ກອງປະຊຸມເຈົ້າຄອງນະ ຄອນຫຼວງອາຊຽນ (MGMAC), ກອງປະຊຸມເວທີເຈົ້ານະຄອນອາຊຽນ ( AMF ) ແລະ ກອງປະຊຸມເຄືອຂ່າຍບັນດານະຄອນອາຊີຕາເວັນອອກສ່ຽງໃຕ້ ຂອງສະມາຄົມບັນດາເຈົ້າຄອງນະຄອນທີ່ນໍາໃຊ້ພາສາຝຣັ່ງ ( RVASE AIMF ) ທີ່ໄດ້ດຳເນີນມາແຕ່ 17 – 19 ກັນຍາ 2024 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໄດ້ສຳເລັດລົງຢ່າງຈົບງາມ.
ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ( MGMAC ) ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ ( AMF ) ປີ 2024 ພາຍໃຕ້ຄໍາຂວັນ “ ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງຂອງບັນດານະຄອນອາຊຽນ ຈັດໃນວັນທີ 18 ກັນຍາ 2024 ທີ່ນະຄອນຫຼລວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ມີບັນດາເຈົ້າຄອງ, ຮອງເຈົ້າຄອງນະຄອນຫຼວງອາຊຽນ ແລະ ບັນດາທ່ານເຈົ້ານະຄອນ – ເຈົ້າເມືອງຂອງປະເທດສະມາຊິກອາຊຽນ ແລະ ນະຄອນຫຼວງດີລີ ຂອງຕີມໍເລັສເຕ; ເລຂາທິການໃຫຍ່ອາຊຽນ, ປະທານອົງການ ແລະ ເລຂາທິການຂອງອົງການຕົວເມືອງ ແລະ ການປົກຄອງທ້ອງຖິ່ນອາຊີປາຊີຟິກ ແລະ ຜູ້ແທນຂັ້ນສູງຂອງເຄືອຂ່າຍ ບັນດານະຄອນອາຊີຕາເວັນອອກສ່ຽງໃຕ້ ຂອງສະມາຄົມບັນດານະຄອນທີ່ນໍາໃຊ້ພາສາຝຣັ່ງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ( ນວ ) ໄດ້ຖະແຫຼງຂ່າວຜົນສຳເລັດຂອງບາງຕອນ ວ່າ: ກອງປະຊຸມຄັ້ງນີ້ ໄດ້ເຕົ້າໂຮມເອົາບັນດາທ່ານເຈົ້າຄອງ – ຮອງເຈົ້າຄອງນະຄອນຫຼວງອາຊຽນ, ບັນດາທ່ານເຈົ້ານະຄອນ, ການນໍາຂັ້ນທ້ອງຖິ່ນ ພ້ອມທັງບັນດາຊ່ຽວຊານ, ວິຊາການ, ຜູ້ຕາງໜ້າຈາກຄູ່ຮ່ວມມື ແລະ ພາກສ່ວນຕ່າງໆ ມາຮ່ວມປະຊຸມເພື່ອແລກປ່ຽນບັນຫາຄຳຄິດເຫັນ ກ່ຽວກັບພາລະບົດບາດໜ້າທີ່ຂອງອົງການປົກຄອງຂັ້ນທ້ອງຖິ່ນ ໃນການປະກອບສ່ວນເຂົ້າໃນການສ້າງປະຊາຄົມອາຊຽນ ແລະ ແລກປ່ຽນບົດຮຽນ ແລະ ປະສົບການໃນການພັດທະນາ ແລະ ແກ້ໄຂບັນຫາ ແລະ ສິ່ງທ້າທາຍຕ່າງໆ ທີ່ບັນດານະຄອນກໍາລັງປະເຊີນຢູ່ໃນປັດຈຸບັນນີ້.
ໃນກອງປະຊຸມຄັ້ງນີ້ ນະຄອນຫຼວງວຽງຈັນ ໄດ້ກຳນົດຄໍາຂວັນຂອງກອງປະຊຸມ ຄື: “ ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງ ຂອງບັນດານະຄອນອາຊຽນ ” ເຊິ່ງສອດຄ່ອງກັບຄໍາຂວັນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ຄື: “ ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ ”.
ກອງປະຊຸມໄດ້ກໍານົດ 5 ຂົງເຂດວຽກງານທີ່ສໍາຄັນ ເພື່ອນໍາມາປຶກສາຫາລື ຄື: (1) ຕົວເມືອງທີ່ໜ້າຢູ່ ແລະ ຍືນຍົງ; (2) ການທ່ອງທ່ຽວສີຂຽວ; (3) ການພັດທະນາເສດຖະກິດແບບຍືນຍົງ; (4) ຕົວເມືອງທີ່ມີຄວາມຍືນຍົງທາງດ້ານສິ່ງແວດລ້ອມ; (5) ຄວາມເຂັ້ມແຂງທາງດ້ານການປ່ຽນແປງດິນຟ້າອາກາດ.
ໃນກອງປະຊຸມຄັ້ງນີ້ ໄດ້ຮັບຮອງເອົາຖະແຫຼງການນະຄອນຫຼວງວຽງຈັນ ເປັນຕົ້ນແມ່ນ:
1. ເພີ່ມທະວີການເຊື່ອມຈອດ: ຮັບຮູ້ເຖິງຄວາມສໍາຄັນຂອງການເຊື່ອມຈອດໃນການອໍານວຍ ຄວາມສະດວກໃຫ້ແກ່ການຂະຫຍາຍຕົວຂອງເສດຖະກິດ, ຄວາມສາມັກຄີປອງດອງຂອງສັງຄົມ ແລະ ການແລກປ່ຽນວັດທະນະທໍາ ລະຫວ່າງ ບັນດານະຄອນຫຼວງອາຊຽນ. ພວກເຮົາໃຫ້ຄໍາໝັ້ນສັນຍາວ່າ ຈະເພີ່ມທະວີ ຄວາມເຂັ້ມແຂງຂອງເຄືອຂ່າຍການຂົນສົ່ງ, ພື້ນຖານໂຄງລ່າງດີຈີຕອນ, ການເຊື່ອມໂຍງທາງດ້ານປະຊາກອນ ເປັນຕົ້ນການສຶກສາ, ວັດທະນະທໍາ ແລະ ການທ່ອງທ່ຽວ ເພື່ອຮັບປະກັນການເຊື່ອມໂຍງ ແລະ ການຮ່ວມມືຢ່າງບໍ່ຢຸດຢັ້ງ.
2. ການສ້າງຄວາມເຂັ້ມແຂງ: ຮັບຮູ້ເຖິງບັນດາສິ່ງທ້າທາຍທີ່ເກີດຂຶ້ນຍ້ອນການປ່ຽນແປງສະພາບດິນຟ້າອາກາດ, ການຫັນເປັນຕົວເມືອງ ແລະ ປັດໄຈສິ່ງແວດລ້ອມອື່ນໆ, ພວກເຮົາຢຶດໝັ້ນໃນການເສີມຂະຫຍາຍ ຄວາມເຂັ້ມແຂງຂອງພວກເຮົາ ດ້ວຍການລົງທຶນໃສ່ການວາງຜັງເມືອງແບບຍືນຍົງ, ປັບປຸງມາດຕະການຮັບມືກັບການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດຕ່າງໆ ເພື່ອປົກປ້ອງປະຊາຊົນ, ຊຸມຊົນ ແລະ ລະບົບນິເວດຂອງພວກເຮົາ.
3. ສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ: ໂດຍເນັ້ນໃສ່ຄວາມສໍາຄັນຂອງການພັດທະນາແບບກວມລວມ ແລະ ມີສ່ວນຮ່ວມ, ພວກເຮົາພະຍາຍາມສ້າງຄວາມເຂັ້ມແຂງໃຫ້ຊຸມຊົນທ້ອງຖິ່ນ ໂດຍສະເພາະກຸ່ມຄົນທີ່ມີຄວາມສ່ຽງ ດ້ວຍການເຂົ້າເຖິງການດໍາລົງຊີວິດທີ່ບໍ່ກະທົບຈາກໄພຂົ່ມຂູ່ຈາກທໍາມະຊາດ, ເຂົ້າເຖິງການສຶກສາທີ່ມີຄຸນນະພາບ, ເຂົ້າເຖິງການຮັກສາສຸຂະພາບ ແລະ ການບໍລິການສັງຄົມ. ພວກເຮົາຈະຢຶດຖືເອົາການເສີມຂະຫຍາຍຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບຂອງພົນລະເມືອງຕໍ່ການພັດທະນາຕົວເມືອງແບບຍືນຍົງ.
4. ສົ່ງເສີມນະວັດຕະກໍາ: ຖືເອົານະວັດຕະກໍາ ແລະ ເຕັກໂນໂລຊີ ເປັນຕົວຂັບເຄື່ອນຕົວເມືອງແບບຍືນຍົງ, ພວກເຮົາໝາຍໝັ້ນທີ່ຈະສົ່ງເສີມການລິເລີ່ມຂອງນະຄອນອັດສະລິຍະ, ການຫັນເປັນດີຈີຕອນ ແລະ ເຕັກໂນໂລຊີສີຂຽວ. ພວກເຮົາຈະຊຸກຍູ້ການຮ່ວມມື ລະຫວ່າງ ບັນດານະຄອນຂອງອາຊຽນ, ນັກວິຊາການ ແລະ ພາກເອກະຊົນ ເພື່ອໝູນໃຊ້ນະວັດຕະກໍາເພື່ອການພັດທະນາແບບຍືນຍົງ.
5. ສົ່ງເສີມການແລກປ່ຽນວັດທະນະທໍາ: ຮັບຮູ້ເຖິງຄວາມອຸດົມສົມບູນ ແລະ ຫຼາກຫຼາຍຂອງວັດທະນະທໍາອາຊຽນ, ພວກເຮົາໃຫ້ຄໍາໝັ້ນສັນຍາຈະສົ່ງເສີມການແລກປ່ຽນວັດທະນະທໍາ ແລະ ປົກປັກຮັກສາມໍລະດົກຕົກທອດຈາກບັນພະບຸລຸດ. ພວກເຮົາຈະເຄົາລົບເອກະລັກທາງວັດທະນະທໍາຂອງກັນ ແລະ ກັນ ພ້ອມທັງເສີມຂະຫຍາຍຄວາມເຂົ້າໃຈ, ການຮ່ວມມືເຊິ່ງກັນ ແລະ ກັນ.
6. ຄວາມໝາຍໝັ້ນໃນການເປັນຄູ່ຮ່ວມມື: ຮັບຮູ້ເຖິງຄວາມສໍາຄັນຂອງການຮ່ວມມືຫຼາຍຝ່າຍ, ພວກເຮົາຈະຢຶດໝັ້ນການຮ່ວມມືກັບສະຖາບັນອາຊຽນ, ອົງການຈັດຕັ້ງສາກົນ, ພາກເອກະຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງ. ພວກເຮົາຈະພ້ອມກັນພະຍາຍາມ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ.