ຕາມການລາຍງານຂອງ ທ່ານ ຄໍາຮູ້ ອ່ອນມະນີ ຫົວໜ້າພະແນກການເງິນແຂວງເຊກອງ ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດຂອງແຂວງ 8 ເດືອນປີ 2024 ສາມາດເກັບລາຍຮັບເຂົ້າງົບປະມານໄດ້ 318,96 ຕື້ກີບ ເທົ່າກັບ 106,88% ທຽບໃສ່ແຜນປີເທົ່າກັບ 106,88% ແລະ ທຽບໃສ່ໄລຍະດຽວຂອງປີ 2023 ເພີ່ມຂຶ້ນ 78,78%. ໃນນີ້, ລາຍຮັບພູດສູນກາງປະຕິບັດໄດ້ 72,27 ຕື້ກີບ ທຽບໃສ່ແຜນປີເທົ່າກັບ 93,77% ທຽບໃສ່ໄລຍະດຽວຂອງປີ 2023 ເພີ່ມຂຶ້ນ 770% ແລະ ລາຍຮັບພູດທ້ອງຖິ່ນປະຕິບັດໄດ້ 246,69 ຕື້ກີບ ທຽບໃສ່ແຜນປີເທົ່າກັບ 111,45% ທຽບໃສ່ໄລຍະດຽວຂອງປີ 2023 ເພີ່ມຂຶ້ນ 45%. ສ່ວນລາຍຈ່າຍປະຕິບັດໄດ້ 276,91 ຕື້ກີບ, ແຕ່ຄັງເງິນປະຕິບັດເບີກຈ່າຍຕົວຈິງ 250,77 ຕື້ກີບ ທຽບໃສ່ແຜນປີເທົ່າກັບ 64% ທຽບໃສ່ໄລຍະດຽວຂອງປີ 2023 ເພີ່ມຂຶ້ນ 3,9%.

ພ້ອມນີ້, ກໍໄດ້ເອົາໃຈໃສ່ຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດ ຖະກິດ-ການເງິນ, ປະຕິບັດດໍາລັດ ວ່າດ້ວຍລົດຂອງລັດ ສະບັບເລກທີ 599/ລບ ແລະບັນດານິຕິກໍາກ່ຽວຂ້ອງ ໂດຍໄດ້ແຕ່ງຕັ້ງຄະນະກໍາມະການຮັບຜິດຊອບຂັ້ນແຂວງ ແລະ ມອບໃຫ້ຂະແໜງຄຸ້ມຄອງຊັບສິນແຫ່ງລັດເປັນໃຈກາງ ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເກັບກໍາຂໍ້ມູນ-ຂຶ້ນບັນຊີພາຫານະ (ລົດລັດ) ຂອງພະແນກການຂັ້ນແຂວງ ແລະ 4 ຕົວເມືອງ; ທົ່ວແຂວງມີພາຫານະ (ລົດລັດ) ທັງໝົດ 681 ຄັນ. ໃນນີ້, ລົດໃຫຍ່ 221 ຄັນ ແລະ ລົດຈັກ 460 ຄັນ, ຕິດສະຕິກເກີລົດໃຫຍ່ສໍາເລັດແລ້ວ 144 ຄັນ, ສະສາງອອກ 23 ຄັນ ລາຍຮັບຈາກການສະສາງມອບເຂົ້າງົບປະມານ 1,29 ຕື້ກີບ (ປີ 2023). ສ່ວນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງນາຍົກລັດຖະມົນຕີ ວ່າດ້ວຍການສະສາງລົດຂອງລັດ ສະບັບເລກທີ 169/ນຍ, ລົງວັນທີ 28 ທັນວາ 2023, ມີພາຫານະ ພະນັກງານບໍານານຄຸ້ມຄອງນໍາໃຊ້ຈໍານວນ 49 ຄັນ, ສະສາງຈໍານວນ 13 ຄັນ ເປັນເງິນ 0,59 ຕື້ກີບ ແລະ ສ່ວນທີ່ຍັງຄ້າງແມ່ນຢູ່ໃນຂັ້ນຕອນປະສານສົມທົບຄືນກ່ຽວກັບມູນຄ່າຍັງບໍ່ທັນລະອຽດ ແລະ ຊັດເຈນ.

ທ່ານ ຄໍາຮູ້ ອ່ອນມະນີ ຍັງໃຫ້ຮູ້ອີກວ່າ: ໃນປີ 2024 ສູນກາງມອບຫົວໜ່ວຍວິສາຫະກິດໃຫ້ແຂວງຄຸ້ມຄອງ 19 ຫົວໜ່ວຍ ຖານຂໍ້ມູນລາຍຮັບປະມານ 101,5 ຕື້ກີບ, ໃນໄລຍະ 8 ເດືອນປີ 2024 ສາມາດເກັບໄດ້ແລ້ວ 182,03 ຕື້ກີບ ທຽບໃສ່ຖານຂໍ້ມູນລາຍຮັບທີ່ສູນກາງມອບໃຫ້ (101,5 ຕື້ກີບ) ປະຕິບັດໄດ້ 179,34% ທຽບໃສ່ໄລຍະດຽວປີ 2023 ເພີ່ມຂຶ້ນ 73,49%. ໃນນີ້, ລາຍຮັບອາກອນ 171,43 ຕື້ກີບ ແລະ ລາຍຮັບຊັບສິນ 10,60 ຕື້ກີບ.
ຂ່າວ-ພາບ: ສັນຍາ