ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈໍາເດືອນກັນຍາ 2024 ໄດ້ດຳເນີນໃນວັນທີ 20 ກັນຍາ 2024 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະ ມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄໍາເຫັນໃສ່ບັນດາຫົວຂໍ້ສໍາຄັນ ຄື:

ຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ ປະຈໍາປີ 2024 ແລະ ທິດທາງແຜນການປີ 2025 ຕິດພັນກັບຕີລາຄາການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ.
ລາຍງານຄວາມພ້ອມເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນໍາພາກພື້ນແມ່ນຳ້ຂອງ ຄັ້ງທີ VIII ທີ່ ສປ ຈີນ ແລະ ການກະກຽມຈັດກອງປະຊຸມໂຕະມົນ ປະຈຳປີ 2024.
ຮ່າງດຳລັດ ວ່າດ້ວຍກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ.
ຮ່າງດຳລັດ ວ່າດ້ວຍດ່ານ ເຂົ້າ-ອອກ ສປປ ລາວ.
ຜ່ານການຄົ້ນຄວ້າປຶກສາຫາລື, ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາບັນດາເນື້ອໃນ ກໍ່ຄືຫົວຂໍ້ທີ່ໄດ້ນຳມາພິຈາລະນາ ແລະ ມອບໃຫ້ກະຊວງ-ອົງການກ່ຽວຂ້ອງ ນຳໄປປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ຄື:
ຕໍ່ການຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ ປະຈຳປີ 2024 ແລະ ທິດທາງແຜນການປີ 2025 ຕິດພັນກັບການຕີລາຄາການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ: ໃຫ້ບັນດາກະຊວງ-ອົງການ ສືບຕໍ່ຍົກສູງຄວາມຮັບຜິດຊອບ ແລະ ຄວາມເປັນເຈົ້າການ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈໍາປີ 2024 ທີ່ສະພາແຫ່ງຊາດ ໄດ້ຮັບຮອງ ໃຫ້ເປັນຮູບປະທຳ ແລະ ປະສົບຜົນສຳເລັດຫຼາຍຂຶ້ນ. ສຸມໃສ່ແກ້ໄຂບັນດາຈຸດອ່ອນ, ຂໍ້ຄົງຄ້າງ ແລະ ອຸປະສັກຕ່າງໆ ທີ່ເປັນສິ່ງອັດຕັນຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ ແລະ ໃນຂົງເຂດທີ່ຕົນຮັບຜິດຊອບ ເພື່ອຮັບປະກັນສະຖຽນລະພາບທາງດ້ານການເມືອງໃຫ້ໜັກແໜ້ນ, ເສດຖະກິດໃຫ້ມີສະຖຽນລະພາບ ແລະ ໜັ້ນທ່ຽງ ບໍ່ໃຫ້ຕົກເຂົ້າໃນສະພາບວິກິດ ແລະ ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ; ເອົາໃຈໃສ່ຕິດຕາມ, ກວດກາ ແລະ ຊຸກຍູ້ ໃຫ້ບັນດາບໍລິສັດຂຸດຄົ້ນບໍ່ແຮ່ຕ່າງໆ ໃນຂອບເຂດທົ່ວປະເທດ ເອົາໃຈໃສ່ປະຕິບັດມາດຕະການປົກຮັກສາສິ່ງແວດລ້ອມ ຢ່າງເຂັ້ມງວດ; ສືບຕໍ່ເອົາໃຈໃສ່ຄຸ້ມຄອງ ແລະ ຄວບຄຸມລາຄາສິນຄ້າ ໂດຍສະເພາະ ສິນຄ້າຍຸດທະສາດ ຢ່າງເຄັ່ງຄັດ ແລະ ແຂງແຮງກວ່າເກົ່າ; ສະກັດກັ້ນການລັກລອບນຳເຂົ້າສິນຄ້າໜີພາສີ, ການຄ້າຂາຍນອກລະບົບ ທຸກຮູບແບບຕາມເຂດຊາຍແດນ; ສືບຕໍ່ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ໃນທົ່ວສັງຄົມ ໂດຍສະເພາະ ການແກ້ໄຂບັນຫາລົດເຖື່ອນ ແລະ ລົດນຳເຂົ້າບໍ່ຖືກຕ້ອງ, ບັນຫາມົ້ວສຸມ ແລະ ໃຊ້ສານເສບຕິດປະເພດຕ່າງໆ ຢູ່ຕາມສະຖານບັນເທີງ; ເອົາໃຈໃສ່ຕິດຕາມກວດກາ ແລະ ຄຸ້ມຄອງບັນດາສະຖາບັນການເງິນ ທີ່ບໍ່ແມ່ນທະນາຄານ ໃນການປ່ອຍສິນເຊື່ອ ທີ່ຈະເຮັດໃຫ້ປະຊາຊົນອັບປະໂຫຍດ ແລະ ເກີດປະກົດການຫຍໍ້ທໍ້ໃນສັງຄົມ; ສໍາລັບການຟື້ນຟູຜົນກະທົບຈາກໄພພິບັດນໍ້າຖ້ວມ ຢູ່ທ້ອງຖິ່ນຕ່າງໆ ໂດຍສະເພາະ ແຂວງຫຼວງນໍ້າທາ ໃຫ້ສຸມໃສ່ປັບປຸງສ້ອມແປງໂຄງລ່າງພື້ນຖານ, ກະກຽມສະໜອງແນວພັນພືດ-ພັນສັດ ສຳລັບການຜະລິດລະດູແລ້ງທີ່ຈະມາເຖິງ, ສືບຕໍ່ເອົາໃຈໃສ່ຕິດຕາມບັນຫາສຸຂະພາບ ແລະ ສຸຂະນາໄມຂອງປະຊາຊົນ ຢ່າງເປັນປົກກະຕິ, ເອົາໃຈໃສ່ຕອບໂຕ້ຂ່າວທີ່ບິດເບືອນ ແລະ ໃສ່ຮ້າຍປ້າຍສີຕ່າງໆ ຢ່າງແຂງແຮງ ແລະ ວ່ອງໄວທັນການ.
ສໍາລັບການກະກຽມສ້າງແຜນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈໍາປີ 2025 ໃຫ້ຄົ້ນຄວ້າກໍານົດມາດຕະການຈັດຕັ້ງປະຕິບັດໃຫ້ລະອຽດ ໂດຍມີການຈັດບູລິມະສິດໜ້າວຽກ ແລະ ການແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດໃຫ້ຈະແຈ້ງຂຶ້ນກວ່າເກົ່າ.
ຕໍ່ກັບການກະກຽມເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນໍາພາກພື້ນແມ່ນຳ້ຂອງ ຄັ້ງທີ VIII ທີ່ ສປ ຈີນ ແລະ ການກະກຽມຈັດກອງປະຊຸມໂຕະມົນ ປະຈຳປີ 2024: ໃຫ້ກະຊວງແຜນການ ແລະ ການລົງທຶນ ສືບຕໍ່ກະກຽມ. ສ່ວນຫົວຂໍ້ທີ່ ສປປ ລາວ ຈະປະກອບຄຳເຫັນ ໃຫ້ເໝາະສົມກັບຄຳຂວັນຂອງອາຊຽນ ຕິດພັນກັບການປົກປັກຮັກສາແມ່ນໍ້າຂອງ, ການນຳໃຊ້ ເພື່ອການພັດທະນາ, ການປ້ອງກັນ ແລະ ແກ້ໄຂໄພພິບັດ.
ຕໍ່ຮ່າງດຳລັດ ວ່າດ້ວຍກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ: ໃຫ້ພາກສ່ວນກ່ຽວຂ້ອງ ນໍາໄປປັບປຸງຕາມຄໍາເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ: ເພີ່ມມາດຕາ ແລະ ເນື້ອໃນ ກ່ຽວກັບຫຼັກການ ແລະ ກົນໄກການປະສານງານ ເຂົ້າຕື່ມ; ສັງລວມເນື້ອໃນ ໃຫ້ເປັນໝວດໝູ່ ແລະ ສັ້ນກະທັດຮັດ; ການກຳນົດບາງເນື້ອໃນ ໃຫ້ເຈາະຈົງບັນຫາເຂົ້າຕື່ມ ເພື່ອຫຼີກລ່ຽງເນື້ອໃນກວ້າງ ແລະ ກວມເອົາວຽກງານອື່ນ ເຊິ່ງຈະເຮັດໃຫ້ການຈັດຕັ້ງປະຕິບັດບໍ່ມີປະສິດທິຜົນ; ໂຄງປະກອບບຸກຄະລາກອນ ຂອງສະພາບໍລິຫານກອງທຶນຂັ້ນແຂວງ ໃຫ້ພິຈາລະນາກຳນົດເອົາຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ນະຄອນຫຼວງ ເປັນປະທານ, ພ້ອມນີ້ ກໍ່ໃຫ້ປະກອບບຸກຄະລາກອນຈາກພາກສ່ວນອື່ນທີ່ກ່ຽວຂ້ອງກັບວຽກງານດັ່ງກ່າວໃຫ້ຄົບຖ້ວນ; ການແບ່ງປັນລາຍຮັບ ທີ່ໄດ້ຈາກການດຳເນີນຄະດີກ່ຽວກັບຢາເສບຕິດ ໃຫ້ກຳນົດແຈ້ງ ແລະ ສອດຄ່ອງກັບກົດໝາຍ ແລະ ນິຕິກຳ ທີ່ໄດ້ປະກາດນຳໃຊ້ແລ້ວ.
ຕໍ່ຮ່າງດຳລັດ ວ່າດ້ວຍດ່ານ ເຂົ້າ-ອອກ ສປປ ລາວ: ໃຫ້ປັບປຸງເນື້ອໃນ ໃຫ້ມີຄວາມລະອຽດ,ຈະແຈ້ງ,ຮັດກຸມ, ຄົບຖ້ວນສົມບູນຂຶ້ນກວ່າເກົ່າ ແລະ ສາມາດຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດທິຜົນ ເປັນຕົ້ນ ຊື່ຮ່າງດຳລັດ, ໜ້າວຽກຢູ່ດ່ານສະໜາມບິນ, ວຽກການເງິນຂອງດ່ານຕ່າງໆ ພ້ອມທັງ ສົມທົບກັບຂະແໜງການກ່ຽວຂ້ອງ ໃນການກຳນົດລາຍການສິນຄ້າ ທີ່ສາມາດນຳເຂົ້າ-ສົ່ງອອກ ດ່ານປະເພດຕ່າງໆ ຢ່າງຖືກຕ້ອງ; ການກຳນົດຂະໜາດເນື້ອທີ່ຂອງດ່ານ ໃຫ້ຊັດເຈນ; ການປະກອບບຸກຄະລາກອນປະຈຳດ່ານ ແມ່ນບົນພື້ນຖານການປະສານສົມທົບ ລະຫວ່າງແຂວງ ແລະ ສູນກາງ.

ສຳລັບວຽກຈຸດສຸມຂອງລັດຖະບານ ໄລຍະນີ້ຮອດທ້າຍເດືອນ ຕຸລາ ຈະໄດ້ສືບຕໍ່ສຸມໃສ່ປະຕິບັດແຜນວຽກຈຸດສຸມ 06 ເດືອນທ້າຍປີ 2024 ທີ່ໄດ້ກໍານົດໄວ້ມະຕິກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ປີ 2024 ຕາມມະຕິສະບັບເລກທີ 08/ລບ, ລົງວັນທີ 24 ກໍລະກົດ 2024 ກໍຄືຄໍາເຫັນທີ່ເລຂາທິການໃຫຍ່, ປະທານປະເທດ ໄດ້ຊີ້ນໍາ ກ່ຽວກັບມາດຕະການໃໝ່ ເພື່ອແກ້ໄຂ 06 ບັນຫາເຄັ່ງຮ້ອນ ໃຫ້ບັນລຸ 09 ຄາດໝາຍສູ້ຊົນ ໂດຍເອົາໃຈໃສ່ 05 ວິທີເຮັດວຽກແບບບຸກທະລຸ, ສຸມໃສ່ແກ້ໄຂຜົນກະທົບຈາກໄພນ້ຳຖ້ວມ, ນ້ຳຊຸ ໂດຍສະເພາະຢູ່ແຂວງຫຼວງນ້ຳທາ. ພ້ອມນີ້ ກໍມີບາງວຽກຈຸດສຸມຈຳນວນໜຶ່ງຄື:
ສຸມໃສ່ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໂດຍສະເພາະ ການປ້ອງກັນເວນຍາມ ເພື່ອຮັບປະກັນຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຮອບດ້ານ ໃນໄລຍະກະກຽມ ແລະ ດຳເນີນກອງປະຊຸມສຸດຍອດອາຊຽນ ທີ່ຈະໄຂຂຶ້ນໃນເດືອນຕຸລານີ້, ລວມໄປເຖິງການແກ້ໄຂຕອບໂຕ້ຂ່າວປອມ, ຂ່າວບິດເບືອນຄວາມຈິງ ແລະ ໃສ່ຮ້າຍປ້າຍສີຕ່າງໆ ທີ່ຈະສົ່ງຜົນສະທ້ອນອັນບໍ່ດີຕໍ່ພາບພົດບົດບາດການເປັນປະທານອາຊຽນ ໃຫ້ວ່ອງໄວ ແລະ ທັນການ; ພ້ອມນີ້ ກໍເອົາໃຈໃສ່ຮັກຄວາມຄວາມເປັນລະບຽບຮຽບຮ້ອຍ ດ້ານການຈາລະຈອນຕາມຖະໜົນຫົນທາງ ໂດຍສະເພາະ ປັບປຸງສ້ອມແປງໄຟອຳນາດທີ່ເປ່ເພ…
ກະກຽມເນື້ອໃນທີ່ຈະລາຍງານ ຕໍ່ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 9 ສະໄໝທີ XI ເພື່ອນໍາເຂົ້າພິຈາລະນາຜ່ານກອງປະຊຸມກົມການເມືອງ ຮ່ວມກັບຄະນະເລຂາທິການສູນກາງພັກ.
ສຸມໃສ່ແກ້ໄຂຜົນກະທົບໄພນ້ຳຖ້ວມ ທີ່ເກີດຈາກພາຍຸຢາກິ, ພ້ອມກັນນີ້ ໃຫ້ພາກສ່ວນກ່ຽວຂ້ອງຮີບຮ້ອນປັບປຸງຄຳສັ່ງ ຂອງລັດຖະບານ ວ່າດ້ວຍມາດຕະການແກ້ໄຂ ແລະ ຟື້ນຟູຜົນກະທົບຈາກໄພນໍ້າຖ້ວມ ປີ 2024 ແລະ ແຜນຮັບມືໄພພິບັດທີ່ຈະເກີດຂຶ້ນໃນຕໍ່ໜ້າ.
ໃຫ້ຄະນະສະເພາະກິດ 19/ກມສພ ແລະ ຄະນະຊ່ວຍວຽກຕ່າງໆ ສືບຕໍ່ຍົກສູງຄວາມຮັບຜິດຊອບເຂົ້າໃນການປະຕິບັດບັນດາໜ້າວຽກ ທີ່ໄດ້ກຳນົດໄວ້ ໃຫ້ມີປະສິດທິຜົນສູງ.
ສືບຕໍ່ແກ້ໄຂບັນຫາຂາດເຂີນຄູ ແລະ ການປະລະການຮຽນ, ໃນນີ້ ໃຫ້ກະຊວງສຶກສາທິການ ແລະ ກິລາ ສົມທົບກັບກະຊວງການເງິນ ຄົ້ນຄວ້າການປະຕິບັດອັດຕາເບ້ຍລ້ຽງ ໃຫ້ນັກສຶກສາສາຍສ້າງຄູ, ແລ້ວລາຍງານກອງປະຊຸມລັດຖະ ບານ ເດືອນຕໍ່ໄປ.
ກະກຽມຄວາມພ້ອມຮອບດ້ານ ໃຫ້ແກ່ການນຳຂັ້ນສູງ ເດີນທາງໄປເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສະ ໄໝທີ 79 (UNGA79) ຢູ່ນິວຢອກ, ສະຫະລັດອາເມລິກາ ໃນທ້າຍເດືອນກັນຍານີ້ ແລະ ກອງປະຊຸມສຸດຍອດຜູ້ນຳອະນຸພາກພື້ນແມ່ນ້ຳຂອງ ຄັ້ງທີ 8 ໃນເດືອນພະຈິກ 2024; ສືບຕໍ່ສຸມໃສ່ກຽມຄວາມພ້ອມຮອບດ້ານ ໃຫ້ແກ່ການເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນ ທີ່ຈະໄຂຂຶ້ນໃນເດືອນຕຸລາ ທີ່ຈະມາເຖິງ; ສືບຕໍ່ຜັນຂະຫຍາຍຜົນການເດີນທາງໄປຢ້ຽມຢາມລັດຖະກິດ ສສ ຫວຽດນາມ ຂອງເລຂາທິການໃຫຍ່, ປະທານປະເທດ ແລະ ຜົນກອງປະຊຸມສອງກົມການເມືອງ ລາວ-ຫວຽດນາມ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.