ເອດີບີ ປະເມີນການເຕີບໂຕດ້ານເສດຖະກິດພາກພື້ນອາຊີ – ປາຊີຟິກປີນີ້ ຈະຢູ່ໃນລະດັບ 5%

0
301

ທະນາຄານພັດທະນາອາຊີ ຫຼື ເອດີບີ ໄດ້ເຜີຍແຜ່ບົດລາຍງານພາຍໃຕ້ຫົວຂໍ້ “ ຈ້ອງມອງເບິ່ງການພັດທະນາຂອງອາຊີ ໃນປີ 2024 ( ສະບັບເດືອນກັນຍາ )” ໃນວັນທີ 25 ກັນຍາ ໂດຍຄາດຄະເນວ່າການເຕີບໂຕດ້ານເສດຖະກິດຂອງພາກພື້ນອາຊີ – ປາຊີຟິກ ໃນປີ 2024 ຈະຢູ່ໃນລະດັບ 5%, ຂະນະທີ່ປີ 2025 ຈະເຕີບໂຕ 4,9%; ໃນນັ້ນ ການເຕີບໂຕດ້ານເສດຖະກິດຂອງຈີນ ໃນປີ 2024 ຄາດວ່າຈະຢູ່ໃນລະດັບ 4,8% ແລະ ປີ 2025 ຈະຢູ່ໃນລະດັບ 4,5%.

อาจเป็นรูปภาพของ หนึ่งคนขึ้นไป, รถลาก, ตึกระฟ้า, ถนน, ถนน และ ข้อความ

ບົດລາຍງານສະບັບດັ່ງກ່າວ ຍັງລະບຸວ່າ: ກຸ່ມເສດຖະກິດພວມພັດທະນາໃນອາຊີ ໄດ້ຮັກສາພະລັງແຮງແຫ່ງການເຕີບໂຕດ້ານເສດຖະກິດໃນ 6 ເດືອນຕົ້ນປີ 2024, ໄພເງິນເຟີ້ໄດ້ຫຼຸດລົງຢ່າງຕໍ່ເນື່ອງ, ອັດຕາໄພເງິນເຟີ້ຕົ້ນຕໍໄດ້ຫຼຸດລົງຮອດລະດັບກ່ອນການແຜ່ລະບາດຂອງພະຍາດໂຄ   ວິດ – 19.

ພ້ອມດຽວກັນນີ້, ການສົ່ງອອກສິນຄ້າຂອງກຸ່ມເສດຖະກິດພວມພັດທະນາເຫຼົ່ານີ້ໄດ້ເພີ່ມຂຶ້ນຢ່າງໝັ້ນທ່ຽງ. ໃນນັ້ນ, ວິສາຫະກິດວິທະຍາສາດເຕັກໂນໂລຊີທີ່ມີລາຍຮັບສູງ ແລະ ປະເທດຈີນ ໄດ້ສະໜອງແຮງຂັບເຄື່ອນຕົ້ນຕໍ. ນອກນີ້, ຕະຫຼາດການເງິນມີ ຄວາມຕ້ານທານຕໍ່ຄວາມກົດດັນອ່າວແຂງແຮງ, ເງິນຕາຂອງປະເທດຕ່າງໆໄດ້ຮັກສາຄວາມໝັ້ນທ່ຽງໂດຍພື້ນຖານ.

LEAVE A REPLY

Please enter your comment!
Please enter your name here