ບາງພືດຜັກ ທີ່ເໝາະແກ່ການປູກ ໃນລະດູຝົນ

27 Sep 2024

ຄລິກແຊຣ໌ 0 Facebook WhatsApp

ລະດູຝົນ ເປັນລະດູການທີ່ປູກພືດຜັກຍາກ ເນື່ອງຈາກຈະເກີດພະຍາດຫຼາຍຢ່າງກັບຜັກເຊັ່ນ: ຮາກ-ລຳຕົ້ນ-ໃບເໜົ່າ, ເພ້ຍ, ແມງໄມ້, ໃບລາຍບໍ່ງາມ….ເຊິ່ງຜັກຫຼາຍຊະນິດກໍ່ປູກບໍ່ຂຶ້ນ, ແຕ່ກໍຈະມີບາງຊະນິດທີ່ງາມ ແລະ ບາງຊະນິດພໍປູກໄດ້ແຕ່ບໍ່ງາມ. ດັ່ງນັ້ນມື້ນີ້ເຮົາມາເບິ່ງວ່າມີຜັກຊະນິດໃດແນ່ ທີ່ສາມາດປູກໃນຊ່ວງໜ້າຝົນໄດ້.

อาจเป็นรูปภาพของ คะน้าฝรั่ง

▶ເຖິງຈະມີຝົນຕົກໜັກ ແຕ່ອາກາດກໍຮ້ອນອົບເອົ້າ ຈຶ່ງເໝາະແກ່ການປູກພືດກິນໃບ, ກິນໝາກ ທີ່ມີຄວາມທົນທານກັບນໍ້າຝົນໄດ້ດີ ແລະ ໃຊ້ເວລາປູກສັ້ນໆປະມານ  1-2 ເດືອນ ກໍສາມາດເກັບມາບໍລິໂພກໄດ້ແລ້ວ ເຊັ່ນ: ຜັກກາດຕີນໝີ, ຜັກກາດກວາງຕູ້ງ, ຜັກບົ້ງ, ຜັກກາດນາ, ຜັກກາດຊອມ, ຜັກກາດຫົວ, ຫົວໃຊ່ທ້າວ, ໝາກບວບ, ໝາກເຂືອ, ຖົ່ວດິນ, ໝາກຖົ່ວຝັກຍາວ, ໝາກຖົ່ວພູ, ກະຈຽບຂຽວ ເປັນຕົ້ນ, ເຊິ່ງພວກເຮົາຈະນຳເອົາບາງເຕັກນິກ ຂອງການປູກຜັກບາງຊະນິດໃນນີ້ມາຝາກ.

อาจเป็นรูปภาพของ คะน้าฝรั่ง

▶ວິທີປູກໝາກອຶ: ນຳແກ່ນ ແກ່ທີ່ຕາກແຫ້ງມາຍອດລົງຂຸມທີ່ຂຸດໄວ້ ປະມານ 2-4 ແກ່ນ ເອົາດິນຖົມ ພ້ອມຫົດນໍ້າໃຫ້ຊຸ່ມ ໃຊ້ເວລາ 3-5 ມື້ແກ່ນໝາກອຶກໍຈະເລີ່ມແຕກໜໍ່ ພໍຕົ້ນໄດ້ອາຍຸ 15 ມື້ ຕົ້ນໝາກອຶອ່ອນຈະມີໃບປົ່ງອອກ 2-3 ໃບ (ບາງຄົນກໍຈະເພາະພັນເບ້ຍ ແລ້ວເອົາໄປລົງດິນ ເມື່ອເບ້ຍມີອາຍຸ 15 ມື້) ຈາກນັ້ນເມື່ອໄດ້ເດືອນກໍໃຫ້ໃສ່ຝຸ່ນ ແລະ ດູແລໄປຈົນກວ່າເຄືອໝາກອຶຈະອອກດອກ ແລະ ເລີ່ມອອກໝາກອ່ອນ ໃຫ້ເລືອກເອົາໝາກທີ່ສົມບູນ ເພື່ອປະໄວ້ໃຫ້ແກ່ ກາຍນັ້ນເມື່ອໜ່ວຍອ່ອນ  ໃຫຍ່ຊໍ່າກຳປໍ້າ ກໍສາມາດເອົາໄປປຸງແຕ່ງອາຫານໄດ້.

อาจเป็นรูปภาพของ ตู้ป้องกันความเย็น, คะน้าฝรั่ง และ ผักชาร์ด

▶ພໍອາຍຸໝາກອຶໄດ້ 150 ມື້ຜິວເປືອກຈະເປັນສີເຫຼືອງໆ ແລະ ມີລາຍຊັດເຈນຂຶ້ນ ຈາກນັ້ນກໍປະຈົນກວ່າມັນຈະແກ່ເຕັມໂຕ ເຖິງວ່າເຄືອມັນຈະແຫ່ວໃກ້ຕາຍກໍປະໄວ້ກ່ອນ.

▶ວິທີປູກຜັກກາດຊອມ: ຂຸດໝານ ພວນດິນ ຫຼື ຈະປູກໃສ່ກະຖັງ ກໍໃຫ້ໃຫ້ນີ້ວມື ຫຼື ໄມ້ ເຈາະເປັນຂຸມລຽນກັນເລິກປະມານ 1-2 ຂໍ້ມື ຈາກນັ້ນກໍໃຫ້ເອົາແກ່ນຜັກກາດລົງໃສ່ປະມານ 1-2 ແກ່ນຕໍ່ຂຸມແລ້ວຖົມ ຫົດນໍ້າໃຫ້ດິນຊຸມ ປະມານ 7-10 ມື້ຕົ້ນອ່ອນກໍຈະງອກຂຶ້ນມາ (ຖ້າຫວ່ານແນວເຮັດພັນ ກໍສາມາດຍ້າຍລົງໄປໃສ່ໝານໄດ້) ເມື່ອອາຍຸໄດ້ 20 ມື້ ຫາ 1 ເດືອນກໍໃສ່ຝຸ່ນ ແລະ ປຸ໋ຍໄດ້ ພໍໄດ້ 45-50 ມື້ ກໍສາມາດເກັບນຳໄປປຸງແຕ່ງອາຫານໄດ້.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ