ພິທີເຊັນສັນຍາຮ່ວມມື(MOA) ລະຫວ່າງກະຊວງກະສິກໍາ ແລະ ປ່າໄມ້ ແລະ ບໍລິສັດ ກຣິນ ຊິນເນີຈີ້ ຈໍາກັດຜູ້ດຽວ ເພື່ອການຮ່ວມມືພັດທະນາໂຄງການສິນເຊື່ອກາກບອນ ແນໃສ່ຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວ ຈາກການທໍາລາຍປ່າໄມ້ ແລະ ເຮັດໃຫ້ປ່າໄມ້ຊຸດໂຊມ (REDD+) ຈັດຂຶ້ນໃນວັນທີ 18 ກັນຍາ 2024 ທີ່ໂຮງແຮມ ດັບເບີ້ນທຣີ ບາຍຮິວຕັ້ນ ນະຄອນຫຼວງວຽງຈັນ.

ເຂົ້າຮ່ວມຂອງ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ; ມີທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ຮອງລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ທ່ານຮອງລັດຖະມົນຕີກະຊວງການເງິນ ແລະ ຜູ້ຕາງຫນ້າຈາກພາກລັດ, ຜູ້ຮ່ວມລົງທຶນ ແລະ ແຂກຖືກເຊີນເຂົ້າຮ່ວມ.

ທ່ານ ໄຊເສດຖາ ສີບຸນເຮືອງ ປະທານບໍລິສັດ ກຣິນ ຊິນເນີຈີ້ ຈໍາກັດຜູ້ດຽວ ກ່າວວ່າ: ຈຸດປະສົງຂອງໂຄງການ ແມ່ນເພື່ອຊອກຫາແຫຼ່ງທຶນ ນໍາມາໃຊ້ໃນການປົກປັກຮັກສາປ່າໄມ້, ຮັກສາສິ່ງແວດລ້ອມ ທັງເປັນການສົ່ງເສີມຊີວິດການເປັນຢູ່ຂອງຊຸມຊົນທ້ອງຖິ່ນທີ່ຢູ່ໃນເຂດເປົ້າໝາຍຂອງໂຄງການ ໃຫ້ມີວຽກເຮັດງານທໍາ ແລະ ຊີວິດການເປັນຢູ່ດີຂຶ້ນ ພາຍໃຕ້ ວິໄສທັດ: ຂັບເຄື່ອນເສດຖະກິດສີຂຽວແບບຍືນຍົງ, ພັດທະນາຊີວິດການເປັນຢູ່ຂອງປະຊາຊົນ ຄຽງຄູ່ໄປກັບການຮັກສາສິ່ງແວດລ້ອມ ເພື່ອອະນາຄົດທີ່ສີວິໄລ ແລະ ຍືນຍົງ ຂອງ ສປປ ລາວ ໂດຍບໍລິສັດມີພາລະກິດຕົ້ນຕໍ ໃນການພັດທະນາໂຄງການ ເພື່ອແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ໄປຄຽງຄູ່ກັບ ທິດທາງການພັດທະນາແບບຍືນຍົງ; ສ້າງຄວາມເຂັ້ມແຂງໃຫ້ແກ່ຄູ່ຮ່ວມງານ ແລະ ຊຸມຊົນ.

ການຈັດຕັ້ງປະຕິບັດໂຄງການໃນເບື້ອງຕົ້ນ ເນື່ອງຈາກເຫັນໄດ້ທ່າແຮງ ແລະ ຍຸດທະສາດຂອງລັດຖະບານເພື່ອການເຕີບໂຕສີຂຽວ ບໍລິສັດ ໄດ້ຮ່ວມມືກັບກົມປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້ໃນການສໍາຫຼວດ ແລະ ສຶກສາຄວາມເປັນໄປໄດ້ ເຊິ່ງໄດ້ ເຊັນ MOU ໃນວັນທີ 5 ພຶດສະພາ 2023 ຫຼັງຈາກນັ້ນ ທີມງານໂຄງການກໍໄດ້ສືບຕໍ່ຈັດຕັ້ງປະຕິບັດເລື້ອຍມາ ຈົນກ້າວມາເຖິງ ການເຊັນສັນຍາ ຮ່ວມມື (MOA) ໃນຄັ້ງນີ້.

ທ່ານຍັງກ່າວອີກວ່າ: ຍ້ອນໄດ້ຮັບການຮ່ວມມືຈາກກະຊວງ, ຂະແໜງການກ່ຽວຂ້ອງ ແລະ ການນໍາທ້ອງຖິ່ນເປັນຢ່າງດີ ຈຶ່ງເຮັດໃຫ້ການຈັດຕັ້ງປະຕິບັດໃນການສຶກສາໂຄງການໄດ້ຮັບໝາກຜົນສໍາເລັດ; ມາຮອດປັດຈຸບັນເປັນບາດກ້າວສໍາຄັນທີ່ສຸດ ທີ່ລັດຖະບານເຫັນໄດ້ຄວາມສໍາຄັນ ແລະ ໃຫ້ໂອກາດ ບໍລິສັດ ກຣິນ ຊິນເນີຈີ້ ຈໍາກັດຜູ້ດຽວ ຮ່ວມພັດທະນາໂຄງການສິນເຊື່ອກາກບອນດັ່ງກ່າວ.

ສໍາລັບຄາດໝາຍໂຄງການ 40 ປີ ເຊິ່ງມີ 6 ແຂວງ ກວມເອົາ 11 ເຂດພື້ນທີ່ເປົ້າໝາຍ ເນື້ອທີ່ທັງໝົດລວມ 1.185.358 ເຮັກຕາ, ໃນນັ້ນມີ ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ, ສາລະວັນ, ເຊກອງ ແລະ ອັດຕະປື ເຊິ່ງມີຄວາມເປັນໄປໄດ້ໃນການສ້າງສິນເຊື່ອກາກບອນຫຼາຍກວ່າ 17,8 ລ້ານ tCO2e ເປັນການປະກອບສ່ວນແກ້ໄຂ ບັນຫາການປ່ຽນແປງດິນຟ້າອາກາດ (NCD)ໃຫ້ລັດຖະບານ ປະມານ 9 ແສນ tCO2e ຫຼື ທຽບເທົ່າປະມານ 22 ພັນ tCO2e ຕໍ່ປີ, ຊຸມຊົນໃກ້ຄຽງເຂດພື້ນທີ່ໂຄງການ ໄດ້ຮັບການຍົກລະດັບຊີວິດການເປັນຢູ່ ຫຼາຍກວ່າ 140 ບ້ານ ຫຼື 7.500 ຄົວເຮືອນ.

ໃນພິທີ ເປັນກຽດຮ່ວມລົງນາມ ຝ່າຍລັດຖະບານ ໃນຄັ້ງນີ້ໂດຍທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ເຊັນເປັນພິຍານ ໂດຍທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ຈັນທະເນດ ບົວລະພາ ຮອງລັດຖະມົນຕີກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ; ຕາງໜ້າຝ່າຍບໍລິສັດ ເຊັນໂດຍທ່ານ ໄຊເສດຖາ ສີບຸນເຮືອງ ປະທານບໍລີສັດ ກຣິນ ຊິນເນີຈີ້ ຈໍາກັດຜູ້ດຽວ, ເຊັນເປັນພິຍານໂດຍທ່ານ Aidan Stretch ອໍານວຍການບໍລິສັດ Syngenera Pte.Ltd, ທ່ານ Dr. Manjunatha Venkatappa ປະທານກໍາມະການ ບໍລິຫານບໍລິສັດ LEET Intelligence Co.,Ltd.