ນະຄອນຫຼວງວຽງຈັນໄດ້ມີພິທີເປີດສັນຍາລັກເຄື່ອງດົນຕຣີອາຊຽນ ແລະ ປູກຕົ້ນໄມ້ທີ່ ສວນປະຕູໄຊພາກຂະຫຍາຍ ໃນວັນທີ 19 ກັນຍາ 2024 ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ນາລີ ສີສຸລິດ, ພັນລະຍາ ທ່ານປະທານປະເທດ ແຫ່ງ ສປປ ລາວ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ ພ້ອມດ້ວຍບັນດາທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ຂອງປະເທດສະມາຊິກອາຊຽນ ແລະ ຄະນະຜູ້ແທນນະຄອນຫຼວງອາຊຽນ ເຂົ້າຮ່ວມ.

ທ່ານ ອາດສະພັງທອງ ສີພັນດອນ ໃຫ້ຮູ້ວ່າ: ກິດຈະກຳປູກຕົ້ນໄມ້ໃນຄັ້ງນີ້ ມີຄວາມໝາຍສໍາຄັນເປັນຢ່າງຍິ່ງ ເພື່ອສ້າງສະພາບແວດລ້ອມທີ່ດີ, ເພີ່ມເຂດຂຽວໃຫ້ສວນປະຕູໄຊພາກຂະຫຍາຍ ທີ່ຕັ້ງຢູ່ໃຈກາງຕົວເມືອງນະຄອນຫຼວງ ວຽງຈັນໃຫ້ສວຍສົດງົດງາມ, ທັງເປັນການສືບຕໍ່ປະຕິບັດວຽກ ງານການປູກຕົ້ນໄມ້ຕາມຂີດໝາຍຂອງປະເທດສະມາຊິກອາຊຽນ ໃນການປະຕິບັດບັນດາມາດຕະການ ເພື່ອຫຼຸດຜ່ອນການປ່ອຍອາຍພິດກາກບອນ ແລະ ເຮັດໃຫ້ຕົວເມືອງສີຂຽວເພີ່ມຂຶ້ນ.

..

ສວນປະຕູໄຊພາກຂະຫຍາຍ ໄດ້ເປັນຕົວແທນ ແລະ ຊຸກຍູ້ສົ່ງເສີມການຮ່ວມມື ໃນກອບນະຄອນຫຼວງອາຊຽນ ຊຶ່ງໃນເວທີການສົນທະນາໃນກອງປະຊຸມບັນດາເຈົ້າຄອງ ນະຄອນຫຼວງອາຊຽນໃນຄັ້ງນີ້ ໄດ້ປິ່ນອ້ອມຄໍາຂວັນ “ ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງຂອງອາຊຽນ” ໂດຍຜ່ານການປຶກ ສາຫາລືກ່ຽວກັບ 5 ຫົວຂໍ້ຕົ້ນຕໍ ຄື: ການທ່ອງທ່ຽວສີຂຽວ, ການພັດ ທະນາເສດ ຖະກິດ ແບບຍືນຍົງ, ຕົວເມືອງທີ່ໜ້າຢູ່ ແລະ ຍືນຍົງ, ຕົວເມືອງທີ່ມີຄວາມ ຍືນຍົງດ້ານສິ່ງແວດລ້ອມ ແລະ ຄວາມເຂັ້ມ ແຂງທົນທານຕໍ່ການປ່ຽນແປງດິນຟ້າອາກາດ.

ພິເສດໃນຂອບເຂດສວນປະຕູໄຊ ໄດ້ມີຕົ້ນໄມ້ນ້ອຍ ແລະ ໃຫຍ່ຫຼາຍຊະນິດ ທີ່ເປັນໄມ້ພື້ນເມືອງຂອງ ສປປ ລາວ ນອກຈາກຕົ້ນໄມ້ ແລ້ວໃນ ສວນຍັງມີການສ້າງປະຕິມະກຳ ສັນຍາລັກເຄື່ອງ ດົນຕຣີປະຈຳຊາດ ຂອງບັນດານະຄອນຫຼວງອາຊຽນ ຊຶ່ງເປັນ ການສະແດງໃຫ້ເຫັນເຖິງຄວາມມຸ້ງໝັ້ນເສີມຂະຫຍາຍການຮ່ວມມືຕາມນະໂຍບາຍຂອງນະຄອນຫຼວງອາຊຽນ ກໍຄື ນະໂຍບາຍຂອງບັນດາປະເທດອາຊຽນ ຕີມໍເລດສະເຕຢ່າງຕັ້ງໜ້າ ເພື່ອຊຸກຍູ້, ສົ່ງເສີມການພົວພັນມິດຕະພາບທີ່ເປັນມູນເຊື້ອຂອງບັນດານະ ຄອນຫຼວງອາຊຽນທີ່ມີຈຸດພິເສດດີເດັ່ນແຕກຕ່າງກັນໃຫ້ນັບມືແຕກດອກອອກຜົນສວຍສົດງົດງາມຍິ່ງໆຂຶ້ນດັ່ງດອກໄມ້ທີ່ເບັ່ງບານໃນສວນແຫ່ງນີ້.
