ໂສຄຸດ ກາຍເປັນນັກເຕະ ອຸດສະເບກິດສະຖານ ຄົນທໍາອິດທີ່ຍິງປະຕູໃນລາວລີກ 1 ໄດ້

20 Sep 2024

ຄລິກແຊຣ໌ 0 Facebook WhatsApp

ໂສຄຸດ ມາມຸດໂຊຊີເຢຟ (Shokhrukh MAHMUDXOJIYEV) ກອງໜ້າອາຍຸ 26 ປີ ຈາກ ສະໂມສອນ ບານເຕະ ຊ້າງນ້ອຍ ກາຍເປັນນັກກິລາ ຈາກປະເທດອຸດສະເບກິດສະຖານ ຄົນທຳອິດ ຍິງປະຕູໄດ້ ໃນລາຍການ ການ​ແຂ່ງ​ຂັນ​ບານ​ເຕະ​ ເປບຊີ ລາວລີກ 1 ລະດູການ 2024/2025 ຫຼັງຍິງໄດ້ 1 ປະຕູພາ ຊ້າງນ້ອຍ ເອັຟຊີ ເອົາຊະນະ ວຽງຈັນ 4-1.

ສຳລັບ Shokhrukh MAHMUDXOJIYEV ແມ່ນເຄີຍຕິດ ທີມຊາດອຸດສະເບກິດສະຖານ ຢູ19, ຢູ21 ຜ່ານການລົງຫລິ້ນໃຫ້ກັບ ຫລາຍສະໂມສອນ ໃນລີກ ອຸເບກິສຖານ ເປັນຕົ້ນແມ່ນ ສະໂມສອນ Pakhtakor, Navbahor, Dinamo, Navbahor-Farm, ສະໂມສອນ FK Khujand ຈາກປະເທດທາຈີກິສຖານ ແລະ ລະດູການລ່າສຸດ 20024 ຫລິ້ນໃຫ້ກັບ ສະໂມສອນ ໃນລີກສູງສຸດ ປະເທດ ເນປານ RayZRs ກ່ອນທີ່ຈະຍ້າຍມາຮ່ວມ ສະໂມສອນ ບານເຕະ ຊ້າງນ້ອຍ.
ນອກຈາກ ໂສຄຸດ ມາມຸດໂຊຊີເຢຟ ແລ້ວ ສະໂມສອນ ຊ້າງນ້ອຍ ຍັງມີ ນັກເຕະ 1 ຄົນທີ່ເປັນນັກກິລາ ອຸເບກິສຖານ ຄື: Saveliy Abramov ຕຳແຫນ່ງກອງກາງ ໄວ 26 ປີ.​
ຂໍ້ມູນ-ຮູບຈາກ: ສະຫະພັນບານເຕະແຫ່ງຊາດລາວ

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ