ລົງນາມການຮ່ວມມື ພັດທະນາການໃຫ້ບໍລິການບໍລິຫານຊັບສິນທາງປັນຍາ

0
279

ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດພິທີລົງນາມສັນຍາການຮ່ວມມືລະຫວ່າງ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ອົງການຊັບສິນທາງປັນຍາໂລກ ກ່ຽວກັບການພັດທະນາການໃຫ້ບໍລິການບໍລິຫານຊັບສິນທາງປັນຍາ ໃນວັນທີ 18 ກັນຍາ 2024.
ໂດຍການລົງນາມຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ດາເຣັນຕັງ ຜູ້ອໍານວຍການໃຫຍ່ ອົງການຊັບສິນທາງປັນຍາໂລກ ມີຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ຮອງຜູ້ອໍານວຍການໃຫຍ່ ອົງການຊັບສິນທາງປັນຍາໂລກ, ມີຜູ້ແທນຈາກອົງການຊັບສິນທາງປັນຍາໂລກ ແລະ ຄະນະກົມ, ພ້ອມດ້ວຍພະນັກງານກົມຊັບສິນທາງປັນຍາ ເຂົ້າຮ່ວມເປັນສັກຂີພິຍານ.


ສັນຍາການຮ່ວມມືດັ່ງກ່າວ ແມ່ນມີຄວາມໝາຍສໍາຄັນ ເພື່ອຮ່ວມກັນປັບປຸງລະບົບການບໍລິຫານວຽກງານຊັບສິນທາງປັນຍາ ເຊິ່ງອົງການຊັບສິນທາງປັນຍາໂລກ ( WIPO ) ຈະຊ່ວຍປັບປຸງລະບົບການຄຸ້ມຄອງສິດຊັບສິນທາງປັນຍາ, ການຄຸ້ມຄອງເອກະສານ, ການບໍລິການອອນລາຍ ແລະ ການຄົ້ນຫາຂໍ້ມູນ ໃຫ້ກັບກະຊວງອຸດສາຫະກໍາ ແລະ ການຄ້າ; ໃຫ້ການຊ່ວຍເຫຼືອໃນການພັດທະນາລະບົບ ແລະ ເຕັກໂນໂລຊີທີ່ທັນສະໄໝ ເພື່ອປັບປຸງຫຼຸດຜ່ອນຂັ້ນຕອນການດໍາເນີນງານອອກສິດທິບັດຕ່າງໆ, ພັດທະນາຄວາມອາດສາມາດທາງດ້ານທັກສະ ແລະ ຖ່າຍທອດຄວາມຮູ້ໃຫ້ພະນັກງານ ເພື່ອເສີມສ້າງຄວາມເປັນມືອາຊີບ ແລະ ມີຄຸນນະພາບ ໃນການພັດທະນາ ແລະ ຄຸ້ມຄອງວຽກງານຊັບສິນທາງປັນຍາ, ສົ່ງເສີມນະວັດຕະກຳ ແລະ ແນວຄິດປະດິດສ້າງ ໂດຍການເຮັດວຽກຮ່ວມກັນ ແລະ ສ້າງ ຄວາມຮັບຮູ້ວຽກງານ ແລະ ຄວາມສຳຄັນຂອງສິດທິວຽກງານຊັບສິນທາງປັນຍາ ເພື່ອເປັນຕົວຂັບເຄື່ອນການຂະຫຍາຍຕົວທາງດ້ານເສດຖະກິດ, ເສີມຂະຫຍາຍຄວາມເຂັ້ມແຂງການຮ່ວມມືກັບສາກົນ, ການແລກປ່ຽນຂໍ້ມູນ ແລະ ການເຜີຍແຜ່ຂໍ້ມູນ.

ກະຊວງອຸດສາຫະກໍາ ແລະ ການຄ້າ ກໍຄືກົມຊັບສິນທາງປັນຍາ ສາມາດແລກປ່ຽນຂໍ້ມູນຊັບສິນທາງປັນຍາ ກັບ ອົງການຊັບສິນທາງປັນຍາໂລກ ( WIPO ) ແລະ ກັບບັນດາປະເທດຕ່າງໆ ເພື່ອສົ່ງເສີມ ແລະ ເຊື່ອມໂຍງຂໍ້ມູນໃນການຈັດຕັ້ງປະຕິບັດ.
ພ້ອນນີ້, ຍັງເປັນການຮ່ວມມືທາງດ້ານພື້ນຖານໂຄງລ່າງ ແລະ ເຕັກໂນໂລຊີ ເຊິ່ງອົງການຊັບສິນທາງປັນຍາໂລກ ( WIPO ) ຈະສະໜອງແຜນແນະນຳ ກ່ຽວກັບພື້ນຖານໂຄງລ່າງເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ແນະນຳເຕັກໂນໂລຊີທີ່ເໝາະສົມໃຫ້ຖືກກັບຄວາມຕ້ອງການຂອງກະຊວງ ກໍຄືກົມຊັບສິນທາງປັນຍາ.

LEAVE A REPLY

Please enter your comment!
Please enter your name here