ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງ ອຸດສາຫະກໍາ ແລະ ການຄ້າ ສປປລາວ ພົບປະສອງຝ່າຍກັບ ທ່ານ ຫລີ ເຟີຍ ຮອງ ລັດຖະມົນຕີກະຊວງ ການຄ້າ (ປະທານຄະນະກໍາມະການຮ່ວມມື ຈີນ-ລາວ) ໃນວັນທີ 22 ກັນຍາ 2024 ທີ່ໂຮງແຮມ ຄາວພາຊາ ນະຄອນຫຼວງວຽງຈັນ
ການພົບປະຄັ້ງນີ້ ສອງຝ່າຍໄດ້ຍົກບັນຫາ

• ການເສີມຂະຫຍາຍ ແລະ ຮ່ວມມືດ້ານເສດຖະກິດ, ອຸດສາຫະກໍາ ແລະ ການຄ້າ ລາວ-ຈີນ
• ການສ້າງບົດບັນທຶກຄວາມເຂົ້າໃຈ (MOU ) ວ່າດ້ວຍ ການເພີ່ມທະວີການຮ່ວມມືດ້ານການຄ້າ ແລະ ການລົງທຶນ ສິນຄ້າກະສິກໍາ ລະຫວ່າງ ກະຊວງ ອຄ, ສປປ ລາວ ແລະ ກະຊວງການຄ້າ, ສປ ຈີນ. ເຊິ່ງຄາດວ່າຈະມີການລົງ ນາມໃນລະຫວ່າງ ການເດີນທາງມາ ຢ້ຽມຢາມ ສປປ ລາວ ຂອງ ທ່ານ ນາຍົກ ລັດຖະມົນຕີ ສປ ຈີນ ໃນເດືອນ ຕຸລາ 2024 ນີ້.
ສ່ວນ ບັນຫາ ຫຼື ຫົວຂໍ້ສໍາຄັນ ທີ່ທ່ານລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ (ສປປລາວ) ສະເໜີແລກປ່ຽນກັບຝ່າຍຈີນ

• ສືບຕໍ່ໃຫ້ການອໍານວຍຄວາມສະດວກໃນການສົ່ງອອກສິນຄ້າກະສິກໍາໄປ ຈີນ.
• ການປັບປຸງສັນຍາການຄ້າຊາຍແດນ ປີ 2016 ແລະ ສັນຍາການຄ້າ ການຄ້າສອງຝ່າຍ ປີ 1997.
• ການສ້າງສັນຍາສິນຄ້າຜ່ານແດນ/Goods in Transit (ສະເໜີສ້າງໃໝ່) ເຊິິ່ງປະຈຸບັນສອງຝ່າຍ ແມ່ນໃຊ້ກົນໄກ Freedom of transit of goods under the WTO commitment for Land Locke countries.
• ການຍົກລະດັບວິຊາການໃຫ້ແກ່ພະນັກງານ ໃນຫົວຂໍ້ ການຄຸມຄອງລາຄາສິນຄ້າ, ການບໍລິຫານຈັດການດ້ານໂລຈິດສະຕິກ, ການຄຸ້ມຄອງການຄ້າຂາຍແດນ, ການຄຸ້ມຄອງການຄ້າທາງເອເລັກໂຕຣນິກ ແລະ ການປຸງແຕ່ງສິນຄ້າກະສິກໍາສົ່ງອອກ.