ກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ສະຫະພັນບານເຕະຄົນພິການຕາແຫ່ງຊາດລາວ ຈັດກອງປະຊຸມເພື່ອປືກສາຫາລື ກຽມຄວາມພ້ອມຈັດກອງປະຊຸມຝຶກອົບຮົມ ຄູຝຶກ ແລະ ຜູ້ຕັດສິນ ກິລາບານເຕະຄົນພິການຕາ ລະດັບອາຊີຕາເວັ້ນອອກສ່ຽງໃຕ້ (ອາຊຽນ) ຫຼື IBSA Blind Football – Southeast Asia 2024 ໃນລະຫວ່າງວັນທີ 04 -08 ຕຸລາ 2024 ທີ່ນະຄອນຫຼວງວຽງຈັນ ເມື່ອບໍ່ດົນມານີ້ ພາຍໃຕ້ການເປັນປະທານໂດຍທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ທັງເປັນຮອງປະທານ-ເລຂາທິການຄະນະກຳມະການພາຣາແລມປິກແຫ່ງຊາດລາວ ແລະ ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານສະຫະພັນບານເຕະຄົນພິການຕາແຫ່ງຊາດລາວ ພ້ອມດ້ວຍພະນັກງານທັງສອງຝ່າຍເຂົ້າຮ່ວມ.
ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ໃຫ້ຮູ້ວ່າ: ໃນການປືກສາຫາລືຮ່ວມກັນໃນຄັ້ງນີ້ ແມ່ນໄດ້ຕົກລົງເປັນເອກະພາບກັນໃນວຽກງານຫຼາຍດ້ານ ໂດຍສະເພາະສະຖານທີຈັດຝຶກອົບຮົມ ພວກເຮົາຈະນຳໃຊ້ຫ້ອງປະຊຸມ ແລະ ເດີ່ນກິລາ ບານເຕະ ເບ ສະຫວັນ ເອັບຊີ ຢູ່ທີ່ ບ້ານ ຄຳສະຫວາດ, ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ສ່ວນທີ່ພັກຂອງຜູ້ເຂົ້າຮ່ວມຝຶກອົບຮົມ ແລະ ຊຽວຊານ ແມ່ນໂຮງແຮມ ເດິຄິວ ລີຊາຍເດ້ນ ຕັ້ງຢູ່ເຂດ ເສດຖະກິດພິເສດບຶງທາດຫຼວງ ບ້ານ ໂພນທັນ ເມືອງໄຊເສດຖາ ໂດຍຈະມີລົດຮັບສົ່ງໃນຊ່ວງໄລຍະຝຶກອົບຮົມ ແລະ ການເດີ່ນທາງໄປກັບຈາກສະໜາມບິນ ທາງສະຫະພັນໄດ້ກະກຽມລົດຕູ້ 12 ບ່ອນນັ່ງ ຈຳນວນ 2 ຄັນ ເພື້ອຮັບໃຊ້ໃນໄລຍະດຳເນີນການຝຶກອົບຮົມອີກດ້ວຍ.
ການຝຶກອົບຮົມ ຄາດວ່າຈະມີສຳມະນາກອນທັງໝົດ 22 ທ່ານ ມາຈາກ 6 ປະເທດ ຄື: ລາວ ມີ 10 ທ່ານ, ມຽນມາ 2 ທ່ານ, ກຳປູເຈຍ 2 ທ່ານ, ຫວຽດນາມ 2 ທ່ານ, ຟິລິປິນ 2 ທ່ານ, ຕີມໍເລສເຕ 2 ທ່ານ ແລະ ໄທ 2 ທ່ານ. ນອກຈາກນີ້, ກໍຍັງມີ ວິທະຍາກອນ ທີ່ຊ່ຽວຊານຈາກສາກົນ ຈຳນວນ 3 ທ່ານ ຊຶ່ງມາຈາກອາເຈນຕິນ່າ 1 ທ່ານ, ມາເລເຊຍ 1 ທ່ານ ແລະ ເກັຣກ 1 ທ່ານ ການດຳເນີນການຝຶກອົບຮົມຕົວຈິງ ແມ່ນຈະດຳເນີນ ພາຍໃນ 3 ມື້ ຄື: ວັນທີ 5-7/10/2024, ໃນນັ້ນ ຈະມີເນື້ອໃນທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງຢູ່ສະໜາມ
ຂ່າວໂດຍ ສົງການ ພັນແພງດີ