ທະນາຄານກາງເອີຣົບ ປະກາດຫຼຸດອັດຕາດອກເບ້ຍຕື່ມອີກ 0,25%

0
324

ທະນາຄານກາງເອີຣົບ ຫຼື ECB ໄດ້ປະກາດປັບຫຼຸດອັດຕາດອກເບ້ຍອີກ 0,25% ລົງເຫຼືອ 3,5% ເຊິ່ງແມ່ນຄັ້ງທີ 2 ໃນຮອບເວລາ 5 ປີຜ່ານມາ ນັບແຕ່ປີ 2019.

ການຕັດສິນໃຈຫຼຸດດອກເບ້ຍລົງ ພາຍຫຼັງຜັນຂະຫຍາຍຍຸດທະສາດເພີ່ມອັດຕາດອກເບ້ຍຢ່າງຂ້ຽວຂາດ ນັບແຕ່ປີ 2022 ເພື່ອຕ້ານຄືນການເພີ່ມລາຄາຢ່າງແຮງ ໃນໄລຍະປະມານ 4 ທົດສະວັດຜ່ານມາ.

ไม่มีคำอธิบายรูปภาพ

ກ່ອນໜ້ານັ້ນ, ຕົ້ນເດືອນມິຖຸນາຜ່ານມາ ECB ໄດ້ຫຼຸດອັດຕາດອກເບ້ຍລົງເຫຼືອ 3,75%, ບັນດາສັນຍານນີ້ສະແດງໃຫ້ເຫັນວ່າ ໄພເງິນເຟີ້ພວມມີທ່າຫຼຸດລົງຢ່າງແຮງ ເຊິ່ງໄດ້ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງບັນດາຜູ້ວາງແຜນນະໂຍບາຍໃນການສືບຕໍ່ຫຼຸດອັດຕາດອກເບ້ຍລົງ.

ສະພາຜູ້ວ່າການ ECB ຕ້ອງຮັກສາຄວາມດຸ່ນດ່ຽງລະຫວ່າງບັນດາຄວາມວິຕົກກັງວົນກ່ຽວກັບແງ່ຫວັງໃນການເຕີບໂຕທີ່ເປັນໜ້າຜິດຫວັງກັບຄວາມຕ້ອງການ ເພື່ອຮັບປະກັນວ່າໄພເງິນເຟີ້ໄດ້ຮັກສາຢູ່ລະດັບ 2% ໂດຍທະນາຄານ ECB ວາງອອກ.

LEAVE A REPLY

Please enter your comment!
Please enter your name here