ທີມຊາດລາວ ໃນຮຸ່ນອາຍຸບໍ່ເກີນ 20 ປີ ຫຼື ພ້ອມແລ້ວທີ່ຈະລົງສະໜາມເປັນເຈົ້າພາບໃນການແຂ່ງຂັນບານເຕະຊີງແຊັມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ 2025 ( AFC U20 ASIAN CUP 2025 Qualifiers ) ຈັດຂຶ້ນທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ນະຄອນຫຼວງວຽງຈັນ ສປປ ລາວ ໄດ້ຮັບກຽດເຈົ້າພາບກຸ່ມ G ລະຫວ່າງວັນທີ 25-29 ກັນຍາ 2024.
ພິທີຖະແຫຼງຂ່າວກະກຽມຄວາມພ້ອມກ່ອນແຂ່ງຂັນ ຈັດຂຶ້ນ ໃນຕອນເຊົ້າວັນທີ 24 ກັນຍາ 2024 ທີ່ໂຮງແຮມແລນມາກ ຣີເວີໄຊ ໂດຍມີຫົວໜ້າຄູຝຶກ ພ້ອມດ້ວຍຄະນະຄູຝຶກຂອງທັງ 4 ຊາດ ກໍຄື ທີມຊາດອີຣານ, ທີມຊາດອິນເດຍ, ທີມຊາດໄຕ້ຫວັນ ແລະ ທີມຊາດລາວ ເຂົ້າຮ່ວມຢ່າງພ້ອມພຽງ ເຊິ່ງໃນພິທີແຕ່ລະຊາດກໍລາຍການຄວາມພ້ອມຂອງທີມຕົວເອງ ແລະ ເປົ້າໝາຍໃນການເຂົ້າຮ່ວມແຂ່ງຂັນຄັ້ງນີ້.
ໂດຍສະເພາະ ທ່ານ ຈອງ ເຈ ຄວອນ (Jung Jae-Kwon) ຫົວໜ້າຄູຝຶກທີມຊາດລາວ ຮຸ່ນອາຍຸ 20 ປີ ກ່າວວ່າ: ພວກເຮົາມີເວລາເກັບຕົວຝຶກຊ້ອມຮ່ວມກັນພຽງ 3 ອາທິດ ແຕ່ກໍສັງເກດເຫັນໄດ້ວ່ານັກກິລາທີມຊາດລາວ ທຸກຄົນມີຄວາມຫ້າວຫັນ, ກະຕືລືລົ້ນ ແລະ ມີຄວາມເຂົ້າໃຈປັບຕົວເຂົ້າກັບແຜນລະບົບການຫຼິ້ນທີ່ຂ້າພະເຈົ້າໄດ້ວາງແຜນໃຫ້ ໄດ້ເປັນຢ່າງດີ ເຊື່ອວ່າ ເກມໃນມື້ອື່ນນີ້ ນັກກິລາລາວ ຈະສ້າງຜົນງານໄດ້ດີ ແລະ ຈະເຫັນຮູບເກມການຫຼິ້ນທີ່ວ່ອງໄວ ແລະ ທີມເວີກທີ່ີພວກເຮົາຕ້ອງການ.
ຂະນະທີ່ ປີເຕີ ພັນທະວົງ ຫົວໜ້າທີມຊາດລາວ ຢູ 20 ໃຫ້ສຳພາດວ່າ: ປັດຈຸບັນບັນດານັກກິລາບານເຕະເພື່ອນຮ່ວມທີມຊາດລາວ ທຸກຄົນມີກໍາລັງທີ່ດີ ພວກເຮົາທຸກຄົນພ້ອມແລ້ວທີ່ຈະລົງສະໜາມໄລ່ລ່າ 3 ຄະແນນ ຈາກທີມຊາດອີຣານ ຮຽກຮ້ອງເຖິງກອງເຊຍລາວ ມາຮ່ວມຊົມ-ເຊຍພວກເຮົາຕິດຂອບສະໜາມແລ້ວ ພວກເຮົາຈະເຮັດໃຫ້ເຕັມທີ່.
ສໍາລັບ ຕາຕະລາງແຂ່ງຂັນຂອງທີມຊາດລາວ ປະກອບມີຄື:
– ວັນທີ 25/09/2024 ເວລາ 19:00 ອີຣານ ພົບ ລາວ
– ວັນທີ 27/09/2024 ເວລາ 19:00 ລາວ ພົບ ມົງໂກລີ
– ວັນທີ 29/09/2024 ເວລາ 19:00 ອິນເດຍ ພົບ ລາວ
ເຊິ່ງທຸກໆນັດແຂ່ງຂັນທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ທ່ານສາມາດຊື້ປີ້ເຂົ້າຊົມໜ້າສະໜາມພຽງ 10.000 ກີບຕໍ່ປີ້ ຫຼື ເບິ່ງການຖ່າຍທອດສົດຜ່ານຊ່ອງຢູທູບຂອງ ສະຫະພັນບານເຕະແຫ່ງຊາດລາວຊ່ອງ “ LAOFF TV ສະຫະພັນບານເຕະແຫ່ງຊາດລາວ ”
ຂ່າວ-ຮູບຈາກ: Larh Creators