ວັນທີ 20ກັນຍາ 2024 ໄດ້ຈັດກອງປະຊຸມປຶກ ສາຫາລື ລະຫວ່າງ ພາກລັດ-ທຸລະກິດຢູ່ແຂວງຈຳປາສັກ ກ່ຽວກັບບັນຫາທີ່ຕິດພັນກັບຂະແໜງທ່ອງທ່ຽວ ໂດຍເປັນປະທານຮ່ວມ ຂອງທ່ານ ຄຳແດງ ພົມມາພັກດີ ຮອງຫົວໜ້າພະແນກອຸດສະຫະກຳ ແລະ ການຄ້າ (ອຄ) ແລະ ທ່ານ ປະຈິດ ນໍລະແສງ ຮອງປະ ທານສະພາການຄ້າ ແລະ ອຸດສະຫະກຳ, ມີທ່ານ ປອ ວັນນະໄຊ ຊາດຕະກຸນ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ມີຕຳຫຼວດທ່ອງທ່ຽວ, ສະມາຄົມທ່ອງທ່ຽວ, ຜູ້ປະກອບການທຸລະ ກິດທ່ອງທ່ຽວ, ໂຮງແຮມ-ເຮືອນພັກ-ຮ້ານອາຫານເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ເພື່ອເປັນເວທີໃຫ້ ພາກລັດ ແລະ ພາກທຸລະກິດໄດ້ປຶກສາຫາລື ກ່ຽວກັບ ບັນຫາທີ່ກະທົບ ຕໍ່ຂະແໜງທຸລະກິດການທ່ອງທ່ຽວ ທີ່ຖືກຍົກຂຶ້ນໃນກອງປະຊຸມພາກທຸລະກິດທ່ອງທ່ຽວ ທີ່ຈັດຂຶ້ນໃນເດືອນມິຖຸ ນາ 2024 ທີ່ຜ່ານມາ. ກອງປະຊຸມໃນຄັ້ງນີ້ ແມ່ນສ່ວນໜຶ່ງ ຫຼື ຂັ້ນຕອນໜຶ່ງຂອງ ກົນໄກການປຶກສາຫາລື ລະຫວ່າງພາກລັດ ແລະ ພາກທຸລະກິດ (LPPD) ລະດັບແຂວງ ທີ່ແນໃສ່ ປັບປຸງສະພາບແວດ ລ້ອມການດໍາເນີນທຸລະກິດຢູ່ແຂວງຈຳປາສັກ ຂອງພວກເຮົາ.
ໃນກອງປະຊຸມ ກອງເລຂາສະພາການຄ້າ ແລະ ອຸດສາຫະກຳແຂວງຕາງໜ້າຂື້ນ ສະ ເໜີບັນຫາບູລິມະສິດ 6 ບັນຫາ ທີ່ສັງລວມມາຈາກ ຂະແໜງທອ່ງທ່ຽວ ຊຶ່ງເປັນບັນຫາທີ່ມີຄວາມສໍາຄັນ ຕໍ່ການຊຸກຍູ້ສົ່ງເສີມ ແລະ ອໍານວຍ ຄວາມສະດວກໃຫ້ແກ່ການດໍາເນີນທຸລະກິດໃນຂະແໜງການບໍລິການ ແລະ ທ່ອງທ່ຽວ ແນໃສ່ເພີ່ມທະວີການຮ່ວມມືໃນລະດັບອະນຸພາກພື້ນ, ພາກພື້ນ ແລະ ສາ ກົນ, ໃຫ້ສາມາດດຶງດູດນັກທ່ອງທ່ຽວ ແລະ ກາຍເປັນຈຸດໝາຍ ປາຍທາງແຫ່ງການທ່ອງ ທ່ຽວ ສໍາລັບ ສປປ.ລາວ ໃນຂັ້ນຕໍ່ໄປ.
ສຳລັບ 6 ບັນຫາທີ່ຕິດພັນກັບຂະແໜງທ່ອງ ທ່ຽວ ຊຶ່ງສະພາການຄ້າ ນຳມາຄົ້ນຄ້ວາໃນກອງປະຊຸມມີຄື:

-
ຄວາມບໍ່ເປັນທໍາໃຫ້ແກ່ບໍລິສັດທ່ອງທ່ຽວ ທີ່ໄດ້ຮັບອະນຸຍາດ ແລະ ການດໍາເນີນງານຂອງບໍລິສັດທ່ອງທ່ຽວ ທີ່ບໍ່ໄດ້ຮັບອະນຸຍາດ ໄດ້ເສຍພາສີຖືກຕ້ອງຕາມກົດໝາຍ;
-
ເພີ່ມປະສິດທິພາບໃນການປະສານສົມ ທົບກັບຂະແໜງ ການຕ່າງໆເພື່ອສົ່ງເສີມຂະ ແໜງການທ່ອງທ່ຽວ;
-
ການຂາດມາດຕະການທີ່ຊັດເຈນໃນການຊຸກຍູ້ສົ່ງເສີມການທ່ອງທ່ຽວ ຢູ່ຂັ້ນທ້ອງຖິ່ນ;
-
ການປະຕິບັດຕາມກົດລະບຽບ ທີ່ບໍ່ທົ່ວເຖິງ ກ່ຽວກັບການຕິດຕາມການທ່ອງທ່ຽວ;
-
ຂາດນະໂຍບາຍສົ່ງເສີມການຮ່ວມມືໃນລະດັບພາກພື້ນ ໃນຂະແໜງລົດທົ່ວນັກທ່ອງທ່ຽວຂອງຕຳຫຼວດທ່ອງທ່ຽວ;
-
ຂາດແຮງງານ ທີ່ມີທັກສະ ແລະ ຄວາມຮູ້ໃນຂະແໜງທ່ອງທ່ຽວ.
-
ທີ່ມາ: ສູນຂ່າວຊາວພາກໃຕ້.