ທະນາຄານກາງສະຫະລັດອາເມຣິກາ ຫຼື ເຟດ ໄດ້ປະກາດປັບຫຼຸດອັດຕາດອກເບ້ຍລົງ 0,50% ເປັນລະຫວ່າງ 4,75% – 5,00% ໃນການປະຊຸມເມື່ອວັນພຸດທີ 18 ກັນຍາ.

ນີ້ແມ່ນການປັບຫຼຸດອັດຕາດອກເບ້ຍຄັ້ງທຳອິດ ນັບແຕ່ເດືອນມີນາປີ 2020 ເປັນຕົ້ນມາ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ ອາເມຣິກາ ໄດ້ຫັນຈາກໄລຍະນະໂຍບາຍເງິນຕາຮັດກຸມ ໄປສູ່ໄລຍະນະໂຍບາຍເງິນຕາແບບຜ່ອນຄາຍ.
ໃນກອງປະຊຸມຖະແຫຼງຂ່າວ ທ່ານ ເຈໂຣມ ພາວເວລ ປະທານທະນາຄານກາງ ສະຫະລັດອາເມຣິກາ ກ່າວວ່າ: ການປັບຫຼຸດອັດຕາດອກເບ້ຍໃຫ້ຕ່ຳລົງ 0,50% ເປັນ “ ມາດຕະການທີ່ເຂັ້ມແຂງ ”, ເສດຖະກິດສະຫະລັດ ຍັງແຂງແກ່ນ ແລະ ຍັງບໍ່ເຫັນສັນຍານໃດໆທີ່ບົງຊີ້ວ່າເສດຖະກິດສະຫະລັດເຂົ້າສູ່ພາວະຖົດຖອຍ.
ຄະນະກຳມະການກຳນົດນະໂຍບາຍການເງິນຂອງ ເຟດ ຫຼື FOMC ມີຄວາມໝັ້ນໃຈຫຼາຍຂຶ້ນວ່າອັດຕາເງິນເຟີ້ຈະເຄື່ອນຕົວໄປສູ່ລະດັບ 2% ຢ່າງຍືນຍົງ ແລະ ເຫັນວ່າ ຄວາມສ່ຽງໃນການບັນລຸເປົ້າໝາຍການຈ້າງງານ ແລະ ອັດຕາເງິນເຟີ້ຢູ່ໃນລະດັບທີ່ສົມດຸນ.