ວັນທີ 20 ກັນຍາ 2024, ພົອ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຕ້ອນຮັບຄະນະສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສາທາລະນະລັດເກົາຫຼີ (ສ.ເກົາຫຼີ) ເຊິ່ງນຳໂດຍ ທ່ານ ນາງ ຢູ ຮັນ ສຸກ ປະທານສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສ.ເກົາຫຼີ, ມີຕາງໜ້າຈາກກອງບັນຊາການຕຳຫຼວດແຂວງ ຊຸງ ຊອງ ແລະ ຕຳຫຼວດແຂວງ ຊຸງ ນໍາ, ພ້ອມຄະນະ.
ເນື່ອງໃນໂອກາດຄະນະດັ່ງກ່າວ ກໍ່ໄດ້ມີພິທີມອບ-ຮັບ ພາຫະນະ ແລະ ເຄື່ອງຮັບໃຊ້ວຽກງານວິຊາສະເພາະ ໃຫ້ກະຊວງປ້ອງກັນຄວາມສະຫງົບລາວ ເພື່ອນໍາໃຊ້ເຂົ້າໃນການປະຕິບັດວຽກງານວິຊາສະເພາະ ຮັບໃຊ້ວຽກງານປ້ອງກັນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ໃນຕົ້ນເດືອນ ຕຸລາ ປີ 2024ນີ້ ເຊິ່ງປະກອບມີ: ລົດຕຳຫຼວດ ປະເພດ ລົດເກັງ 20 ຄັນ, ລົດຈັກເປີດທາງ 5 ຄັນ ແລະ ຄ້ອນໄຟຟ້າ 100 ອັນ ລວມມູນຄ່າ 661,200 ໂດລາ.
ໂອກາດນີ້, ພົອ ວິໄລ ຫຼ້າຄໍາຟອງ ກ່າວວ່າ: ການໄດ້ຮັບເຄື່ອງໃນຄັ້ງນີ້ ແມ່ນການຊ່ວຍເຫຼືອສຸດທີ່ມີຄວາມໝາຍສໍາຄັນຫຼາຍ, ທັງເປັນການປະກອບສ່ວນອັນໃຫຍ່ຫຼວງ ທີ່ສະແດງໃຫ້ເຫັນເຖິງມູນເຊື້ອໃນການພົວພັນຮ່ວມມືຮອບດ້ານຂອງ ສອງພັກ, ສອງລັດຖະບານ ກໍຄື ປະຊາຊົນສອງຊາດ ລາວ-ເກົາຫຼີ ເວົ້າລວມ, ເວົ້າສະເພາະ ແມ່ນກຳລັງປ້ອງກັນຄວາມສະຫງົບລາວ ກັບ ຄະນະສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສາທາລະນະລັດເກົາຫຼີ ທີ່ມີມູນເຊື້ອຮັກແພງສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ; ພ້ອມນັ້ນ ຍັງໄດ້ຢັ້ງຢືນເຖິງການປະກອບສ່ວນສໍາຄັນໃນການຊຸກຍູ້ສົ່ງເສີມສາຍພົວພັນການຮ່ວມມື ລະຫວ່າງ ສອງຊາດ ໃນຂົງເຂດວຽກງານປ້ອງກັນຄວາມສະຫງົບ ທັງເປັນການຊ່ວຍເຫຼືອຖືກຕ້ອງກັບຄວາມຈຳເປັນ, ຄວາມຕ້ອງການທາງດ້ານວິຊາສະເພາະ ປ້ອງກັນຄວາມສະຫງົບລາວ ແລະ ສືບຕໍ່ຊ່ວຍເຫຼືອດ້ານພາຫະນະວິຊາສະເພາະ ເພື່ອປະຕິບັດຕາມລະບຽບຫຼັກການ ການຊ່ວຍເຫຼືອ.
ສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທໍາ ສາທາລະລັດເກົາຫຼີ ປະຈຳ ສປປ ລາວ ໄດ້ມີບົດບັນທຶກການຮ່ວມມືກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໂດຍມອບໃຫ້ ຫ້ອງການ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເປັນຈຸດໃຈກາງໃນການປະສານງານໃນເບື້ອງຕົ້ນ, ໂຄງການຊ່ວຍເຫຼືອດັ່ງກ່າວ ແມ່ນເພື່ອສ້າງຄວາມເຂັ້ມແຂງທາງດ້ານວຽກງານວິຊາສະເພາະໃຫ້ກຳລັງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ເຊິ່ງກະຊວງປ້ອງກັນຄວາມສະຫງົບລາວ ຈະນໍາໃຊ້ພາຫະນະທີ່ໄດ້ຮັບການຊ່ວຍເຫຼືອ ເຂົ້າໃນການເຄື່ອນໄຫວວຽກງານວິຊາສະເພາະ ໃຫ້ເກີດປະໂຫຍດສູງສຸດ ແລະ ຈະປົກປັກຮັກສາໃຫ້ສາມາດນໍາໃຊ້ໄດ້ຍາວນານ.
ຈາກນັ້ນ, ໃນພິທີສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສ.ເກົາຫຼີ ກໍໄດ້ມອບລົດ ແລະ ອຸປະກອນຮັບໃຊ້ວິຊາສະເພາະ ໃຫ້ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ມອບໂດຍທ່ານ ນາງ ຢູ ຮັນ ສຸກ ປະທານສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສາທາລະນະລັດເກົາຫຼີ, ຮັບໂດຍ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ.
ພາບ-ຂ່າວ: ວາລະສານປ້ອງກັນຄວາມສະຫງົບ