ກອງປະຊຸມປຶກສາຫາລື ລະຫວ່າງ ລັດຖະມົນຕີເສດຖະກິດອາຊຽນ ແລະ ກະຊວງເສດຖະກິດ, ການຄ້າ ແລະ ອຸດສາຫະກໍາ ຂອງ ປະເທດ ຍີ່ປຸ່ນ ຄັ້ງທີ 30 ທີ່ ນະຄອນຫຼວງວຽງຈັນ ສປປ ລາວ ຈັດຂຶ້ນໃນວັນທີ 21 ກັນຍາ 2024 ທີ່ໂຮງແຮມ ຄາວພາຊ້າ ເປັນປະທານຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ໂຢຊິດະ ໂນບຸຮິໂລ ຮອງລັດຖະມົນຕີກະຊວງເສດຖະກິດ, ການຄ້າ ແລະ ອຸດສາຫະກໍາ ປະເທດ ຢີ່ປຸ່ນ ໃນນາມປະທານຮ່ວມ, ບັນດາທ່ານ ລັດຖະມົນຕີເສດຖະກິດອາຊຽນ, ທ່ານ ເລຂາທິການໃຫຍ່ອາຊຽນ, ທ່ານ ລັດຖະມົນຕີ ກະຊວງການຄ້າ ແລະ ອຸດສາຫະກໍາ ຈາກປະເທດຕີມໍເລດສເຕ ແລະ ບັນດາຫົວໜ້າຄະນະຜູ້ແທນ ເຂົ້າຮ່ວມ.
ທ່ານ ມະໄລທອງ ກົມມະສິດ ກ່າວວ່າ: ອາຊຽນ ແລະ ຍີ່ປຸ່ນ ເປັນຄູ່ຮ່ວມມືທາງດ້ານເສດຖະກິດທີ່ຍາວນານ ແລະ ມີການເຊື່ອມໂຍງທາງການຄ້າ ແລະ ການລົງທຶນທີ່ເຂັ້ມແຂງ. ໃນປີ 2023 ການຄ້າດ້ານສິນຄ້າ ລະຫວ່າງ ອາຊຽນ ແລະ ຍີ່ປຸ່ນ ມີມູນຄ່າ 239,5 ຕື້ໂດລາສະຫະລັດ, ກວມເອົາ 6,8% ຂອງມູນຄ່າການຄ້າທັງໝົດຂອງອາຊຽນ, ເຮັດໃຫ້ ຍີ່ປຸ່ນ ເປັນຄູ່ຄ້າອັນດັບທີ 4 ຂອງອາຊຽນ.
ພ້ອມກັນນັ້ນ, ມູນຄ່າການລົງທຶນໂດຍກົງ (FDI) ຂອງນັກລົງທຶນ ຈາກຍີ່ປຸ່ນ ຢູ່ບັນດາປະເທດສະມາຊິກອາຊຽນ ມີປະມານ 14,5 ຕື້ໂດລາສະຫະລັດ, ກວມເອົາ 6,3% ຂອງມູນຄ່າການລົງທຶນໂດຍກົງຈາກຕ່າງປະເທດ ຢູ່ໃນອາຊຽນ ໃນປີ 2023, ເຮັດໃຫ້ຍີ່ປຸ່ນ ເປັນອັນດັບທີ 5 ຂອງບັນດາປະເທດທີ່ມີມູນຄ່າການລົງທຶນຫຼາຍຢູ່ໃນອາຊຽນ.
ປີຜ່ານມາ ພວກເຮົາໄດ້ມີການປຶກສາຫາລື ໃນຫຼາຍບັນຫາທີ່ຕິດພັນກັບການຮ່ວມມື ລະຫວ່າງ ອາຊຽນ ແລະ ຍີ່ປຸ່ນ ເຊິ່ງໃນນັ້ນ ພວກເຮົາໄດ້ປຶກສາຫາລື ກ່ຽວກັບ ແຜນງານການຮ່ວມມືລະຫວ່າງ ອາຊຽນ ແລະ ຢີ່ປຸ່ນ, ການພັດທະນາເສດຖະກິດແບບຍືນຍົງ, ການນໍາໃຊ້ເຕັກໂນໂລຊີເຂົ້າໃນວຽກງານການຄ້າ ແລະ ການລົງທຶນ ແລະ ການສ້າງຄວາມເຂັ້ມແຂງແກ່ຕ່ອງໂສ້ການສະໜອງ. ພວກເຮົາ ຍັງໄດ້ຮັບຮອງເອົາແຜນສົ່ງເສີມນະວັດຕະກໍາ ແລະ ພັດທະນາເສດຖະກິດແບບຍືນຍົງ ລະຫວ່າງ ອາຊຽນ ແລະ ຍີ່ປຸ່ນ ໄລຍະປີ 2023-2033. ພວກເຮົາ ໄດ້ຮັບຊາບກ່ຽວກັບຄວາມຄືບໜ້າຂອງການສ້າງຕັ້ງສູນນະວັດຕະກໍາດີຈີຕອນ ແລະ ເສດຖະກິດແບບຍືນຍົງ ຂອງສະຖາບັນຄົ້ນຄວ້າເສດຖະກິດອາຊຽນ ແລະ ອາຊີຕາເວັນອອກ (ERIA).
ເພື່ອສືບຕໍ່ການຮ່ວມມືດັ່ງກ່າວ, ກອງປະຊຸມພວກເຮົາໃນມື້ນີ້ ຈະໄດ້ເນັ້ນໃສ່ທົບທວນຄືນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ ສັນຍາການຮ່ວມມືທາງເສດຖະກິດຮອບ ດ້ານ ແລະ ແຜນການຮ່ວມມືທາງເສດຖະກິດ ໂດຍສະເພາະການຈັດຕັ້ງປະຕິບັດແຜນສົ່ງເສີມນະວັດຕະກໍາ ແລະ ພັດທະນາເສດຖະກິດແບບຍືນຍົງ ລະຫວ່າງ ອາຊຽນ ແລະ ຍີ່ປຸ່ນ. ພ້ອມນັ້ນ, ພວກເຮົາ ຈະແລກປ່ຽນທັດສະນະ ຕໍ່ກັບ ຂໍ້ສະເໜີຂອງສະພາການຄ້າ ແລະ ອຸດສາຫະກໍາຂອງຍີ່ປຸ່ນ ແລະ ຮັບຟັງການລາຍງານກ່ຽວກັບ ການກະກຽມກອງປະຊຸມສຸດຍອດ ລະຫວ່າງ ອາຊຽນ ແລະ ຍີ່ປຸ່ນ ຄັ້ງທີ 27.