່ງທີ່ໄດ້ເຂົ້າຮ່ວມພິທີເປີດງານແຂ່ງຂັນຢ່າງເປັນທາງການໃນມື້ນີ້, ກ່ອນອື່ນໝົດ, ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈມາຍັງບັນດາປະທານສະໂມສອນກິລາບານສົ່ງ ຊາຍ-ຍິງ ທີ່ໄດ້ ເອົາໃຈໃສ່ ແລະ ທຸ້ມເທງົບປະມານ ເພື່ອເຂົ້າຮ່ວມການແຂ່ງຂັນໃນຄັ້ງນີ້. ຂໍສະແດງຄວາມຂອບໃຈມາຍັງການຈັດຕັ້ງຂັ້ນເທິງ, ເວົ້າລວມ, ເວົ້າສະເພາະແມ່ນ ກົມກິລາລະດັບສູງ, ກະຊວງສຶກສາທິການ ແລະ ກິລາ ທີ່ໄດ້ອະນຸຍາດໃຫ້ດໍາເນີນການຈັດການແຂ່ງຂັນ. ຂໍສະແດງຄວາມຍ້ອງຍໍຊົມເຊີຍມາຍັງຄະນະບໍລິຫານງານສະຫະພັນບານສົ່ງແຫ່ງຊາດລາວ, ຄະນະນະກຳມະການເຕັກນິກ-ຈັດການແຂ່ງຂັນ, ກອງເລຂາ, ທີມງານກະກຽມສະໜາມ, ກອງກິລາກອງທັບ ແລະ ຜູ້ຊ່ວຍວຽກທຸກພາກສ່ວນ. ພິເສດທີ່ຂາດບໍ່ໄດ້ແມ່ນຜູ້ໃຫ້ການສະໜັບສະໜູນຫຼັກຄື: ບໍລິສັດເບຍລາວ ຈໍາກັດ, ນໍ້າດື່ມຫົວເສືອ, ສະຕິງ, ຣິໄວ້ທ ແລະ ຄູ່ຮ່ວມພັດທະນາຄື ບໍລິສັດ SPP, KHOMPANYA & ບໍລິສັດ Indee. ທີ່ໃຫ້ການສະໜັບສະໜູນ ການຈັດການແຂ່ງຂັນໃນຄັ້ງນີ້ ຂໍສະແດງຄວາມຊົມເຊີຍຢ່າງສຸດໃຈ (ຂໍຊົມເຊີຍ).
ຮຽນບັນທ່ານແຂກຜູ້ມີກຽດທີ່ນັບຖື: ຈຸດປະສົງ ແລະ ຄາດໝາຍຂອງການຈັດງານແຂ່ງຂັນໃນຄັ້ງນີ້ປະກອບມີ:
1. ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງ ວັນຊາດທີ 2 ທັນວາ ຄົບຮອບ 49 ປີ
2. ເພື່ອສືບຕໍ່ພັດທະນາກິລາບານສົ່ງຂອງລາວ, ສ້າງຂະບວນການຝຶກຊ້ອມ ແລະ ແຂ່ງຂັນບານສົ່ງໃຫ້ຝົດຟື້ນ,ມ່ວນຊື່ນ ແລະ ກວ້າງຂວາງແບບຕໍ່ເນື່ອງ.
3. ເພື່ອຍົກລະດັບ ແລະ ພັດທະນາຄວາມສາມາດຂອງນັກກິລາ, ຄະນະກຳມະການເຕັກນິກ-ຈັດການແຂ່ງຂັນ ແລະ ກຳມະການຕັດສິນກິລາບານສົ່ງຂອງລາວໃຫ້ມີຄຸນນະພາບສູງຂຶ້ນ ກ້າວສູ່ລະດັບພາກພື້ນ ແລະ ສາກົນ.
4. ເພື່ອເປັນການຄັດເລືອກນັກກິລາບນສົ່ງ ຊາຍ-ຍິງ ຜູ້ທີ່ໄດ້ມາດຖານຄົບຖ້ວນຂອງກິລາບານສົ່ງ ເພື່ອເຂົ້າຝຶກຊ້ອມ ແລະ ບັນຈຸເປັນນັກກິລາທີມຊາດ ກະກຽມເຂົ້າຮ່ວມການແຂ່ງຂັນຊີເກມຄັ້ງທີ 33 ທີ່ປະເທດໄທ ເປັນເຈົ້າພາບ ແລະ ລາຍການແຂ່ງຂັນຕ່າງໆໃນລະດັບພາກພື້ນ ແລະ ສາກົນ.
ສໍາລັບ ການຈັດການແຂ່ງຂັນໃນຄັ້ງນີ້ແມ່ນມີ 2 ລາຍການຄື: ບານສົ່ງຍິງ ແລະ ບານສົ່ງຊາຍ ໂດຍມີທີມເຂົ້າຮ່ວມທັງໝົດປະກອບມີ:
ທີມຊາຍມີ: 8 ທີມ ຄື: 1. ນະຄອນຫຼວງ by INTHASONE, 2. ສະໂມສອນກະຊວງປ້ອງກັນປະເທດ, 3. ສະໂມສອນວຽງຈັນ, 4. Lao Skyway VC, 5. GROW-UP VC, 6. INTENTION VC, 7. MPC BLUE HAWAII VC, 8. SEC VC, 9. BLACK BUTTERFLY VC, 10. SUNNIVAD VC.
ທີມຍິງມີ: 5 ທີມ ຄື: 1. ກົມໃຫຍ່ການເມືອງກອງທັບ, 2. ສະໂມສອນກະຊວງປ້ອງກັນປະເທດ 3. ສະໂມສອນວຽງຈັນ, 4. S.E.C VC, 5. SNK Saysettha VC.
ລາງວັນຂອງການແຂ່ງຂັນຄັ້ງນີ້ປະກອບມີ
ປະເພດຊາຍ:
– ຊະນະເລີດ ໄດ້ຮັບຂັນ 1 ໜ່ວຍ, ຫຼຽນຄຳ ແລະ ເງິນສົດ 30.000.000 ກີບ
– ຮອງຊະນະເລີດ ໄດ້ຮັບ ຫຼຽນເງິນ ແລະ ເງິນສົດ 20.000.000 ກີບ
– ອັນດັບທີ 3 ໄດ້ຮັບ ຫຼຽນທອງ ແລະ ເງິນສົດ 17.000.000 ກີບ
– ອັນດັບທີ 4 ໄດ້ຮັບ ເງິນສົດ 14.000.000 ກີບ
– ອັນດັບທີ 5 ໄດ້ຮັບ ເງິນສົດ 12.000.000 ກີບ
– ອັນດັບທີ 6 ໄດ້ຮັບ ເງິນສົດ 9.000.000 ກີບ
– ອັນດັບທີ 7 ໄດ້ຮັບ ເງິນສົດ 8.000.000 ກີບ
– ອັນດັບທີ 8 ໄດ້ຮັບ ເງິນສົດ 7.000.000 ກີບ
– ອັນດັບທີ 9 ໄດ້ຮັບ ເງິນສົດ 6.000.000 ກີບ
– ອັນດັບທີ 10 ໄດ້ຮັບ ເງິນສົດ 5.000.000 ກີບ
ປະເພດຍິງ:
– ຊະນະເລີດ ໄດ້ຮັບຂັນ 1 ໜ່ວຍ, ຫຼຽນຄໍາ ແລະ ເງິນສົດ 20.000.000 ກີບ
– ຮອງຊະນະເລີດ ໄດ້ຮັບ ຫຼຽນເງິນ ແລະ ເງິນສົດ 15.000.000 ກີບ
– ອັນດັບທີ 3 ໄດ້ຮັບ ຫຼຽນທອງ ແລະ ເງິນສົດ 12.000.000 ກີບ
– ອັນດັບທີ 4 ໄດ້ຮັບ ເງິນສົດ 10.000.000 ກີບ
– ອັນດັບທີ 5 ໄດ້ຮັບ ເງິນສົດ 8.000.000 ກີບ
ນອກຈາກລາງວັນຕ່າງໆ ທີ່ກ່າວມາຂ້າງເທິງແລ້ວ, ພວກເຮົາຍັງມີລາງວັນສໍາລັບບຸກຄົນ ແລະ ສຳລັບນັກກິລາທີ່ດີເດັ່ນເຊັ່ນກັນ. ລວມເງິນລາງວັນທັງໝົດ ມູນຄ່າກວ່າ 290.000.000 ກີບ.
ພິເສດ ເພື່ອສ້າງສີສັນໃຫ້ແກ່ງານແຂ່ງຂັນຄັ້ງນີ້ ແລະ ໂດຍໄດ້ຮັບການສະໜັບສະໜູນຈາກ ບໍລິສັດ SPP ຈຳກັດຜູ້ດຽວ, ໃນງານແຂ່ງຂັນຄັ້ງນີ້ ພວກເຮົາຍັງໄດ້ຈັດໃຫ້ມີການແຂ່ງຂັນ ຮຸ່ນ ຊີເນຍ ຊຶ່ງຂັນ SPP Master Cup ຊຶ່ງເປັນການໂຮມເອົານັກກິລາ ທີ່ເຄີຍມີຜົນງານໃນອາດີດມາແຂ່ງຂັນກັນ ໂດຍມີທັງໝົດ 4 ທີມເຂົ້າຮ່ວມ ຄື: ອະດີດນັກກິລາທີມກອງທັບ, ອະດີດນັກກິລາ ທີມ ຄູຝຶກ ມາຊາຮີໂລ ອີໂຕ (ຫຼື ເອີ້ນສັ້ນໆ ວ່າ ທີມ ITO), ອະດີດນັກກິລາ ກົມການບິນ ແລະ ທີມເພື່ອນຮັກບານສົ່ງ ມາເຂົ້າຮ່ວມການແຂ່ງຂັນ ອີກດ້ວຍ.
ຂ່າວ: Larh Creators