ສະໂມສອນ ສະປີລິທ ລະດົມທຶນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ທີ່ແຂວງຫຼວງນໍ້າທາ ອີກແຮງໜຶ່ງ

0
413

ສະໂມສອນ ສະປີລິທ (SPIRIT ACADEMY) ຮ່ວມກັບ ໂຮງຫມໍເຫລັກໄຊ, ຜູ້ປົກຄອງ ແລະ ນັກກິລາ ໄດ້ຮ່ວມກິດຈະກຳບານເຕະ ລະດົມທຶນເພື່ອບໍລິຈາກ ໃຫ້ຜູ້ປະສົບໄພນໍ້າຖ້ວມ ແຂວງຫລວງນໍ້າທາ ຈຳນວນ 29 ຄອບຄົວ ບ້ານຊົນເຜົ່າສົບຕຸດ ສາມາດລະດົມທຶນໄດ້ລວມມູນຄ່າ 4.290.000 ກີບ ແລະ ໄປມອບໃນຕົ້ນອາທິດນີ້.
ນອກນັ້ນ, ແຜນຕໍ່ໄປໃນວັນເສົາທີ 28 ກັນຍາ 2024 ຈະນຳພາຄູເຝຶກ ຜູ້ປົກຄອງ ແລະ ນັກກິລາຮ່ວມກິດຈະກຳບານເຕະ ກັບ ເດັກນ້ອຍພິເສດພິການຫູທີ່ໂຮງຮຽນປະຖົມ ມືແຫ່ງຄວາມຫັວງ (Hands of Hope) ຫລັກ 18, ໃນນັ້ນ ຄູເຝຶກ ຜູ້ປົກຄອງ ນັກກິລາ ຈະໄດ້ມອບເຄື່ອງ ແລະ ຮັບປະທານອາຫານສວຍຮ່ວມກັນກັບນ້ອງໆ.
ສໍາລັບ ແຜນໃນອານາຄົດທາງສະໂມສອນ ສະປີລິທ ຈະໄດ້ລະດົມທຶນຈັດການແຂ່ງຂັນຕື່ມອີກ ເພື່ອສ້າງກິດຈະກຳກິລາບານເຕະຮ່ວມກັນ ພ້ອມມອບອຸປະກອນເຄື່ອງກິລາ ແລະ ອາຫານໃຫ້ແກ່ ໂຮງຮຽນ ແລະ ສູນເດັກພິການເດັກ ແລະ ສູນບຳບັດຢາເສບຕິດໃນນະຄອນຫລວງ.

LEAVE A REPLY

Please enter your comment!
Please enter your name here